ວິທະຍາຄານກົມມະດຳ ເປີດກອງປະຊຸມ ອະນຸກຳມະການ ສອບເສັງລະດັບຊາດ ຄັ້ງ​ທີ 2

610

ວັນ​ທີ 17 ມິ​ຖຸນາ 2021 ນີ້ ວິທະຍາຄານກົມມະດໍາ(ວ.ກ)ເປີດກອງປະຊຸມອະນຸກຳມະການ ສອບເສັງລະດັບຊາດສົກຮຽນ 2020-2021 ຄັ້ງທີ 2 ຂຶ້ນ ​ພາຍໃຕ້ການເປັນປະທານຂອງ ທ່ານ ພົນ​ຕີ ສາຍ​ໃຈ ກົມມະ​ສິດ ຮອງ​ຫົວໜ້ກົມ​ໃຫຍ່​ເສນາ​ທິການ​ ກອງທັບ​ປະຊາຊົນ​ລາວ; ມີບັນດາຄະນະກົມໃຫຍ່, ກົມນ້ອຍ, ກົມວິຊາສະເພາະ ອ້ອມຂ້າງຂອງກະຊວງ ປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ ແລະ ຄະນະວິຊາຄູ ວິທະຍາຄານເຂົ້າຮ່ວມ.


ສະຫາຍ ພັນ​ໂທ ພອນ​ສະຫວັນ ສີ​ບຸນ​ເຮືອງ ຮອງຫົວໜ້າຫ້ອງ ອົບຮົມ-ກໍ່ສ້າງ ວິທະຍາຄານ​ກົມມະ​ດຳ ໄດ້ຂຶ້ນຜ່ານບົດລາຍງານ ການ​ສອບ​​ເສັງ​ຈົບ​ຊັ້ນ​ລະດັບ​ຊາດ ນັກຮຽນກໍ່ສ້າງ ມະຫາວິທະຍາໄລ ການທະຫານ ປີທີ 4 ຊຸດທີ 16 ຈໍຳນວນ 10 ເຫຼົ່າຮົບ ຢູ່ ວ.ກ ຕໍ່ກອງປະຊຸມ ຄັ້ງທີ 2 ຕາມ​ລະບຽບ​ຫຼັກການ ຂອງ​ໂຮງຮຽນ ກອງທັບ​ປະຊາຊົນ​ລາວ ທີ່​ໄດ້​ຮຽນ​ຈົບ​ຫຼັກສູດ ​ໃນ​ການ​ສອບ​ເສັງ ​ເພື່ອ​ຢັ້ງຢືນ​ຄວາມ​ຮູ້ – ຄວາມ​ສາມາດ.

ຜ່ານ​ການ​ເຄື່ອນ​ໄຫວ​ສອບ​ເສັງ​ລະດັບ​ຊາດ ​ແຕ່​ວັນ​ທີ 7-11 ມິຖຸນາ 2021 ​ເປັນ​ຕົ້ນ​ມາ ​ເຊິ່ງມີ​ບັນດາ​ນັກຮຽນ​ເຂົ້າ​ສອບ​ເສັງ​ຕົວ​ຈິງ 217 ສະຫາຍ ທີ່​ກົມ​ໃຫຍ່​ເສນາ​ທິການ​ໄດ້​ອະນຸມັດ ສະບັບ​ເລກທີ 1039/ກສນ ນະຄອນຫຼວງວຽງ​ຈັນ ວັນ​ທີ 28 ​ພຶດສະພາ 2020 .

ສາມາດ ຢັ້ງຢືນ​ຜົນ​ການ​ສອບ​ເສັງ ຂອງ​ນັກ​ສຶກສາ​ຄື​ດັ່ງ​ນີ້ ​ເຫຼົ່າ ທະຫານ​ຣາບ ຄະ​ແນນ​ 8,8 ຄະ​ແນນ, ​ເຫຼົ່າການ​ເມືອງ ຄະ​ແນນ​ 8,7 , ​ເຫຼົ່າຣົບ ລົດ​ຕັງ​-ຍານ​ເກາະ ຄະ​ແນນ​ 8,65 ຄະ​ແນນ, ​ເຫຼົ່າຣົບ​ປືນ ​ໃຫຍ່​ໜ້າດິນ ຄະ​ແນນ​ 8,25 ຄະ​ແນນ, ​ເຫຼົ່າຣົບ​ປ້ອງ​ກັນອາກາດ ​ ​ 8,51 ຄະ​ແນນ, ​ເຫຼົ່າລົບ​ຊ່າງ​ແສງ  8,61 ຄະ​ແນນ, ​ເຫຼົ່າຣົບ ສື່ສານ  8,40 ຄະ​ແນນ,​ ​ເຫຼົ່າຣົບ ສືບ​ຂ່າວ ​ 8,48 ຄະ​ແນນ, ​ເຫຼົ່າຣົບ​ຕີ​ພິ​ເສດ​  8,63 ຄະ​ແນນ, ​ເຫຼົາ​ຣົບເຄມີ  8,62 ຄະ​ແນນ.

​ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມ ກັນຄົ້ນຄວ້າ, ປຶກສາຫາລື ເຖິງບັນດາເນື້ອໃນ ຂອງທຸກພາກສ່ວນ ນັກ​ສຶກສາ ຈົ່ງ​ຍົກ​ສູງ ຄວາມ​ຮັບຜິດຊອບ ຕໍ່ໜ້າ​ທີ່​ການ​ເມືອງໃຫ້​ສູງ​ຂຶ້ນ ຖື​ເອົາ​ການຝຶກ​ຝົນ​ກໍ່ສ້າງ​ຕົນ​ເອງ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ , ມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມບັດ-ສິນທຳປະຕິວັດ, ມີຄວາມດຸໝັ່ນ ຄົ້ນຄ້ວາ, ຊອກຮູ້ຮ່ຳຮຽນ, ປະຕິບັດໄດ້ຂໍ້ກຳນົດ ກົດລະບຽບ ຂອງກອງທັບ ກໍ່ຄື ຂໍ້ກຳນົດ ວ.ກ ວາງອອກຢ່າງເຂັ້ມງວດ ​ແລະ ພ້ອມ​ກັນຍາ​ດ​ເອົາ​ຄະ​ແນນ​ດີ ຄະ​ແນນ​ເກັ່ງ​ ​ເຂົ້າ​ໃສ່​ໃບ​ປະກາ​ດສະ​ນີຍະ​ບັດ ​ໃຫ້​ມີ​ຄຸນ​ນະພາ​ບສູງ.

ຂ່າວ : ວັນນະເລດ ລໍວັນໄຊ , ພາບ : ລຸນ​ທອງ ສີ​ບຸນເຮືອງ