ລາວ-ຕວັກກີ ຈະສົ່ງເສີມການຮ່ວມມືພາກທຸລະກິດ ແລະ ການຄ້າສອງຝ່າຍໃຫ້ຫຼາຍຂຶ້ນ

843

ທ່ານຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ໂອຼຮັນ ເອີເຊີກ (Orhan Isik) ເອກອັກຄະລັດຖະທູດຕວັກກີ ວັນທີ 17 ມິຖຸນາ 2021 ທີ່ກະຊວງ (ອຄ) ເຊິ່ງໄດ້ມີການປຶກສາຫາລືການຄ້າຮ່ວມກັນຫຼາຍຢ່າງ.

ທ່ານ ຄໍາແພງ ໄຊສົມແພງ ກ່າວຕ້ອນຮັບວ່າ: ການພົບປະຄັ້ງນີ້ຈະເປັນຂີດໝາຍສໍາຄັນໃນການຮ່ວມມືພາກທຸລະກິດ ແລະ ການຄ້າທັງສອງຝ່າຍ. ການພົບປະຄັ້ງນີ້ ມີຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ)ພ້ອມຄະນະເຂົ້າຮ່ວມ ເຊິ່ງຜ່ານມາສະພາການຄ້າທັງສອງຝ່າຍກໍໄດ້ມີການຮ່ວມມືກັນມາແລ້ວ.

ການຮ່ວມມືກະຊວງ ອຄ ຂອງລາວ ແລະ ກະຊວງ ອຄ ຕວັກກີ ມີມາດົນນານ ແຕ່ເດັ່ນທີ່ສຸດແມ່ນໃນປີ 2016 ທີ່ເຮັດໃຫ້ການຮ່ວມມືກ້າວສູ່ລວງເລິກ ແຕ່ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຮ່ວມມືບໍ່ທັນໄດ້ດີ ແລະ ບໍ່ຫຼາຍເທົ່າທີ່ຄວນແຕ່ກໍມີໜໍ່ແໜງ.

ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີກະຊວງ ອຄ ຍັງແຈ້ງທ່າແຮງບົ່ມຊ້ອນ ເພື່ອດຶງດູດການລົງທຶນ ຈາກຕວັກກີ ໂດຍ ສປປລາວ ເປັນໃຈກາງໃນການຄົມມະນາຄົມຂົນສົ່ງໃນພາກພື້ນ ໂດຍມີທາງລົດໄຟ ທີ່ຈະເປີດໃນທ້າຍປີນີ້, ພ້ອມນັ້ນ ກໍມີເຂດເສດຖະກິດພິເສດ ເຊິ່ງສາມາດຮອງຮັບ ການລົງທຶນຕ່າງໆ ແລະ ມີແຮງງານ ເພື່ອສະໜອງໃຫ້ການຜະລິດໃນໂຮງງານອຸດສາຫະກຳ.
ສປປລາວ ແລະ ຕວັກກີ ຍັງບໍ່ມີສັນຍາການຄ້າຮ່ວມກັນ ເຊິ່ງຂໍ້ມູນດ້ານການຄ້າ ລາວ-ຕວັກກີ 2018-2020 ມີຄື: ປີ 2018 ມູນຄ່າການສົ່ງອອກຂອງລາວ 6,8 ລ້ານໂດລາ ມູນຄ່າການນໍາເຂົ້າ 8,2 ລ້ານໂດລາ, ມູນຄ່າການຄ້າລວມ 15 ລ້ານກວ່າໂດລາ; ປີ 2019 ມູນຄ່າການສົ່ງອອກຂອງລາວ 6,7 ກວ່າລ້ານ ມູນຄ່າການນໍາເຂົ້າ 7,7ລ້ານກວ່າໂດລາ, ມູນຄ່າການຄ້າລວມ 14,4 ລ້ານກວ່າໂດລາ; ໃນປີ 2020 ມູນຄ່າການສົ່ງອອກຂອງລາວ 3,8 ລ້ານກວ່າໂດລາ, ມູນຄ່າການນໍາເຂົ້າ 1,9 ລ້ານກວ່າໂດລາ, ລວມ 5,7 ລ້ານກວ່າໂດລາ.

ສິນຄ້າລາວສົ່ງອອກມີ: ເສັ້ນໄຍສັງເຄາະ, ເກືອ, ມາດ, ພລາສະເຕີ, ປູນຂາວ, ເຄື່ອງໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າ, ຢາງພາລາ, ຢາງ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍຢາງ, ພລາສະຕິກ, ເຄື່ອງທີ່ເຮັດດ້ວຍພລາສະຕິກ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.
ສິນຄ້ານໍາເຂົ້າ ແມ່ນ: ພາຫະນະທາງບົກ, ນອກຈາກລົດໄຖນາ ແລະ ລົດຈັກ, ແຮ່, ຂີ້ໂລຫະ ແລະ ຂີ້ເຖົ່າອື່ນໆ, ເສັ້ນໄຍສັງເຄາະ, ຝ້າຍ ແລະ ຜະລິດຕະພັນຈາກຝ້າຍ, ເຄືອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ.

ທ່ານ ໂອຼຮັນ ເອີເຊີກ ກ່າວ ສະແດງຄວາມຂອບໃຈ ແລະ ຊົມເຊີຍ ການມາຮັບໜ້າທີ່ໃໝ່ຂອງທ່ານ ລັດຖະມົນຕີຢູ່ ກະຊວງ ອຄ , ພາຍຫຼັງທີ່ຂ້າພະເຈົ້າມາຮັບໜ້າທີ່ ຢູ່ ສປປລາວ ກໍໄດ້ລົງຢ້ຽມ ເຂດເສດຖະກິດພິເສດຕ່າງໆ ບໍ່ວ່າຈະເປັນເຂດເສດຖະກິດພິເສດສະຫວັນເຊໂນ, ຂົວມິດຕະພາບ 1, ສາງທ່ານາແລ້ງ ແລະ ໂຄງການພັດທະນາອື່ນໆ ເຮັດໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈ ແລະ ມີຂໍ້ມູນ ເພື່ອນໍາໄປເປັນແຜນໃນການສະເໜີພາກທຸລະກິດຂອງ ຕວັກກີ ທີ່ມີຄວາມສົນໃຈມາລົງທຶນຢູ່ ສປປລາວ.

ກ່ອນການລະບາດຂອງພະຍາດໂຄວິດ-19 ສະພາການຄ້າຕວັກກີ ໄດ້ເຊີນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ໄປຢ້ຽມຢາມ ເພື່ອພົບປະແລກປ່ຽນການຮ່ວມມື ແລະ ການລົງທຶນຮ່ວມກັນ ແຕ່ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ແຜນການດັ່ງກ່າວຖືກເລື່ອນໄປ ຖ້າຫາກສະພາບດີຂຶ້ນ ມີຄວາມເປັນໄປໄດ້ທີ່ ສອງສະພາການຄ້າພວກເຮົາຈະໄດ້ລົງເລິກການຮ່ວມມືກັນ ເຊິ່ງພາຍຫຼັງການພົບປະຄັ້ງນີ້ແລ້ວ ພວກເຮົາຈະໄດ້ສືບຕໍ່ປັບປຸງການຮ່ວມມືກັນ ໂດຍເຮົາມີສະຖານທູດເປັນຈຸດເຊື່ອມຕໍ່ ກໍຈະເຮັດໃຫ້ການຮ່ວມມືການຄ້າດີຂຶ້ນເປັນກ້າວໆ.