ນະຄອນຫຼວງພະບາງ ບິແບ່ງນໍ້າໃຈ ຊ່ວຍເຫຼືອ ໄຊຍະບູລີ ມອບເຄື່ອງອຸປະໂພກ ມູນຄ່າ 40 ລ້ານກີບ

530

ວັນທີ 15 ມິຖຸນາ 2021 ນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້າຄອງນະຄອນຫລວງພະບາງ ພ້ອມດ້ວຍຄະນະ ແລະ ນັກທຸລະກິດຜູ້ປະກອບການ ແຂວງຫລວງພະບາງ ໄດ້ມອບເຄືອງຊ່ວຍເຫລືອໃຫ້ເມືອງໄຊຍະບູລີ ທີ່ເກີດໄພພິບັດນໍ້າຖ້ວມ ,ໃນນັ້ນ ນະຄອນຫລວງພະບາງ ໄດ້ມອບເງີນສົດຈໍານວນ 17,000,000 ກີບ, ມີ່ 111 ແກັດ, ນໍ້າດື່ມ 95 ແກັດ ສ່ວນນັກທຸລະກິດໄດ້ມອບເງີນສົດຈຳນວນ 5,000,000 ກີບ, ນໍ້າດື່ມ 100 ແພັກ, ມີ່ໄວໄວ 100 ແກັດ, ເຂົ້າຈີ່ 500 ກ້ອນເຊິ່ງ ລວມມູນຄ່າທັງຫມົດແມ່ນ 40,000,000 ກີບ.

ຮັບໂດຍ ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ ພ້ອມດ້ວຍຄະນະ ແລະ ໄດ້ກ່າວ ສະແດງຄວາມຮູ້ບຸນຄຸນຢ່າງຍິ່ງມາທ່ານ ວຽງທອງ ຫັດສະຈັນ ພ້ອມດ້ວຍຄະນະ ແລະ ນັກທຸລະກິດ ແຂວງຫລວງພະບາງຈົ່ງມີພາລະນາໄມທີ່ສົມບູນ ມີຄວາມກ້າວຫນ້າໃນຫນ້າທີ່ການງານຂອງທ່ານ.