ບັນຍາກາດມື້ທຳອິດຂອງການສັກວັກແຊງຮອບໃໝ່ ແລະ ສັກໄຟເຊີສໍາລັບ 2 ກຸ່ມບູລິມະສິດ

425

ເປີດມື້ທຳອິດ ໃນການໃຫ້ບໍລິການສັກວັກແຊງຮອບໃໝ່ຄືກຄື້ນເປັນພິເສດ ໃນນີ້ມີສັກໄຟເຊີ ເພື່ອປ້ອງກັນພະຍາດໂຄວິດ-19  ໃຫ້ກັບກຸ່ມ ຜູ້ມີອາຍຸ 60 ປີຂຶ້ນໄປ ແລະ ກຸ່ມຜູ້ມີພະຍາດປະຈຳຕົວ   ແລະ ວັກແຊັງອີກສອງຊະນິດຄືຊີໂນຟາມ ກັບແອັດຕາເຊເນກ້າເຂັມ 1 ແລະ 2 ຢູ່ຕາມໂຮງຫມໍເມືອງ , ສຸກສາລາ ແລະ ຈຸດຕ່າງໆ ໃນບັນດາເມືອງອ້ອມຂ້າງນະຄອນຫຼວງວຽງຈັນທີ່ໄດ້ກໍານົດໄວ້.

ທ່ານ ນາງ ດຣ ຈັນສະຫມອນ ຈິດຕະກອນ  ຫົວຫນ້າຫ້ອງການສາທາລະນະສຸກ ເມືອງຈັນທະບູລີ ໄດ້ໃຫ້ສຳພາດວ່າ: ຈຸດສັກວັກແຊງໄຟເຊີ ຂອງເມືອງຈັນທະບູລີແມ່ນ ໄດ້ຈັດຕັ້ງຢູ່ຫ້ອງວ່າການປົກຄອງເມືອງຈັນທະບູລີ  ສຳລັບ ວັກແຊງຊິໂນຟາມ ແມ່ນຈັດຕັ້ງຢູ່ສອງຈຸດ ຄື ເຂັມທີ 1ແລະ2 ຢູ່ໂຮງຫມໍເມືອງຈັນທະບູລີ ແລະ ມູນນິທິຈີນດົງປ່າແລບ  ການສັກວັກແຊງໄຟເຊີ ຢູ່ຫ້ອງວ່າການປົກຄອງເມືອງຈັນທະບູລີ ແມ່ນເນັ້ນໃສ່ສອງກຸ່ມເປົ້າຫມາຍເປັນຫລັກຕາມການຊີ້ນຳຂອງຂັ້ນເທິງກໍຄື ກຸ່ມທີ1 ແມ່ນກຸ່ມອາຍຸ 60ປີຂຶ້ນໄປ ທີ່ມີພະຍາດຊຳເຮື້ອ ຫລື ບໍ່ມີ ສ່ວນກຸ່ມທີ ສອງ ແມ່ນກຸ່ມອາຍຸ 18-59ປີ ທີ່ມີພະຍາດປະຈຳຕົວ ໃນການຈັດຕັ້ງປະຕີບັດແມ່ນ ຫ້ອງການສາທາລະນະສຸກ ໄດ້ມີການກະກຽມແຈ້ງການຫາອົງການປົກຄອງພາຍໃນເມືອງ ຈຳນວນ 30ບ້ານ ໃຫ້ເກັບກຳກຸ່ມເປົ້າຫມາຍລົງທະບຽນລາຍຊື່ ສົ່ງໃຫ້ຫ້ອງການສາທາເມືອງ ຫລັງຈາກນັ້ນເກັບກຳວ່າແຕ່ລະບ້ານມີຈຳນວນເທົ່າໃດ ແລ້ວຈະມີຕາຕະລາງໃນການນັດຫມາຍໃຫ້ມາສັກ ພ້ອມທັງຈັດຕັ້ງປະຕິບັດໃນວັນທີ 15-25 ໃຫ້ສຳເລັດ ໃນແຜນໃຫ້ຜູ້ມາໃຊ້ບໍລິການປະມານ 500ຄົນ/ວັນ  ແລະ ຂໍເຊີນຊວນໃຫ້ພໍແມ່ປະຊາຊົນທີຍັງບໍ່ທັນມາຮັບວັກແຊງນັ້ນ ໃຫ້ເຂົ້າມາໃຊ້ບໍລິການໃນຈຸດທີ່ໄດ້ກຳນົດ ສິ່ງທີ່ຕ້ອງກະກຽມແມ່ນບັດຫນຶ່ງປະຈຳຕົວ, ສຳມະໂນຄົວ ຫລື ພາສປອດ ສອງແມ່ນຕ້ອງມາຮັບບັດຄິວຢູ່ຈຸດບໍລິການ ເພື່ອຈະໄດ້ແບບຟອມໃນການຂຽນປະຫວັດຕົນເອງ

ນອກຈາກນີ້ກໍຂໍແນະນຳປະຊາຊົນທີ່ໄດ້ຮັບວັກແຊງໄປແລ້ວ ແມ່ນຕ້ອງປະຕິບັດມາດຕະການຢ່າງເຂັ້ມງວດ ບໍ່ຄວນຖືເບົາ ເຖິງແມ່ນວ່າຈະໄດ້ຮັບວັກແຊງໄປແລ້ວ ບໍ່ໄດ້ຫມາຍຄວາມວ່າຈະບໍ່ໄດ້ຮັບເຊື້ອ ສະນັ້ນຕ້ອງໄດ້ປະຕິບັດມາດຕະການຫລັກ3 ຢ່າງໃຫ້ເຄັ່ງຄັດຄື: ໃສ່ຜ້າປິດປາກດັງທຸກຄັ້ງທີ່ອອກໄປຊຸມຊົນ, ຮັກສາໄລຍະຫ່າງ ແລະ ລ້າງມືເປັນປະຈຳດ້ວຍເຈວທີ່ມີທາດເຫລົ້າ ພົກຕິດໂຕໄປນຳ ສ່ວນໄລຍະເວລາໃນການມາຮັບບໍລິການສັກວັກແຊງ ສຳລັບ ຫ້ອງວ່າການປົກຄອງເມືອງຈັນທະບູລີ ແມ່ນເປັນບ້ານຕະລຸມບອນ ບໍລິການຈັນເຖິງສຸກ 8:00ໂມງ -16:00 ແລະ ສຳຫລັບເສົາ- ທິດແມ່ນໃຫ້ບໍລິການສະເພາະຕອນເຊົ້າ

ຜູ້ທີ່ມາຮັບບໍລິການສັກວັກແຊງ ໄດ້ໃຫ້ສໍາພາດວ່າ : ພໍ່ ສຸກໃຈ ອາຍຸ 59 ປີ  ໄດ້ໃຫ້ຮູ້ວ່າ ໄດ້ສັກວັກແຊງຂອງຊິໂນຟາມ ການຕັດສິນໃຈມາຮັບວັກແຊງ ແມ່ນເປັນການຊ່ວຍປະເທດຊາດ ເພື່ອບໍ່ໃຫ້ພະຍາດໂຄວິດ-19 ນີ້ແຜ່ລະບາດ ແລະ ຫລັງຈາກໄດ້ຮັບວັກແຊງແມ່ນບໍ່ໄດ້ມີອາການແຊກຊ້ອນຫຍັງ ເພາະຫມັ້ນໃຈວ່າໂຕໃດກໍແມ່ນດີຫມົດ ກ່ອນຈະຕັດສິນໃຈມາຮັບວັກແຊງເຫດຜົນທີຫນຶ່ງກໍເພື່ອງປ້ອງກັນຕົນເອງ ແລະ ອີງຕາມສະພາບຂອງການແຜ່ລະບາດ ກ່ອນຈະມາສັກແມ່ນບໍ່ໄດ້ມີຄວາມກັງວົນ ນອນຫລັບໃຫ້ພຽງພໍ ສຳລັບການປ້ອງກັນຕົນເອງເວລາຢູ່ບ້ານ ຫລືຈຳເປັນອອກໄປທາງນອກກໍ ແມ່ນໄດ້ໃສ່ຜ້າອັດປາກດັງ ລ້າງມືເລື່ອຍໆ ແລະ ຢາກຮຽກຮ້ອງໃຫ້ຜູ້ທີ່ຍັງບໍ່ໄດ້ສັກກໍຢາກໃຫ້ເຂົ້າມາຫາແພດຫມໍ ເພື່ອປຶກສາກ່ຽວກັບເງື່ອນໄຂຕ່າງໆ ວ່າຈະສັກໄດ້ຫລືບໍ່ ເພື່ອໃຫ້ສາມາດຫມັ້ນໃຈໄດ້ໃນຄວາມປອດໄພ

ແມ່ ວິໄລພອນ ໄດ້ໃຫ້ຮູ້ຕື່່ມວ່າ : ກ່ອນຫນ້ານີ້ແມ່ນບໍ່ໄດ້ມາສັກເນື່ອງຈາກວ່າຮ່າງກາຍບໍ່ແຂງແຮງ ແລະ ໃນຕອນນີ້ທາງກະຊວງສາທາລະນະສຸກໄດ້ແຈ້ງວ່າ ມີຢາວັກແຊງຊະນິດຂອງ ໄຟເຊີ ທີ່ຄົນ ມີພະຍາດປະຈຳຕົວ ແລະ ຜູ້ສູງອາຍຸ ສາມາດມາຮັບວັກແຊງໄດ້ ດັ່ງນັ້ນຈຶ່ງຕັດສິນໃຈມາໃນມື້ນີ້  ເພື່ອປ້ອງກັນຕົນເອງ  ຄອບຄົວ ແລະ ສັງຄົມ ໂດຍສະເພາະຄົນໃນຄອບຄົວກໍໄດ້ຮັບວັກແຊງຫມົດແລ້ວ ສໍາລັບ ໃນການປະຕິບັດມາຕະການຕ່າງໆ ພາຍໃນຄອບຄົວກໍມີການເວັ້ນໄລຍະຫ່າງ ຫມັ້ນລ້າງມື ເຊິ່ງເປັນສິ່ງທີ່ເຮັດປະຈຳຢູ່ພາຍໃນຄອບຄົວ

ນາງ ມະນີລາ ອາຍຸ 23ປີ ໄດ້ໃຫ້ຮູ້ວ່າ: ຕົນເອງໄດ້ຮັບການສັກວັກແຊງໄຟເຊີ ສາເຫດທີ່ເລືອກເປັນວັກແຊງໄຟເຊີ ຍ້ອນວ່າຕົນເອງມີນ້ອງທີ່່ໄດ້ໄປສຶກສາຮຳ່ຮຽນຢູ່ທີ່ຝຣັ່ງ ເຊິ່ງວ່າແຊງໄຟເຊີ ສາມາດເຂົ້າໄປໃນຕ່າງປະເທດໄດ້ ຫລັງຈາກສັກແລ້ວ ກໍບໍ່ມີອາການຫຍັງພຽງແຕ່ຮູ້ປວດແຂນເລັກນ້ອຍ ເຊິ່ງເປັນອາການປົກກະຕິຂອງການສັກຢາ ກ່ອນຈະມາຮັບແຊງແມ່ນໄດ້ມີການກຽມຕົວຄື ກິນນຳ້ຫລາຍໆ ພັກຜ່ອນໃຫ້ພຽງພໍ ການມາຮັບວັກແຊງໃນຄັ້ງນີ້ແມ່ນບໍ່ມີຄວາມກັງວົນຫຍັງຈາກການສຶກສາ ແລະ ສອບຖາມນ້ອງທີ່ຮຽນຢູ່ຝັ່ງ ແມ່ນໄດ້ສັກໄຟເຊີຄືກັນ ແຕ່ບໍ່ມີອາການຫຍັງ ແລະ ຂໍຝາກຄົນທີ່ຍັງບໍ່ໄດ້ມາສັກໃຫ້ມາ ເພື່ອປ້ອງກັນຕົນເອງ ເຖິງການປ້ອງກັນຈະບໍ່ເຖິງ 100% ແຕ່ມັນກໍສາມາດເຮັດໃຫ້ເຮົາມີພູມຄຸ້ມກັນທີ່ດີຂຶ້ນກວ່າເກົ່າ