ກວດເບິ່ງຈຸດສ່ຽງ ຈາກຜູ້ຕິດເຊື້ອໃໝ່ 4 ກໍລະນີ ຢູ່ນະຄອນຫຼວງວຽງຈັນ

565

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 13 ມິຖຸນາ 2021 ວ່າ: ວັນທີ12ມິຖຸນາໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.348 ຕົວຢ່າງ, ກວດພົບຜູ້ຕິດເຊື້ອ 6 ກໍລະນີ, ຈາກນະຄອນຫຼວງວຽງຈັນ 4 ກໍລະນີ ແລະ ສະຫວັນນະເຂດ 1 ກໍລະນີ(ນຳເຂົ້າ)ແລະ ຫຼວງນ້ຳທາ 1 ກໍລະນີ.

ສຳລັບນະຄອນຫຼວງວຽງຈັນ 4 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນມີດັ່ງນີ້

ກໍລະນີ 1932: ຊື່ ທ້າວ ຖິ່ນ ອາຍຸ 26 ປີ ສັນຊາດລາວ ອາຊີບຄ້າຂາຍ, ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າໄປປິ່ນປົວຢູ່ໂຮງໝໍມະໂຫສົດ ຍ້ອນມີອາການໄອ, ປວດຕາມກ້າມຊີ້ນ ແລະ ແໜ້ນໜ້າເອິກ, ຫາຍໃຈຝືດ, ເຈັບຄໍ, ຂີ້ມູກຍ້ອຍ, ເຂົ້າປິ່ນປົວ ວັນທີ 12 ມີຖຸນາ 2021 ແລະ ແພດເກັບຕົວຢ່າງສົ່ງກວດ ແລະ ຜົນກວດອອກມາພົບເຊື້ອ.

ກໍລະນີ1933 ເພດຍິງ ອາຍຸ 52 ປີ ອາຊີບ ແມ່ເຮືອນ ຊຶ່ງເປັນແມ່ຂອງຜູ້ຕິດເຊື້ອ 1921 ( ຜູ້ສໍາຜັດໃກ້ສິດ), ບ້ານດອນແດງ ຮ່ອມ 32 ເມືອງຈັນທະບູລີ ນະຄອນຫຼວວຽງຈັນ ໄປໂຮງໝໍເສດຖາທິລາດ ຍ້ອນອາການເມື່ອມັກເປັນວິນ ແລ້ວໄດ້ຖືກເກັບຕົວຢ່າງໃນວັນທີ 12 ມີຖຸນາ 2021 ຜູ້ກ່ຽວມີພະຍາດປະຈໍາໂຕ ແລະ ໄດ້ກິນຍາ ປິ່ນປົວ 5 – 6ປີ ດັ່ງນັ້ນ ຈຶ່ງບໍ່ໄດ້ອອກໄປໃສ.

ກໍລະນີ 1934 ເພດຍິງ ອາຍຸ 36 ປີ ອາຊີບແມ່ເຮືອນ, ບ້ານໜອງແຕ່ງເໜືອ ຮ່ອມ 15 ເມືອງສີໂຄດຕະບອງ ບໍ່ມີອາການຫຍັງ, ຜູ້ກ່ຽວແມ່ນເປັນຜູ້ສໍາຜັດໃກ້ສິດໂດຍກົງກັບຜູ້ທີ່ຕິດເຊື້ອ ຢູ່ບ້ານເກົ້າລ້ຽວມາກ່ອນໜ້ານີ້ ແລ້ວຈຶ່ງໄປເກັບຕົວກວດຢູ່ ມສ ສີໂຄດ ໃນວັນທີ 12 ມີຖຸນາ 2021; ວັນທີ 7 ຫາ ທີ 8 ເດືອນ ມິຖຸນາ ໄດ້ມີລູກສາວ ແລະ ລູກຊາຍມານອນຍາມ ຢູ່ເຮືອນຂອງຜູ້ກ່ຽວ, ວັນທີ ຫາ ວັນທີ 13 ມິຖຸນາ ໄດ້ກັກໂຕຢູ່ເຮືອນ.

ກໍລະນີ 1935 ເພດຍິງ ອາຍຸ 16 ປີ ອາຊີບ ແມ່ບ້ານ, ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ສິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 12 ມິຖຸນາ ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ