ກວດເບິ່ງ! ສະຖານທີ່ໃຫ້ບໍລິການສັກວັກຊີນ ຟາຍເຊີ ແລະ ຊີໂນຟາມ ເຂັມ1 ຮອບໃໝ່ຢູ່ນະຄອນຫຼວງວຽງຈັນ

1096

ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນຂອງຄະນະສະເພາະກິດເພືອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 12 ມິຖຸນາ 2021 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານການໃຫ້ວັກຊີນໃນຂອບເຂດທົ່ວປະເທດ ມາຮອດປັດຈຸບັນສັກເຂັມທີ 1 ແລ້ວ 712.793 ເຂັມ ກວມ 9,71%; ສັກເຂັມ 2 ໄດ້ 385.921 ເຂັມ ກວມ 5,26%.

ທ່ານ ດຣ. ພອນປະເສີດ ອຸນາພົມ ໃຫ້ຮູ້ຕື່ມວ່າ: ດ້ານການກະກຽມໃຫ້ວັກຊີນຟາຍເຊີ້ Pfizer ປັດຈຸບັນອຳນາດການປົກຄອງຂັ້ນບ້ານຢູ່ນະຄອນຫຼວງວຽງຈັນ ໄດ້ມີການລົງເກັບກຳເປົ້າໝາຍ ໂດຍສະເພາະກຸ່ມຜູ້ສູງອາຍຸ 60 ຂຶ້ນໄປຢູ່ໃນແຕ່ລະບ້ານ ໄດ້ກວມ 70-80% ແລ້ວ. ສະນັ້ນ, ການຈັດຕັ້ງປະຕິບັດວຽກຊີນຟາຍເຊີ້ເຂັມທີ 1 ຈະໄດ້ເລີ່ມຂຶ້ນໃນວັນທີ 15 ມິຖຸນາ ໂດຍໄດ້ກຳນົດສະຖານທີ່ບໍລິການສັກຄື:

1.ສະໂມສອນຫ້ອງວ່າການປົກຄອງ ເມືອງຈັນທະບູລີ
2.ສະໂມສອນຫ້ອງວ່າການປົກຄອງເມືອງສີໂຄດຕະບອງ
3.ໂຮງໝໍເມືອງໄຊເສດຖາ
4.ໂຮງໝໍເມືອງສີສັດຕະນາກ
5.ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ


6.ໂຮງໝໍເມືອງຫາດຊາຍຟອງ,
7 ໂຮງໝໍເມືອງສັງທອງ ແລະ ໂຮງໝໍນ້ອຍປາກຕອນ,
8.ໂຮງໝໍເມືອງປາກງື່ມ
9.ໂຮງໝໍເມືອງນາຊາຍທອງ

ນອກນັ້ນໃນວັນທີ 15 ມິຖຸນານີ້ ກໍຈະໄດ້ມີການສັກວັກຊີນຊີໂນຟາມ ຮອບທີ 2 ເຂັມ 1 ເຊັ່ນກັນຕາມຈຸດບໍລິການເຊັ່ນ:

1.ສະມາຄົມຈີນ ເມືອງຈັນທະບູລີ
2.ໂຮງໝໍເມືອງສີໂຄດຕະບອງ, ມໍຕົ້ນ ສີໄຄ
3.ມສ ມິດຕະພາບລາວ-ຫວຽດ ເມືອງໄຊເສດຖາ
4.ສະໜາມກິລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ
5.ໂຮງໝໍເມືອງໄຊທານີ


6.ໂຮງໝໍເມືອງຫາດຊາຍຟອງ
7 ຫ້ອງການສາທາລະນະສຸກເມືອງສັງທອງ
8.ໂຮງໝໍເມືອງປາກງື່ມ
9. ໂຮງໝໍນ້ອຍອີ່ໄລ, ໂຮງໝໍນ້ອຍບ້ານບົວ ເມືອງນາຊາຍທອງ