ນະຄອນຫຼວງຍັງພົບການຕິດເຊື້ອໃນຊຸມຊົນອີກ, ຮຽກຮ້ອງສັງຄົມໃຊ້ຊີວິດປົກກະຕິແບບໃໝ່ຢ່າງເຄັ່ງຄັດ

734

 

ຕາມການຖະແລງຂ່າວຂອງຄະນະສະເພາະກິດ ເພື່ອກວດກາ. ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ກ່ຽວກັບວຽກງານການກວດວິເຄາະໃນວັນທີ 11 ມິຖຸຸນາ 2021 ທົ ່ວປະເທດ ໄດ້ມີການເກັບຕົວຢ່າງ ມາກວດຫາເຊື້ອໂຄວິດ-19ທັງໝົດ 1.842 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້້ອໃໝ່ 11 ກໍລະນີ.

ກ່ຽວກໍລະນີຕິດເຊື້້ອໃໝ່ 11 ຄົນນັ້ນ (ກໍລະນີຢັ້ງຢືນທີ 1980–1990) ເປັນຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງ 3 ຄົນ (2 ຄົນແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ ອີກໜຶ່ງຄົນເປັນກໍລະນີໃໝ່ທີ່ກຳລັງຊອກຫາແຫຼ່ງທີ່ມາຂອງການຕິດເຊື້ອ.
ສ່ວນອີກ 8 ຄົນແມ່ນກວດພົບຢູ່ແຂວງຈຳປາສັກ ແມ່ນກໍລະນີນຳເຂົ້າ ກວດພົບຈາກຈຳນວນແຮງງານລາວທີ່ກັບຈາກປະເທດໄທຢ່າງຖືກກົດໝາຍ.

ສຳລັບເຂດສ່ຽງໃນນະຄອນຫຼວງວຽງຈັນທີ່ຜູ້ຕິດເຊື້ອເດີນທາງໄປແມ່ນວັນທີ 03ມິຖຸນາ2021 ແລະ 10 ມິຖຸນາ 2021: ຜູ້ກ່ຽວໄດ້ເອົາເອກະສານໄປສົ່ງໃຫ້ເອື້ອຍຢູ່ບ້ານສະພານທອງ ເມືອງສີສັດຕະນາກ ແລະແວ່ຕະຫຼາດສະພານທອງ, ຈາກນັ້ນວັນທີ 10 ມິຖຸນາໄດ້ເດີນທາງໄປຫາຄອບຄົວຢູ່ບ້ານນາແພງ ເມືອງໂພນໂຮງແຂວງວຽງຈັນ.

ສັງລວມມາຮອດປະຈຸບັນນະຄອນຫຼວງມີບ້ານເຂດແດງທັງໝົດ 16 ບ້ານໃນ 7 ເມືອງ ໃນນັ້ນບ້ານທີ່ເປັນເຂດແດງໃໝ່ເລີ່ມກຳນົດວັນທີ 12ືມິຖຸນາເປັນຕົ້ນໄປຄື ບ້ານດອນແດງ.


ຄະນະສະເພາະກິດໄດ້ຕີລາຄາວ່າ ມາຮອດປະຈຸບັນຕົວເລກຜູ້ຕິດເຊື້ອໃນທົ່ວປະເທດແມ່ນມີທ່າອ່ຽງຫຼຸດລົງ ແລະບໍ່ມີການລະບາດຢູ່ໃນຊຸມຊົນຕາມແຂວງຕ່າງໆ ຈະຍັງແຕ່ນະຄອນຫຼວງວຽງຈັນໃນຮູບແບບເປັນຈຸ້ມໃນຄອບຄົວ ແລະບຸກຄົນທີ່ມີການພົວພັນໃກ້ຊິດ.


ທັ້ງນີ້ກໍ່ຍ້ອນວ່າ ປະຊາຊົນຍັງຖືເບົາ ມີການພົວພັນໄປຫາຫາສູ່ກັນກັບຄົນຈຳນວນຫຼາຍໃນລະຫວ່າງທີ່ຍັງບໍ່ທັນມີອາການສະແດງອອກ ດັ່ງນັ້ນຄົນໃກ້ຊິດຈິ່ງເປັນຜູ້ຕິດເຊື້ອກ່ອນໝູ່ຫາກຜູ້ໃດໜຶ່ງໃນບັນດາຜູ້ທີ່ໄດ້ພົວພັນກັນນັ້ນຕິດເຊື້ອໂຄວິດ-19 ຂຶ້ນມາ ເຊິ່ງຖາ້ຍັງມີ ເຫດການດັ່ງກ່າວນີ້ຕະຫຼອດການຕິດເຊຶ້ື້ອພະຍາດ COVID-19 ຈາກຄົນໜຶ່ງໄປຫາຄົນອື່ນໆໃນຊຸມຊົນຈະສືບຕໍ່ລະບາດໃນສັງຄົມບໍ່ມີມື້ສິ້ນສຸດ.