ແຈ້ງເຕືອນສະບັບໃໝ່! ລະວັງຝົນຕົກໜັກຢູ່ 15 ແຂວງ ແຕ່ນີ້ຮອດ14 ມິຖຸນາ

1195

 

ຟ້າຝົນລົມພາຍຸມາເທື່ອໃດແມ່ນມີຄວາມເສຍຫາຍບໍ່ຫຼາຍກໍ່ໜ້ອຍ ເຊິ່ງໄລຍະນີ້ເຂົ້າສູ່ລະດູຝົນແລ້ວ ຂໍ້ດີຄືເຂົ້າໃນນາພືດໃນສວນຈະບໍ່ແຫ່ວແຫ້ງ ແຕ່ບັນຫານ້ຳຖ້ວມ, ນ້ຳຂັງດິນເຈື່ອນມາຕາມມາ ເມື່ອຝົນຕົກເຮັດໃຫ້ດິນຫຼົມ ຂໍ້ນີ້ທຸກຄົນຄວນມີສະຕິ.


ອີງຕາມອຸຕຸອອກແຈ້ງເຕືອນສະບັບໃໝ່ຫຼ້າສຸດນີ້ແມ່ນໃຫ້ລະວັງຝົນຕົກໜັກ ໃນວັນທີ 12 ຫາ 14 ມິຖຸນາ 2021 ເນື່ອງຈາກວ່າຍ່ອມຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງທີ່ປົກຄຸມຢູ່ເຂດທະເລຈີນຕອນກາງ ແລະ ຄາດວ່າຈະມີກຳລັງແຮງເພີ່ມຂຶ້ນກາຍເປັນພາຍຸດີເປຼຊັ້ນ ແລະ ຈະເຄື່ອນທີ່ໄປທາງເກາະໄຮໜານສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງແຮງ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ ໃນໄລຍະ ວັນທີ 12 ຫາ 14 ມິຖຸນາ 2021 ນີ້.

ແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກ ໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊູ ເກີດຂື້ນໃນໄລຍະ 2-3 ວັນຕໍ່ໜ້ານີ້.