ທ່ານ ຄຳພັນ ພົມມະທັດ ຢໍ້າ ເຊກອງ ຕ້ອງເອົາໃຈໃສ່ວຽກງານຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ນັບມື້ຫຼຸດນ້ອຍຖອຍລົງ

829

ໃນວັນທີ 9 ມິຖຸນາ 2021 ນີ້ ທີ່ສະໂມສອນແຂວງເຊກອງ ທ່ານ ຄໍາພັນ ພົມມະທັດ ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ພ້ອມດ້ວຍການນໍາຂອງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.


ທ່ານ ເຫຼັກໄຫຼ ສີວິໄລ ໄດ້ລາຍງານການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ຕິດພັນກັບມະຕິ X ຂອງອົງຄະນະພັກແຂວງ ແລະການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2021 ເຊິ່ງເປັນປີເລີ່ມຕົ້ນໃນການຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ແລະຢູ່ໃນສະພາບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະການລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດໃຫ້ການພັດທະນາໃນຫຼາຍຂະແໜງການບໍສາມາດປະຕິບັດໄດ້ຕາມແຜນ; ການສະໜອງການລົງທຶນຂອງລັດເຂົ້າໃນໂຄງການພັດທະນາພື້ນຖານໂຄງລ່າງບໍ່ໄດ້ຕາມເປົ້າໝາຍ ແລະການດໍາລົງຊີວິດທໍາມາຫາກິນຂອງປະຊາຊົນພົບຄວາມຫຍຸ້ງຍາກ; ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ-ອົງການປົກຄອງແຂວງເຫັນວ່າ ເສດຖະກິດມະຫາພາກຂອງແຂວງຍັງສືບຕໍ່ຂະຫຍາຍຕົວ ໂດຍສະເພາະໃນຂົງເຂດກະສິກໍາ-ປ່າໄມ້; ຂົງເຂດອຸດສາຫະກໍາພະລັງງານໄຟຟ້ານໍ້າຕົກ ຄາດຄະເນ GDP ຈະຂະຫຍາຍຕົວໃນລະດັບ 3-4% ແລະອັນພົ້ນເດັ່ນແມ່ນຂະບວນການປູກພືດປະເພດຕ່າງໆເປັນສິນຄ້າເຫັນວ່າຟົດຟື້ນພໍສົມຄວນ; ຂະນະດຽວກັນ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ກໍມີຫຼາຍໂຄງການແມ່ນມີຄວາມຄືບໜ້າຄາດວ່າຈະສໍາເລັດຕາມແຜນ.


ໃນໂອກາດນີ້ ທ່ານ ຄໍາພັນ ພົມມະທັດ ກໍໄດ້ໃຫ້ກຽດໂອ້ລົມຊີ້ນໍາ ແລະເນັ້ນໜັກໃຫ້ການນໍາແຂວງເຊກອງຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ຕິດພັນກັບມະຕິ X ຂອງອົງຄະນະພັກແຂວງ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ເພື່ອສ້າງຄວາມເຂົ້າໃຈ, ສ້າງຄວາມເປັນເອກະພາບ, ສ້າງການຫັນປ່ຽນແຂງແຮງເລິກເຊິ່ງຮອບດ້ານ ໂດຍສະເພາະການຫັນປ່ຽນດ້ານແນວຄິດຈິນຕະນາການ ແນໃສ່ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະສິ່ງທ້າທາຍຕ່າງໆໃນໄລຍະຜ່ານມາ ສ້າງໄດ້ຜົນສໍາເລັດໃໝ່ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.


ພ້ອມນີ້ ກໍເອົາໃຈໃສ່ດຶງດູດການລົງທຶນພາກເອກະຊົນພາຍໃນ ແລະຕ່າງປະເທດ; ຂຸດຄົ້ນທ່າແຮງບົ່ມຊ້ອນທີ່ໄດ້ປຽບຂອງແຂວງເຂົ້າໃນການພັດທະນາ; ກໍານົດການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະວຽກງານອື່ນໆໃຫ້ມີຈຸດສຸມ, ຖືກທິດ ແລະຍືນຍົງ; ບໍາລຸງຍົກລະດັບພະນັກງານໃຫ້ມີຄວາມຮູ້ຄວາມສາມາດ; ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະຊຸກຍູ້ການສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ, ທັງນີ້ ກໍເພື່ອແນໃສ່ສ້າງບາດກ້າວບຸກທະລຸແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ; ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ດ້ວຍການນໍາໃຊ້ເຕັກນິກວິທະຍາສາດ, ວິຊາການແບບໃໝ່ ເພື່ອຍົກສະມັດຕະພາບຂອງຜົນຜະລິດໃຫ້ໄດ້ທັງປະລິມານ ແລະຄຸນນະພາບ; ປັບປຸງ ແລະກໍ່ສ້າງສອງກໍາລັງປະກອບອາວຸດໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງສາມາດປະຕິບັດໜ້າທີ່ປ້ອງກັນເວນຍາມ, ປະຕິບັດໜ້າທີ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມເປັນຕົ້ນບັນ ຫາຢາເສບຕິດ, ຂີ້ລັກງັດແງະ ແລະອື່ນໆໃຫ້ຫຼຸດນ້ອຍຖອຍລົງ ແນໃສ່ເຮັດໃຫ້ແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ປະຊາຊົນມີຄວາມສາມັກຄີປອງດອງ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ ແລະສີວິໄລ.