ອາຊຽນ-ຈີນ ເຫັນດີຮ່ວມກັນຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດ

383

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງ ຄົບຮອບ 30 ປີ ການພົວພັນຮ່ວມມື ອາຊຽນ-ຈີນ ຈັດຂຶ້ນໃນວັນທີ 7 ມິຖຸນາ 2021 ທີ່ເມືອງຊົງຊິງ ສປ ຈີນ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຫວາງອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ TeodoroLocsin ລັດຖະມົນຕີຕ່າງປະເທດຂອງ ຟິລິບປິນ. ນອກຈາກນີ້, ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້, ໄດ້ຕີລາຄາຄືນບັນດາໝາກຜົນແຫ່ງການຮ່ວມມືອາຊຽນ-ຈີນ ທີ່ເປັນຮູບປະທໍາໃນໄລຍະ 30 ປີຜ່ານມາ ຊຶ່ງກວມເອົາສາມເສົາຄ້ຳການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ), ພ້ອມທັງຮ່ວມກັນກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ຊຶ່ງ 2 ຝ່າຍເຫັນດີຈະສືບຕໍ່ຮ່ວມມືກັນໃນບາງຂະແໜງການບຸລິມະສິດທີ່ປະກອບດ້ວຍ ແຜນການຮ່ວມມືໄລຍະສັ້ນ ແລະ ໄລຍະຍາວ. ສໍາລັບການຮ່ວມມືໃນໄລຍະສັ້ນ ຫຼື ຮີບດ່ວນ, ອາຊຽນ ແລະ ຈີນ ຈະສຸມໃສ່ຮັດແໜ້ນການຮ່ວມມື ໃນການຮັບມືກັບພະຍາດໂຄວິດ-19 ແລະ ສິ່ງທ້າທາຍຫຼັງການລະບາດຂອງພະຍາດໂຄວິດ-19, ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີເປັນຕົ້ນການຄົ້ນຄວ້າ-ພັດທະນາ (R&D) ຢາວັກຊິນຕ້ານພະຍາດໂຄວິດ-19 ແລະ ການສະໜອງຢາວັກຊິນ ຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ຫຼື ໂຄແວັກ (COVAX) ແລະ ການຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19 ໂດຍເນັ້ນໃສ່ ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ ແລະ ການສະໜັບສະໜູນຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດດຳເນີນທຸລະກິດ-ການຄ້າ ທາງເອເລັກໂຕຣນິກຮ່ວມກັນໄດ້.

ສໍາລັບການຮ່ວມມືໃນໄລຍະຍາວ, ອາຊຽນ ແລະ ຈີນ ຈະສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025); ການຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນ-ຈີນ ແລະ ສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຫຼື RCEP; ແລະ ການສົ່ງເສີມການຮ່ວມມືອະນຸພາກພື້ນໂດຍສະເພາະຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ນອກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນການສົ່ງເສີມການພົວພັນຮ່ວມມືທີ່ສ້າງສັນ ລະຫວ່າງ ບັນດາປະເທດມະຫາອໍານາດ ແລະ ອື່ນໆ.


ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ ແລະ ການສະໜອງທຶນຊ່ວຍເຫຼືອ ເພື່ອຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ; ພິເສດ, ແມ່ນການຊ່ວຍເຫຼືອໃນການສະໜອງວັກຊິນຕ້ານໂຄວິດ-19 ທັງຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ພ້ອມນີ້, ທ່ານລັດຖະມົນຕີຍັງໄດ້ສະເໜີໃຫ້ກອງປະຊຸມພິຈາລະນາ ບາງຂົງເຂດບຸລິມະສິດການຮ່ວມມື ອາຊຽນ-ຈີນ ໃນໄລຍະຕໍ່ໜ້າ ເຊັ່ນ: ຂະແໜງສາທາລະນະສຸກ ໂດຍສະເພາະການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ; ການສະໜັບສະໜູນການເຊື່ອມຈອດອາຊຽນ ແລະ ແຜນແມ່ບົດການເຊື່ອມຈອດອາຊຽນ 2025; ການຮັດແຄບຄວາມແຕກໂຕນດ້ານການພັດທະນາ; ການພັດທະນາຊັບພະຍາກອນມະນຸດ ແລະ ການຖ່າຍທອດບົດຮຽນ ແລະ ປະສົບການໃນວຽກງານການຫຼຸດຜ່ອນຄວາມທຸກຍາກ.

ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືການກະກຽມດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ (PMC) ໃນເດືອນສິງຫາ 2021 ແລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນ-ຈີນ ທີ່ ໃນເດືອນ ຕຸລາ 2021.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບທ່ານ ບຸຍ ແທັງ ເຊີນ ລັດຖະມົນຕີຕ່າງປະເທດ ຂອງ ສສ ຫວຽດນາມ ຊຶ່ງ ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ກໍຄືທິດທາງການຮ່ວມມືໃນຕໍ່ໜ້າ, ໂດຍສະເພາະການຮ່ວມມືທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ໃນການພົບປະສອງຝ່າຍຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ລັດຖະບານ ສສ ຫວຽດນາມ ທີ່ ໄດ້ສົ່ງທີມແພດ ແລະ ມອບອຸປະກອນການແພດ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍໃນການຮັບມືກັບພະຍາດໂຄວິດ-19.

ຂ່າວ-ພາບ: ກະຊວງການຕ່າງປະເທດ