ຊົມເຊີຍແພດໝໍ ຊ່ວຍເອົາ ໂຕທາກ ເກາະໃນຫຼອດລົມເດັກນ້ອຍ 4 ປີ ອອກໄດ້

884

ໃນວັນທີ 7 ມິຖຸນາ 2021 ມີຜູ້ປົກຄອງ ໄດ້ນຳເດັກນ້ອຍຊາຍອາຍຸ 4 ປີ ມາໂຮງໝໍ ເນື່ອງຈາກເຈັບຫຼອດລົມຢູ່ກົກຄໍ ດັ່ງນັ້ນທີມແພດໝໍ ຫູດັງຄໍ ໂຮງໝໍແຂວງອຸດົມໄຊ ຈຶ່ງໄດ້ກວດກາ ແລະ ພົບວ່າມີບາງຢ່າງທີ່ເປັນເນື້ອອ່ອນໆ ຕິດຢູ່ຫຼອດລົມຈຶ່ງໄດ້ຫາວິທີເອົາອອກ.


ສຸດທ້າຍໝໍກໍ່ສາມາດດຶງສິ່ງທີ່ຕິດຢູ່ຫຼອດລົມເດັກນ້ອຍຊາຍນັ້ນອອກມາໄດ້ ປະກົດວ່າ ແມ່ນ ໂຕທາກ ທີ່ເຂົ້າອາໄສຢູ່ຫລອດລົມເດັກຊາຍ ມາໄດ້ 1 ເດືອນປາຍ, ຍ້ອນມັນເຂົ້າໄປດູດກິນເລືອດຢູ່ພາຍໃນຄໍ ຈຶ່ງເຮັດໃຫ້ໂຕມັນໃຫຍ່ຂຶ້ນ.ໃຫ້ລະມັດລະວັງກັນແນ່ເດີພີ່ນ້ອງ.