WHO ຊີ້ ໂຄວິດລະບາດໃນ ຫວຽດນາມ ບໍ່ແມ່ນສາຍພັນປະສົມ

323

ອົງການອະນາໄມໂລກ ( WHO ) ຢືນຢັນວ່າເຊື້ອໄວຣັສໂຄວິດ – 19 ທີ່ທາງການຫວຽດນາມ ລະບຸກ່ອນໜ້ານີ້ວ່າເປັນເຊື້ອກາຍພັນປະສົມລະຫວ່າງສາຍພັນອິນເດຍ ແລະ ສາຍພັນອັງກິດນັ້ນ ບໍ່ແມ່ນສາຍພັນປະສົມໃໝ່ແຕ່ຢ່າງໃດ ແຕ່ເປັນສ່ວນໜຶ່ງຂອງການກາຍພັນໃນສາຍພັນອິນເດຍທີ່ມີຢູ່ແລ້ວ ເຊິ່ງເປັນການກາຍພັນທີ່ມີລັກສະນະຂອງການກາຍພັນຄັ້ງໃໝ່ໃນຮູບແບບດຽວກັນກັບການກາຍພັນຂອງສາຍພັນອັງກິດ.

ທ່ານ ປາກ ກີ – ດົງ ຜູ້ແທນອົງການອະນາໄມໂລກປະຈຳຫວຽດນາມ ເປີດເຜີຍໃນວັນທີ 3 ມິຖຸນາຜ່ານມາວ່າ: ເຊື້ອໄວຣັສໂຄໂຣນາ ຫຼື ໂຄວິດ – 19 ທີ່ກະຊວງສາທາລະນະສຸກຫວຽດນາມ ໃຫ້ຂໍ້ມູນໄວ້ນັ້ນ ບໍ່ແມ່ນການກາຍພັນຊ້ຳຊ້ອນຂອງເຊື້ອໄວຣັສສອງສາຍພັນ ຫຼື ການລວມຕົວທາງພັນທຸກຳລະຫວ່າງສາຍພັນໃດ ແຕ່ຍັງເປັນ “ ເຊື້ອເດລຕ້າ ” ( ຊື່ເປັນພາສາເກຣັກ ) ທີ່ WHO ກຳນົດຂຶ້ນມາໃໝ່ ເພື່ອເອີ້ນແທນເຊື້ອໄວຣັສໂຄໂຣນາທີ່ພົບໃນແຕ່ລະປະເທດ ເຊິ່ງເຊື້ອສາຍພັນ ເດລຕ້າ ໝາຍເຖິງເຊື້ອ B.16712 ທີ່ພົບຄັ້ງທຳອິດໃນອິນເດຍນັ້ນເອງ.

ແນວໃດກໍຕາມ, ອົງການອະນາໄມໂລກຍັງຕິດຕາມສະຖານະການການແຜ່ລະບາດຢູ່ຫວຽດນາມຢ່າງໃກ້ຊິດ ເນື່ອງຈາກເຊື້ອໄວຣັສສາຍພັນເດລຕ້າ ຕິດຕໍ່ກັນງ່າຍ ແຜ່ລະບາດຢ່າງໄວວາ ແລະ ສົ່ງຜົນໃຫ້ເກີດມີອາການຮຸນແຮງ ໂດຍສະເພະຜູ້ທີ່ມີສຸຂະພາບບໍ່ແຂງແຮງ.