ເຈົ້າແຂວງຈຳປາສັກ ພ້ອມຄະນະ ພົບປະໂອ້ລົມປະຊາຊົນ ບ້ານຕົວເມືອງນ້ອຍຊົນນະບົດສິງສຳພັນ

496

ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ພົບປະໂອ້ລົມອຳນາດການປົກຄອງ ແລະ ປະຊາຊົນ ບ້ານຕົວເມືອງນ້ອຍຊົນນະບົດສິງສຳພັນ ເມືອງຊະນະສົມບູນ ແຂວງຈຳປາສັກ ໃນວັນທີ 4 ມິຖຸນາ 2021 ໂດຍມີ ທ່ານ ສອນສະຫວັນ ສີວິໄລ ເຈົ້າເມືອງຊະນະສົມບູນ, ມີການນຳພະແນກການທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງ, ພ້ອມດ້ວຍອົງການປົກຄອງ ແລະ ປະຊາຊົນ ບ້ານຕົວເມືອງຊົນນະບົດສິງສຳພັນ ໃຫ້ການຕ້ອນຮັບ.


ທ່ານ ບຸນທຳ ຊາຕະກຸນ ເລຂາໜ່ວຍພັກ, ນາຍບ້ານ ຕາງໜ້າອຳນາດການປົກຄອງບ້ານຕົວເມືອງນ້ອຍຊົນນະບົດສິງສຳພັນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດນຳພາ-ຊີ້ນຳ ແລະ ຈຸດພິເສດ ທີ່ຕັ້ງບ້ານຕົວເມືອງນ້ອຍຊົນນະບົດສິງສຳພັນ, ທິດຕາເວັນຕົກຕິດກັບແມ່ນ້ຳຂອງ ແລະ ອຳເພີໂຂງຈຽມ(ປະເທດໄທ). ມີເນື້ອທີ່ທັງໝົດ 3.145 ເຮັກຕາ, ມີພົນລະເມືອງທັງໝົດ 1.290 ຄົນ, ສ່ວນໃຫຍ່ແມ່ນຍຶດຖືການປູກຝັງ, ລ້ຽງສັດກວມເຖິງ 70% ແລະ ອາຊີບຄ້າຂາຍ, ຫາປາ ກວມ 30%. ມີແຫລ່ງທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ເປັນຕົ້ນ: ຫີນພູຂ້ອງ, ຫີນຫົງ, ຫີນເຜົ່າ. ພິເສດ ຍັງເປັນບ່ອນຕັ້ງດ່ານປະເພນີ ລະຫວ່າງ ເມືອງຊະນະສົມບູນ ກັບ ອຳເພີໂຂງຈຽມ.


ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ  ໄດ້ຍ້ອງຍໍຊົມເຊີຍ ອຳນາດການປົກຄອງ ພ້ອມດ້ວຍພໍ່ແມ່ປະຊາຊົນ ບ້ານຕົວເມືອງນ້ອຍຊົນນະບົດສິງສຳພັນ ທີ່ໄດ້ພ້ອມກັນສຸມທຸກເຫື່ອແຮງສະຕິປັນຍາ ໃນການປົກປັກຮັກສາອະທິປະໄຕຂອງປະເທດ ກໍ່ຄືເຮັດໜ້າທີ່ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ໃຫ້ທ້ອງຖິ່ນ.

ພ້ອມກັນນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ພ້ອມກັນສືບຕໍ່ ເພີ່ມທະວີການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ການສ້າງບ້ານ-ກຸ່ມບ້ານພັດທະນາ, ສ້າງບ້ານພັດ ທະນາ ປະຊາຊົນຢູ່ດີ-ກິນດີ, ເອົາໃຈໃສ່ຊຸກຍູ້ການພັດທະນາ, ປັບປຸງພື້ນຖານໂຄງລ່າງ ການບໍລິການທາງຜ່ານ ເຊື່ອມໂຍງ-ເຊື່ອມຈອດ ເພື່ອກະຕຸ້ນເສດຖະກິດ. ສືບຕໍ່ການຮ່ວມມືຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ເພື່ອພ້ອມກັນແກ້ໄຂສະພາບຕ່າງໆ ທີ່ເກີດຂຶ້ນ.

ຂ່າວ: ທັດຊະນະ