ນະຄອນຫຼວງວຽງຈັນ ຕິດເຊື້ອໃນຊຸມຊົນ ອີກ 2 ຄົນ ມີປະຫວັດເດີນທາງໄປຕະຫຼາດ, ກຸມບ້ານສິນໄຊ, ບ້ານນາບົງ, ບ້ານນາຂາມ

733

ສປປລາວ ພົບກໍລະນີຕິດເຊື້ອໂຄວິດ-19 ຈຳນວນ 5  ຄົນ, ໃນນີ້ ນະຄອນຫຼວງວຽງຈັນ ຕິດເຊື້ອໃນຊຸມຊົນ ອີກ 2 ຄົນ ມີປະຫວັດເດີນທາງໄປຕະຫຼາດ, ກຸມບ້ານສິນໄຊ, ບ້ານນາບົງ, ບ້ານນາຂາມ.

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນວ່າ: ວັນທີ 4 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.532 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 5 ກໍລະນີ; ໃນນີ້ ຈາກນະຄອນຫຼວງວຽງຈັນ 2 ກໍລະນີ ແມ່ນ ກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ (1 ຄົນຈາກບ້ານ ທ່າຊ້າງ ເມືອງ ປາກງື່ມ ແລະ ອີກ 1 ຄົນ ຈາກບ້ານໂພນທັນ ເມືອງໄຊເສດຖາ). ສຳລັບແຂວງສະຫວັນນະເຂດ 2 ກໍລະນີ ແລະ ຈໍາປາສັກ 1 ກໍລະນີ ແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນມາຈາກປະເທດໄທຖືກຕ້ອງຕາມກົດໝາຍ.

ຮອດປັດຈຸບັນ ສປປລາວມີກໍລະນີຕິດເຊທື່ອສະົສມທັງໝົກ1.959ຄົນ, ການປີ່ນປົວຫາຍດີທັງໝົດ 1.693 ກໍລະນີ (ໃໝ່ 13),  ເສຍຊີວິດສະສົມ 03 ກໍລະນີ (ໃໝ່ 0).

ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ
-ໄປຕະຫລາດສະພານທອງ ເມືອງສີສັດຕະນາກ
– ວັນທີ 31/05/2021:
– ກຸ່ມບ້ານສິນໄຊ
– ຮ້ານຕັດຜົມ ໃກ້ກັບຫ້ອງການບ້ານນາບົງ ເມືອງໄຊທານີ
-ບ້ານໂພນຂາມ ເມືອງປາກງື່ມ

ເຖິງວ່າທ່າອ່ຽງຂອງການລະບາດຢູ່ໃນປະເທດຂອງພວກເຮົາ ໂດຍສະເພາະບັນດາແຂວງມີທ່າອ່ຽງຫຼຸດລົງຕາມການລາຍງານໃນແຕ່ລະວັນກໍ່ຕາມ, ແຕ່ສໍາລັບນະຄອນຫຼວງວຽງຈັນ ເຖີງວ່າຈຳນວນຄົນເຈັບຕິດເຊື້ອລາຍງານຫຼຸດລົງແຕ່ກໍ່ຍັງມີລາຍງານກໍລະນີໃໝ່ທີ່ຕິດເຊື້ອໃນຊຸມຊົນແຕ່ລະວັນ ແລະ ຍັງມີບາງກໍລະນີກວດພົບວ່າບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.


ສະນັ້ນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການໃໝ່ສະບັບເລກທີ 595/ຫສນຍ ລົງວັນທີ່ 4 ມີຖຸນາ 2021 ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນ ສປປລາວ ໃນໄລຍະ ວັນທີ 5-19 ມີຖຸນາ 2021 ໂດຍມີການສືບຕໍ່ປະຕິບັດມາດຕະການຕາມຄຳສັ່ງເລກທີ 15/ນຍ, ແຈ້ງການເລກທີ 528/ຫສນຍ ແລະ ໄດ້ຜ່ອນຜັນບາງມາດຕະການເຊັ່ນວ່າ: ອະນຸຍາດໃຫ້ເປີດບາງກິດຈະການເພື່ອຊ່ວຍກະຕຸ້ນໃຫ້ເສດຖະກິດຟື້ນໂຕ ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນທີ່ບໍ່ໄດ້ນອນຢູ່ໃນເຂດທີ່ມີການລະບາດໄດ້ອອກມາທຳມາຫາກີນ ແລະ ດຳລົງຊີວິດປົກກະຕິແບບ ໃໝ່.