ລ້ຽງປາຄວນຄຳນຶງເຖິງບັນຫາໃດແດ່?

808

ການລ້ຽງປາ ເປັນອີກອາຊີບວຽກງານໜຶ່ງທີ່ມີຄວາມຈຳເປັນ ແລະ ສຳຄັນຕໍ່ການດໍາລົງຊີວິດ ສາມາດສ້າງລາຍຮັບທີ່ດີໂດຍສະເພາະແມ່ນຜູ້ມີເງື່ອນໄຂສະດວກໃນການລ້ຽງ (ມີສະຖານທີ່) ເພາະຂັ້ນຕອນການລ້ຽງປາກໍບໍ່ຫຍຸ້ງຍາກປານໃດຂໍແຕ່ມີສະຖານທີ່ລ້ຽງທີ່ເໝາະສົມ ແລະ ມີອາຫານທີ່ພຽງພໍ. ອີກຢ່າງໜຶ່ງຕ້ອງຮູ້ຈັກຄຳນຶງເຖິງບັນຫາ ແລະ ຫຼັກການລ້ຽງເປັນຢ່າງດີຈິ່ງຈະໄດ້ຮັບປະສິດທິຜົນທີ່ດີ.

ປັດຈຸບັນ ການລ້ຽງປາ ເປັນອາຊີບໜຶ່ງທີ່ໄດ້ຮັບຄວາມສົນໃຈຫຼາຍໃນໝູ່ຊາວກະສິກອນເພາະວ່າການລ້ຽງປານັ້ນຈະຊ່ວຍສ້າງລາຍໄດ້ໃຫ້ແກ່ຜູ້ລ້ຽງຫຼາຍຂຶ້ນ. ສຳລັບປານິນ ເປັນປາທີ່ລ້ຽງງ່າຍເຮົາສາມາດລ້ຽງໄດ້ທັງແບບທຳມະຊາດ ຫຼື ຈະລ້ຽງແບບປະສົມປະສານວິທະຍາສາດ.
ປານິນ ນອກຈາກຈະເປັນປາທີ່ລ້ຽງງ່າຍແລ້ວຍັງໃຫ້ຄຸນປະໂຫຍດຫຼາຍຢ່າງທາງໂພຊະນາການ ສາມາດເປັນສິນຄ້າຄໍ້າຊູຄວາມເປັນຢູ່ຊາວກະສິກອນໃຫ້ມີອາຊີບໝັ້ນຄົງ. ສະນັ້ນ ຄໍລໍາກະສິກໍາ ມື້ນີ້ຈະພາທ່ານໄປຮູ້ຈັກວິທີການລ້ຽງປາແບບງ່າຍໆທັງປະຢັດງົບໃນການລົງທຶນໂດຍສະເພາະ ການກະກຽມບໍ່ລ້ຽງປາ, ແນວພັນປາ, ອາຫານປາ ແລະ ວິທີການເບິ່ງແຍງ.

ไม่มีคำอธิบายรูปภาพ

1. ການເລືອກແນວພັນ: ສຳລັບປາພໍ່ພັນ ແລະ ແມ່ພັນຕ້ອງເປັນປາທີ່ມີຄວາມສົມບູນ, ແຂງແຮງ, ຈະເລີນເຕີບໂຕໄວ, ສຸຂະພາບດີຈິ່ງເອົາມາເຮັດພໍ່ພັນ, ແມ່ພັນໄດ້; ຕ້ອງເປັນປາທີ່ມີນ້ຳໜັກປະມານ 150-200 ກຣາມ.

2. ສຳລັບການລ້ຽງໃນບໍ່ອະນຸບານ: ລູກປາທີ່ຈະເອົາມາລ້ຽງໃນບໍ່ອະນຸບານຕ້ອງມີອາຍຸປະມານ 2 ອາທິດ; ສໍາລັບພື້ນທີ່ຂະໜາດ 2.000 ຕາແມັດ, ສາມາດລ້ຽງລູກປາໄດ້ປະມານ 5-6 ແສນໂຕ, ລ້ຽງເອົາໄວ້ໃຫ້ໄດ້ປະມານເດືອນເຄິ່ງກໍ່ສາມາດປ່ອຍລົງໄດ້ໃນບໍ່ລ້ຽງ. ສ່ວນອາຫານໃນການລ້ຽງປາໄລຍະອະນຸບານຈະເປັນເປືອກຖົ່ວ, ຮຳອ່ອນ, ອາຫານປາ, ວິຕາມິນ ແລະ ເກືອນຳມາປະສົມເຂົ້າກັນແລ້ວໃຫ້ລູກປາກິນ.

อาจเป็นรูปภาพของ สถานที่ในร่ม

3. ບໍ່ລ້ຽງ: ເຮົາຕ້ອງເບິ່ງໃຫ້ລະອຽດດ້ານຂະໜາດ ວ່າຈະສາມາດປ່ອຍໄດ້ຈັກໂຕຈິ່ງຈະເໝາະສົມເຊິ່ງຕ້ອງຢືດຫຼັກການທີ່ວ່າເນື້ອທີ່ 1 ຕາແມັດສາມາດລ້ຽງປາໄດ້ໜຶ່ງໂຕ ຈຶ່ງຈະເໝາະສົມທີ່ສຸດ, ຖ້າຫາກປ່ອຍປາເກີນຂະໜາດກໍຈະເຮັດໃຫ້ປາຈະເລີນເຕີບໂຕຊ້າລົງ.

4. ອາຫານປາ: ການໃຫ້ອາຫານແມ່ນ 3 ຄັ້ງຕໍ່ມື້, ສ່ວນ ໃຫຍ່ປານິນແມ່ນເປັນປາທີ່ກິນພືດຈຶ່ງລ້ຽງໄດ້ງ່າຍ; ປາຈະຫາກິນເອງໃນທຳມະຊາດ, ແຕ່ກໍຄວນເສີມດ້ວຍອາຫານເສີມເຂົ້າໄປອີກ ເພື່ອຄວາມຈະເລີນເຕີບໂຕທີ່ເໝາະສົມຂອງປາ ແລະ ຈະໄດ້ນ້ຳໜັກຫຼາຍຂຶ້ນ. ອາຫານທີ່ຈະເສີມໃຫ້ປາກິນນັ້ນໄດ້ແກ່ຮຳອ່ອນ, ເປືອກຖົ່ວລວມກັບຫົວອາຫານປາປະສົມເຂົ້າກັນ ກໍສາມາດຊ່ວຍໃຫ້ການຈະເລີນເຕີບໂຕຂອງປາໃນບໍ່ໄດ້ດີກ່ວາການລ້ຽງແບບທຳມະຊາດ. ຖ້າເຮົາໃຫ້ອາຫານສະໝ່ຳສະເໝີ ປາຈະມີໂອກາດໃຫຍ່ໄວອາຍຸ 3 ເດືອນກໍຈະມີນ້ຳໜັກ 30 ກຣາມ, 6 ເດືອນນ້ຳໜັກ 200 ກຣາມ ແລະ 12 ເດືອນ ນ້ຳໜັກ 500-800 ກຣາມສາມາດສົ່ງຂາຍອອກສູ່ຕະຫຼາດພ້ອມທັງສ້າງລາຍຮັບໄດ້ແລ້ວ.

ການລ້ຽງປາຕ້ອງຄໍານຶງຫຼາຍຢ່າງ ໃນນັ້ນທີ່ສໍາຄັນຕ້ອງເລືອກສະຖານທີ່ເໝາະສົມ, ມີເວລາໃນການດູແລ, ປ້ອງກັນຄວາມປອດໄພທາງດ້ານທໍາມະຊາດ ແລະ ຄົນຮ້າຍ. ນອກນັ້ນຍັງຕ້ອງຄໍານຶງເຖິງຕົ້ນທຶນ ແລະ ຜົນຕອບຮັບອີກ.

[ ທີ່ມາ: The Southern Times ]

อาจเป็นรูปภาพของ ข้อความ