ແຂວງສະຫວັນນະເຂດ ປິ່ນປົວຄົນເຈັບໂຄວິດ-19 ຫາຍດີອີກ 3 ກໍລະນີ 

508

ພະແນກສາທາລະນະສຸກ ແຂວງ ສະຫວັນນະເຂດ ລາຍງານວ່າ: ວັນທີ 3 ມີຖຸນາ 2021 ເວລາ 15:00 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 3 ກໍລະນີ ຢູ່ສູນປີ່ນປົວພະຍາດໂຄວິດ-19 ( ວິທະຍາໄລ ວິທະຍາສາດ ສຸຂະພາບ ) ແຂວງສະຫວັນນະເຂດ.

ເຂົ້າຮ່ວມຂອງ ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງ, ທິມແພດປິ່ນປົວ, ຄອບຄົວ ແລະ ອໍານາດການປົກຄອງບ້ານບ່ອນຢູ່ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້.


ທ່ານ ດຣ ນ. ພູວິໄລ ແກ້ວມຸງຄຸນ ໄດ້ກ່າວຕໍ່ໍ່ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວ,ແລະ ອຳນາດການປົກຄອງບ້ານວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.


ລາຍຊື່ຜູ້ທີ່ປິ່ນປົວຫາຍດີແລ້ວ ແລະ ອອກຈາກສູນປິ່ນປົວໃນວັນທີ 3 ມີຖຸນາ 2021 ມີ 03 ຄົນຄື:1. ທ້າວ ຈອນ ອາຍຸ 40 ປີ, ບ້ານ ຄຳນ້ອຍ, ເມືອງ ຈຳພອນ, ແຂວງສະຫວັນນະເຂດ, ວັນທີເຂົ້າໂຮງໝໍ 19 ພຶດສະພາ 2021, ວັນທີ ອອກໂຮງໝໍ 3 ມີຖຸນາ 2021,  ລວມວັນນອນປີ່ນປົວ 15 ວັນ.2. ທ້າວ ພົມມາ ອາຍຸ 28 ປີ, ບ້ານ ຄຳນ້ອຍ, ເມືອງ ຈຳພອນ, ແຂວງສະຫວັນນະເຂດ, ວັນທີເຂົ້າໂຮງໝໍ 19 ພຶດສະພາ 2021, ວັນທີ ອອກໂຮງໝໍ 3 ມີຖຸນາ 2021, ລວມວັນນອນປີ່ນປົວ 15 ວັນ.


3. ທ້າວ ແກ້ວ ຫີນສິລາ ອາຍຸ 45 ປີ, ບ້ານ ນາກະເດົາ, ເມືອງ ລະຄອນເພັງ, ແຂວງສາລະວັນ, ວັນທີເຂົ້າໂຮງໝໍ 12 ພຶດສະພາ 2021, ວັນທີ ອອກໂຮງໝໍ 3 ມີຖຸນາ 2021,  ລວມວັນນອນປີ່ນປົວ 22 ວັນ.