ຫົວເຫວີຍລາວ ມອບຜ້າອັດປາກໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19

1866

ໃນຕອນເຊົ້າວັນທີ 1 ມິຖຸນາ 2021 ນີ້, ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ( ລາວ ) ຈຳກັດ ຜູ້ດຽວ ໄດ້ມອບຜ້າອັດປາກອະນາໄມ ຈຳນວນ 38.000 ແຜ່ນ, ຖົງມື 1.000 ຖົງ ແລະ ເຄື່ອງວັດອຸນຫະພູມແບບຕັ້ງ 02 ເຄື່ອງໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ( ຕສ ) ຕາງໜ້າມອບໂດຍ ທ່ານ ຫູ ເຫວີຍຫົວ ຜູ້ອຳນວຍການໃຫຍ່ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ( ລາວ ) ຈຳກັດ ຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ.

ໃນໂອກາດນີ້, ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ບໍລິສັດຫົວເຫວີຍ ເຕັກໂນໂລຊີ ( ລາວ ) ຈໍາກັດ ຜູ້ດຽວ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ຫວັງວ່າສອງປະເທດ ກໍຄື ສປປ ລາວ – ສປ ຈີນ ຈະຜ່ານພົ້ນຈາກການລະບາດຂອງພະຍາດດັ່ງກ່າວໄດ້ໂດຍໄວ.

อาจเป็นรูปภาพของ 1 คน, กำลังยืน, กำลังนั่ง และสถานที่ในร่ม

ທ່ານ ຫູ ເຫວີຍຫົວ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໃຫ້ຄວາມເຂົ້າໃຈ, ຄວາມໄວ້ວາງໃຈ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອຕໍ່ ຫົວເຫວີຍລາວ ເປັນໄລຍະຍາວນານ. ທ່ານ ຫູ ເຫວີຍຫົວ ໄດ້ກ່າວຕໍ່ວ່າ: ປັດຈຸບັນນີ້, ປະເທດລາວຢູ່ໃນໄລຍະທີ່ພົບກັບຄວາມຫຍຸ້ງຍາກຍ້ອນພະຍາດລະບາດ, ແຕ່ພວກເຮົາເຊື່ອໝັ້ນຢ່າງຍິ່ງວ່າ ຕາບໃດທີ່ພວກເຮົາສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພວກເຮົາຈະສາມາດຜ່ານພົ້ນກັບອຸປະສັກດັ່ງກ່າວໄປໄດ້ດ້ວຍດີ. ເປັນເວລາຫຼາຍກວ່າ 20 ປີ, ຫົວເຫວີຍລາວ ໄດ້ຝຶກອົບຮົມຜູ້ທີ່ມີພອນສະຫວັນດ້ານໄອຊີທີໃຫ້ແກ່ປະເທດລາວຫຼາຍກວ່າ 3.000 ຄົນ ແລະ ໃນອະນາຄົດຈະຍັງສືບຕໍ່ປະຕິບັດຢ່າງຕັ້ງໜ້າ. ໃນປີທີ່ຜ່ານມາ, ພວກເຮົາໄດ້ຮ່ວມມືກັບສະຖາບັນເຕັກໂນໂລຊີ – ການສື່ສານຂໍ້ມູນຂ່າວສານ ຈັດການຝຶກອົບຮົມເພີ່ມຂີດຄວາມສາມາດແກ່ຜູ້ທີ່ມີພອນສະຫວັນດ້ານໄອຊີທີ ເປັນປະຈໍາທຸກເດືອນໃຫ້ນັກສຶກສາໄວໜຸ່ມ ເພື່ອຖ່າຍທອດ, ແລກປ່ຽນ ຄວາມຮູ້ດ້ານໄອຊີທີ ແລະ ຊ່ວຍໃຫ້ບັນລຸວິໄສທັດດິຈິຕອນຂອງປະເທດລາວ.

ນອກຈາກນີ້, ໂຄງການແກ່ນພັນແຫ່ງອະນາຄົດຂອງພວກເຮົາໄດ້ຄັດເລືອກເອົານັກສຶກສາ ຈໍານວນ 10 – 15 ຄົນ ຈາກມະຫາວິທະຍາໄລໃນແຕ່ລະປີ ເພື່ອເຂົ້າຮ່ວມການຝຶກອົບຮົມເປັນເວລາສອງອາທິດ ທີ່ສຳນັກງານໃຫຍ່ ຂອງ ຫົວເຫວີຍ ທີ່ນະຄອນເຊີນເຈີ້ນ ສປ ຈີນ. ທັງສອງໂຄງການມີຈຸດປະສົງເພື່ອຊ່ວຍເຫຼືອ ແລະ ຝຶກອົບຮົມຜູ້ທີ່ມີພອນສະຫວັນດ້ານໄອຊີທີໃນທ້ອງຖິ່ນ, ສົ່ງເສີມການຖ່າຍທອດຄວາມຮູ້ດ້ານໄອຊີທີ, ເພີ່ມຄວາມເຂົ້າໃຈ ແລະ ຄວາມສົນໃຈຕໍ່ອຸດສາຫະກຳໄອຊີທີ ແລະ ຊ່ວຍໃນການພັດທະນາດິຈິຕອນລາວ, ທ່ານ ຫູ ເຫວີຍຫົວ ກ່າວ.

ທ່ານ ຫູ ເຫວີຍຫົວ ໄດ້ກ່າວໃນຕອນທ້າຍວ່າ: ດັ່ງທີ່ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ກ່າວໄວ້ໃນເວທີປຶກສາຫາລືໂບອາວເພື່ອອາຊີປີ 2021 ຊີ້ໃຫ້ເຫັນວ່າໄອຊີທີຈະຊ່ວຍໃນການພັດທະນາເສດຖະກິດລາວ ແລະ ລັດຖະບານລາວຈະເຜີຍແຜ່ແຜນພັດທະນາເສດຖະກິດດິຈິຕອນ ເພື່ອໃຫ້ເໝາະສົມກັບແນວທາງດິຈິຕອນໂລກ. ຫົວເຫວີຍ ໄດ້ສະສົມປະສົບການຢ່າງເລິກເຊິ່ງໃນຂະແໜງໄອຊີທີທົ່ວໂລກ ແລະ ມີຄວາມຍິນດີທີ່ຈະປະກອບສ່ວນແບ່ງປັນປະສົບການຕົວຈິງທີ່ຮັບຜົນສຳເລັດໃນທົ່ວໂລກ ໃຫ້ແກ່ແຜນພັດທະນາເສດຖະກິດດິຈິຕອນລາວ. ພວກເຮົາຍິນດີຮ່ວມມືກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອຮ່ວມກັນຄົ້ນ ຄວ້າແຜນພັດທະນາເສດຖະກິດດິຈິຕອນທີ່ເໝາະສົມກັບການພັດທະນາຂອງລາວ.