ຢ່າຖືເບົາ! ມື້ນີ້ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 9ກໍລະນີ ຍັງມີຜູ້ຕິດເຊື້ອໃນຊຸມຊົນຢູ່

872

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ຖະແຫຼງຂ່າວ ປະຈຳວັນພຸດ ວັນທີ 03 ມີຖຸນາ ປີ 2021 ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 9ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 6ຄົນ, ສະຫວັນນະເຂດ 2ຄົນ ແລະ ຈໍາປາສັກ 1ຄົນ.

ໃນວັນທີ 3 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ:ໃນວັນທີ 2 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.725 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 9 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນ 6ກໍລະນີ, ສະຫວັນນະເຂດ 2ກໍລະນີ ແລະ ຈໍາປາສັກ 1ກໍລະນີ.

ສັງລວມແລ້ວ ມາຮອດປະຈຸບັນ ສ ປປ ລາວ ມີຈໍານວນຜູ້ຕິດເຊື້ອໂຄວິດ-19 ສະສົມ ທັງໝົດ 1.943 (ໃໝ່ 9 ກໍລະນີ ໃນນີ້ຈາກນະຄອນຫຼວງວຽງຈັນ 6 ກໍລະນີ, ຈໍາປາສັກ 1 ກໍລະນີ ແລະ ສະຫວັນນະເຂດ 2 ກໍລະນີ ເຊິ່ງແມ່ນກໍລະນີນໍາເຂົ້າ ເຫຼືອນັ້ນ 06ກໍລະນີ ແມ່ນ ກໍລະນີຕິດເຊື້ອໃນຊຸມຊົນນະຄອນຫຼວງວຽງຈັນ); ຄົນເຈັບເສຍຊີວິດ 3 ກໍລະນີ (ໃໝ່ 0) , ປີ່ນປົວຫາຍດີທັງໝົດ 1.654 ກໍລະນີ (ໃໝ່ 17).

ທັ້ງນີ້, ລາຍລະອຽດກ່ຽວກໍລະນີຕິດເຊື້ອໃໝ່ 9 ຄົນ (ກໍລະນີຢັ້ງຢືນທີ 1935 -1943) ມີດັ່ງນີ້:

ເຂດສ່ຽງ/ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ:

ວັນທີ 22/5/2021-23/5/2021 ແລະ ວັນທີ 29/05/2021: ໄປສວນ ຢູ່ບ້ານສິມມະໂນ

ເວລາ 16:00-17:00 ໂມງ ຂອງວັນທີ 30/5/2021: ໄປຕະຫລາດສີຂຽວ ບ້ານດອນກອຍ.

ເວລາ 16:00-17:00 ໂມງ ຂອງວັນທີ 02/06/2021: ໄປຕະຫລາດສະພານທອງ ແລະ ຕະຫລາດໂຮງງານ ບ້ານໂພນປ່າເປົ້າ.

ວັນທີ 27/05/2021 ແລະ ວັນທີ 30/05/2021: ໄປຫ້ອງແຖວຫຼັງຕະຫລາດໂພນສະຫວ່າງ

ວັນທີ 27/05/2021: ໄປເອົາເຄື່ອງ ຢູ່ເຮືອນໝູ່ບ້ານຫ້ວຍຫົງ

ວັນທີ 29/05/2021: ໄປກິນເຂົ້າເຮືອນພີ່ນ້ອງບ້ານອາມອນ.

ທ່ານ ດຣ ລັດສະໝີ ວົງຄຳຊາວ ກ່າວຕື່ມວ່າ: ເຖິງວ່າທ່າອ່ຽງຂອງການລະບາດຢູ່ໃນປະເທດຂອງພວກເຮົາ ແມ່ນມີທ່າອ່ຽງຫຼຸດລົງເລັກໜ້ອຍ ຕາມການລາຍງານໃນແຕ່ລະວັນກໍ່ຕາມ ແຕ່ ພວກເຮົາກໍ່ບໍ່ຄວນປະໝາດ ໃນການປະຕິບັດມາດຕະການຕ່າງໆ ຕາມແຈ້ງການ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນເວລາ 28 ວັນ.

ດັ່ງນັ້ນ, ການທີ່ໃຫ້ຢູ່ເຮືອນ ແລະ ບໍ່ອອກເດີນທາງ ໄປສະຖານທີ ອື່ນໆຍັງຖືວ່າເປັນ ຍຸດທະສາດ ກໍ່ຄືມາດຕະການຫຼັກ ແລະ ສໍາຄັນໃນການຢຸດຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວ ໃນປະເທດຂອງພວກເຮົາ.

ສະໜັບສະໜູນຂ່າວໂດຍ: