ປິດໂຮງໝໍພາກສະໜາມຫລັກ 27 ຫຼັງສຳເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ-19

707

ຂປລ. ໂຮງໝໍພາກສະໜາມຫລັກ 27 ໄດ້ປິດໃຫ້ການປິ່ນປົວ ຢ່າງເປັນທາງການ ໃນວັນທີ 31 ພຶດສະພາ 2021 ຜ່ານມາ, ພາຍຫລັງສໍາເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ທັງໝົດ 162 ຄົນ ໂດຍເປັນປະທານຂອງ ສະຫາຍ ພັນເອກ ນາງ ວັນເພັງ ພວງສາວະດີ ຮອງຫົວໜ້າກົມເສນາຮັກ ກົມໃຫ່ຍພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານແພດ-ໝໍເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ພັນໂທ ຄຳຟອງ ພູວົງ ຫົວໜ້າໂຮງໝໍພາກສະໜາມຫລັກ 27 ລາຍງານໃຫ້ຮູ້ວ່າ: ນັບແຕ່ເກີດການ ແຜ່ລະບາດພະຍາດໂຄວິດ-19 ຮອບ 2 ຢູ່ໃນ ສປປ ລາວ ຄະນະສະເພາະກິດ ໄດ້ຈັດຕັ້ງສ້າງໂຮງໝໍພາກສະໜາມຫລັກ 27 ຂຶ້ນ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ເຊິ່ງໂຮງໝໍພາກສະໜາມດັ່ງກ່າວ ໄດ້ເລີ່ມເປີດນໍາໃຊ້ໃນວັນ 29 ເມສາ 2021 ເຊິ່ງມີແພດທັງໝົດ 30 ສະຫາຍ ແບ່ງອອກເປັນ 2 ຈຸ, ມີທັງໝົດ 300 ຕຽງ, ມາຮອດປັດຈຸບັນ ສາມາດຮັບປິ່ນປົວຄົນເຈັບ ໃຫ້ຫາຍດີ ທັງໝົດ 162 ຄົນ, ຄົນຕ່າງປະເທດ 43 ຄົນ

ຜ່ານການປິ່ນປົວ ແລະ ຈັດຕັ້ງປະຕິບັດຜ່ານມາ ບໍ່ມີກໍລະນີໃດມີອາການໜັກ ແລະ ເຖິງຂັ້ນເສຍຊີວິດ ແຕ່ເຖິງຢ່າງໃດກໍຕາມ ຖ້າມີສະພາບການແຜ່ລະບາດເກີດຂຶ້ນຮອບໃໝ່ ໂຮງໝໍພາກສະໜາມຫລັກ 27 ແຫ່ງນີ້ ກໍມີຄວາມພ້ອມ ໃນການເປີດນຳໃຊ້ ປິ່ວປົວຄົນເຈັບອີກຄັ້ງ.