ເມືອງລະມາມ ແຂວງເຊກອງ ຕັ້ງເປົ້າ ຈະປູກໄມ້ ໃຫ້ໄດ້ 89 ເຮັກຕາ ໃນປີ 2021

515

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດປີນີ້ ເມືອງລະມາມ ແຂວງເຊກອງ ຈັດກິດຈະກຳປູກຕົ້ນໄມ້ຂຶ້ນ ໃນວັນທີ 1 ມິຖຸນາ 2021 ນີ້ ຢູ່ທີ່ປ່າປ້ອງກັນຍອດນໍ້າຫ້ວຍຂຽວ (ອ່າງເກັບນໍ້າຫ້ວຍຂຽວ), ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງໆເຊກອງ, ທ່ານ ວົງເດືອນ ຈັນທະບຸດຊຽງ ເຈົ້າເມືອງໆລະມາມ; ພ້ອມນີ້ ກໍມີຮອງເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ຮອງເຈົ້າເມືອງ, ຫົວໜ້າ-ຮອງພະແນກ, ຫ້ອງການ, ບໍລິສັດລັດວິສາຫະກິດ, ອົງການປົກຄອງບ້ານ ແລະປະຊາຊົນເຂົ້າຮ່ວມປູກຕົ້ນໄມ້ຢ່າງເປັນຂະບວນຟົດຟື້ນ.


ໃນພິທີ ທ່ານ ຄໍາສວນ ທອງດີມະນີວົງ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງລະມາມ ໄດ້ຫວນຄືນປະຫັວດຄວາມເປັນມາ ແລະຄວາມສໍາຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ພ້ອມທັງລາຍງານໃຫ້ຮູ້ວ່າ: ນັບແຕ່ປີ 1995-2021 ເມືອງລະມາມໄດ້ປູກໄມ້ໃຫ້ເປັນປ່າໄດ້ທັງໝົດ 2.123,05 ເຮັກຕາ, ໃຊ້ເບ້ຍໄມ້ທັງໝົດ 1 ລ້ານກວ່າເບ້ຍ, ໃນນນີ້ພາກລັດປູກ 120,64 ເຮັກຕາ; ປະຊາຊົນປູກ 315,62 ເຮັກຕາ ແລະບໍລິສັດປູກ 1.672,79 ເຮັກຕາ, ຊຶ່ງເຮັດໃຫ້ປະຈຸບັນ ເມືອງລະມາມມີເນື້ອທີ່ປ່າໄມ້ປົກຫຸ້ມທັງໝົດ 139.589 ເຮັກຕາກວມເອົາ 71,9% ຂອງເນື້ອທີ່ທົ່ວເມືອງ;


ແນວໃດກໍດີ ຕາມເກັບກໍາຂໍ້ມູນຂອງຫ້ອງການກະສິກໍາ ແລະປ່າໄມ້ເມືອງໃນປີຜ່ານມາ ຕົ້ນໄມ້ທີ່ລອດຕາຍ ທັງໝົດ 631.992 ຕົ້ນ ເທົ່າກັບ 60% ຂອງຈໍານວນຕົ້ນໄມ້ທີ່ປູກ, ສາຍເຫດ ຍ້ອນຂາດການບົວລະບັດຮັກສາ, ຄວາມເອົາໃຈໃສ່ຂອງອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ, ຜູ້ປະກອບການ ຍັງບໍ່ທັນມີຄວາມຮັບຜິດຊອບສູງເທົ່າທີ່ຄວນ; ໂດຍໃນປີ 2021 ນີ້ເມືອງລະມາມ ໄດ້ວາງຄາດໝາຍຈະປູກໄມ້ໃຫ້ເປັນປ່າໃນເນື້ອທີ່ 86 ເຮັກຕາ ແລະຄາດຄະເນຈະໃຊ້ເບ້ຍໄມ້ທັງໝົດ 97.436 ເບ້ຍ, ໃນນີ້ ລັດປູກ 9 ເຮັກຕາ, ປະຊາຊົນປູກ 32 ເຮັກຕາ, ບໍລິສັດປູກ 45 ເຮັກຕາ; ໂດຍໄມ້ທີ່ນໍາມາປູກປະກອບມີໄມ້ດູ່, ໄມ້ແຄນ, ໄມ້ຍາງ, ໄມ້ແຕ້ຄ່າ, ໄມ້ດູ່ທໍາມະຊາດ ແລະໄມ້ຈໍາປາ.


ໂອກາດເຂົ້າຮ່ວມ ທ່ານ ຂັນຕີ ສີລະວົງສາ ກໍໄດ້ຮຽກຮ້ອງມາຍັງທົ່ວພັກ-ທົ່ວປວງຊົນ, ຂະແໜງການກ່ຽວຂ້ອງ ຕະຫຼອດຮອດປະຊາຊົນເປັນເຈົ້າການໃນການປົກປັກຮັກສາສະກັດກັ້ນການທໍາລາຍປ່າໄມ້, ການຖາງປ່າເຮັດໄຮ່, ການລັກລອບຕັດໄມ້ຢ່າງເຂັ້ມງວດ; ພ້ອມທັງປຸກລະດົມຄອບຄົວ, ຜູ້ປະກອບການ, ອົງການຈັດຕັ້ງຂອງລັດ ອອກແຮງຊຸກຍູ້ຂະບວນການປູກຕົ້ນໄມ້ໃຫ້ກວ້າງຂວາງ ເພື່ອຮັກສາຄວາມສົມດູນຂອງປ່າໄມ້ໃຫ້ຍືນຍົງຕະຫຼອດໄປຮອດເຊັ່ນລູກເຊັ່ນຫຼານ.