5 ເດືອນ ຕົ້ນປີ 2021 ຫຼວງນໍ້າທາ ສົ່ງອອກສິນຄ້າພືດກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ບັນລຸ 60 ກວ່າລ້ານໂດລາສະຫະລັດ

541

ທ່ານ ວັນທາ ພົມວິໄລ ຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນໍ້າທາ ໄດ້ລາຍງານໃນວັນທີ 1 ມີຖຸນາ 2021 ນີ້ວ່າ: ໃນໄລຍະ 5 ເດືອນຜ່ານມາ ( ແຕ່ເດືອນມັງກອນ 2021 ຫາ ເດືອນພຶດສະພາ 2021 ) ແຂວງຫຼວງນໍ້າທາ ສາມາດສົ່ງອອກສິນຄ້າປະເພດ ພືດກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ໄປ ສປຈີນ ໃນມູນຄ່າທັງໝົດ 60 ກວ່າລ້ານໂດລາສະຫະລັດ.

ສິນຄ້າທີ່ສົ່ງອອກຖ້າທຽບໃສ່ປີຜ່ານມາໃນໄລຍະດຽວກັນເພີ້ມຂື້ນ 68% , ປະເພດສິນຄ້າທີ່ສົ່ງອອກມີ: ອ້ອຍລໍາ ຈໍານວນ 684.971 ໂຕນ, ມູນຄ່າ 30 ກວ່າລ້ານໂດລາສະຫະລັດ, ຢາງພາລາອົບແຫ້ງ ຈໍານວນ 9.263 ໂຕນ, ມູນຄ່າ 10 ກວ່າລ້ານໂດລາສະຫະລັດ, ຢາງພາລາ ກ້ອນ ຈໍານວນ 8.787 ໂຕນ, ມູນຄ່າ 6 ກວ່າລ້ານໂດລາສະຫະລັດ, ໝາກກ້ວຍ ຈໍານວນ 17.309 , ມູນຄ່າ 4 ກວ່າລ້ານໂດລາສະຫະລັດ.


ນອກນີ້ຍັງມີແປ້ງມັນຕົ້ນ ຈໍານວນ 11.202 ໂຕນ, ມູນຄ່າ 3 ກວ່າລ້ານໂດລາສະຫະລັດ, ໝາກແຕງໂມ ຈໍານວນ 13.079 ໂຕນ, ມູນຄ່າ 3 ກວ່າລ້ານໂດລາສະຫະລັດ, ໝາກອຶ ຈໍານວນ 2.892 ໂຕນ, ມູນຄ່າ 4 ແສນກວ່າໂດລາສະຫະລັດ, ໝາກຖົ່ວເຫຼືອງ ຈໍານວນ 2.348, ມູນຄ່າ 3 ແສນກວ່າໂດລາສະຫະລັດ, ໝາກຕາວ ຈໍານວນ 495 ໂຕນ, ມູນຄ່າ 1 ແສນກວ່າໂດລາສະຫະລັດ ແລະ ຊາແຫ້ງຈໍານວນ 5.000 ໂຕນ, ມູນຄ່າ 26.472 ໂດລາສະຫະລັດ.