ເຈົ້າແຂວງໆຄຳມ່ວນມອບແນວພັນ ແລະ ອຸປະກອນການຜະລິດ ໃຫ້ບ້ານເປົ້າໝາຍຂອງໂຄງການຊົນລະປະທານນໍ້າກະຕະ

325

ໃນວັນທີ 28 ພຶດສະພາ 2021 ທີ່ຜ່ານມາຢູ່ທີ່ຫ້ອງການກະສິກຳ – ປ່າໄມ້ເມືອງ ໄດ້ຈັດພິທີມອບ – ຮັບ ແນວພັນ ແລະ ອຸປະກອນການຜະລິດໃຫ້ຊາວກະສິກອນບ້ານເປົ້າໜາຍຂອງໂຄງການຊົນລະປະທານນໍ້າກະຕະທັງ 3 ບ້ານຄື: ບ້ານ ທ່າແຮ່, ບ້ານ ນາສົມບູນ ແລະ ບ້ານປ່າກ້ວຍໃຕ້ ເມືອງບົວລະພາ ແຂວງຄຳມ່ວນ.

ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອນມີ 16 ລາຍການຄື: ເຄື່ອງດຳນາ, ເຄື່ອງກ່ຽວເຂົ້າ, ເຄື່ອງຄັດເມັດ,ເຄື່ອງຕັດຫຍ້າ, ເຄື່ອງປະສົມຝຸ່ນ, ເຄື່ອງຕີດິນ, ເຄື່ອງເສຍຫຍ້າ, ເຄື່ອງພັກຫຍ້າ ອຸປະກອນເຮັດເຮືອນຮົ່ມ, ຜ່າຢ່າງເຮັດເຮືອນຮົ່ມ, ແນວພັນຫຍ້າ ເຄື່ອງຫວ່ານແກ່ນ, ໝາມໜາກຈັບ, ສັງກະສີ, ເຫຼັກຕະປູ, ແນວພັນເຂົ້າ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກອົງການ(AFD)ຂອງປະເທດຝຣັ່ງ ລວມມູນຄ່າທັງໜົດ 131 ລ້ານກວ່າກີບ.

ໃຫ້ກຽດມອບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ ໂດຍມີບັນດາການຈັດຕັ້ງບ້ານທັງ 3 ບ້ານ ຕາງໜ້າໃຫ້ກັບພໍ່ແມ່ປະຊົນພາຍໃນບ້ານເປັນຜູ້ຮັບ, ບັນດາການນຳຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍພະນັກງານ, ວິຊາການ ທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີດັ່ງກ່າວ ທ່ານ ສີລິຄອນ ຂຸນໂນລາດ ຫົວໜ້າໂຄງການ ຊົນລະປະທານ ນໍ້າກະຕະ ໄດ້ຜ່ານບົດລາຍງານຜົນການກໍ່ສ້າງຝ່າຍນໍ້າລົ້ນ ຊົນລະປະທານ ນໍ້າກະຕະໃນ ໃລຍະຜ່ານມາຈົນເຖິງປັດຈຸບັນ ພ້ອມກັນນັ້ນ ຍັງໄດ້ຍົກໃຫ້ເຫັນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງການຈັດຕັ້ງປະຕິບັດໂຄງການ.