ເປີດຂະບວນລົດໄຟຂົນສົ່ງສິນຄ້າ ຖ້ຽວທຳອິດຈາກຈີນ ສູ່ອາຊຽນ

601

ສຳນັກຂ່າວຊິນຮວາ ລາຍງານວ່າ: ຈີນ ໄດ້ເປີດເສັ້ນທາງລົດໄຟຂົນສົ່ງສິນຄ້າເຊື່ອມຕໍ່ກັບກຸ່ມປະເທດອາຊຽນເປັນຄັ້ງທຳອິດ ໂດຍລົດໄຟຂະບວນປະຖົມມະລືກອອກເດີນທາງຈາກເຂດເສດຖະກິດພິເສດອ່າວ ໃຫຍ່ກວາງຕຸ້ງ – ຮົງກົງ – ມາເກົ໊າ ມຸ່ງໜ້າສູ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ.

ຂະບວນລົດໄຟບັນທຸກສິນຄ້າດັ່ງກ່າວ ໄດ້ອອກຈາກສະຖານີລົດໄຟເມືອງກວາງໂຈ ແຂວງ ກວາງຕຸ້ງ ໃນວັນທີ 25 ພຶດສະພາ ແລະ ຮອດນະຄອນຫຼວງຮາໂນ້ຍ ໃນວັນທີ 28 ພຶດສະພາ ໂດຍໃຊ້ເວລາ 4 ວັນ.
ບໍລິສັດ ຊີໂນທຣານ ( Sinotrans ) ເຊິ່ງເປັນໜຶ່ງໃນຜູ້ປະກອບການເສັ້ນທາງລົດໄຟອ່າວໃຫຍ່ – ອາຊຽນ ກ່າວວ່າ: ການບໍລິການຂົນລົດໄຟຂົນສົ່ງສິນຄ້າລະຫວ່າງປະເທດ ຖືວ່າເປັນສິ່ງສຳຄັນໃນການຮັບປະກັນວ່າ ປະຕິບັດການຫ່ວງໂສ້ອຸປະທານໂລກຈະເປັນໄປຢ່າງຕໍ່ເນື່ອງໃນໄລຍະເກີດການລະບາດຂອງພະຍາດໂຄວິດ – 19.

ຫຼັງຈາກທີ່ເປີດເສັ້ນທາງລົດໄຟຂົນສົ່ງສິນຄ້າຈາກອ່າວໃຫຍ່ ສປ ຈີນ ເຊື່ອມຕໍ່ອາຊຽນ ຄາດວ່າຈະຊ່ວຍສົ່ງເສີມການພັດທະນາຄຸນນະພາບຊີວິດສຳລັບປະຊາຊົນຫຼາຍປະເທດທີ່ຢູ່ລຽບຕາມໂຄງການເສັ້ນທາງສາຍໄໝສະຕະວັດທີ 21 ຫຼື ໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ.

ອີງຕາມຂໍ້ມູນຂອງ ບໍລິສັດ ຊີໂນທຣານ ໃຫ້ຮູ້ວ່າ: ໃນປີ 2020 ບໍລິສັດໄດ້ຂົນສົ່ງສິນຄ້າທາງລົດໄຟທັງໝົດ 1.580 ຖ້ຽວ, ບັນທຸກສິນຄ້າ ລວມ 157.000 TEU ເພີ່ມຂຶ້ນ 23% ທຽບໃສ່ປີ 2019.