ຢູ່ໆດິນຍຸບຢູ່ບໍ່ແກ້ວ ສັນຍານເຕືອນໄພທຳມະຊາດ

502

ພາຍຫລັງປະຊາຊົນ ບ້ານບ້ານປຸງລາດນ້ອຍ ແລະ ບ້ານໂຮມສຸກ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວພົບເຫັນເຫດການດິນຍູບໃນກາງເດືອນ ພຶດສະພາ ແລະ ລາຍງານຕໍ່ຂະແໜງການທີ່ກ່ຽວຂ້ອງວ່າບໍ່ລິເວນບ້ານດັ່ງກ່າວມີເຫດການດີຍຸບໂດຍບໍ່ຮູ້ສາເຫດ ດັ່ງນັ້ນ ທ້າຍເດືອນພຶດສະພາ 2021 ຜ່ານມານີ້ ທ່ານ ເຂິ່ງຄຳ ຫຼວງໂຄດ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ ຜາອຸດົມ ສົມທົບກັບຂະແໜງການກ່ຽວຂ້ອງ ໃນການລົງກວດກາ ເພື່ອຊອກຫາສາເຫດ ແລະ ເກັບຂໍ້ມູນໃນເບື້ອງຕົ້ນ ກ່ຽວກັບປະກົດການດິນຍຸບຕົວ ຢູ່ກາງທົ່ງນາ ແລະ ກາງເສັ້ນທາງ ຢູ່ເຂດບ້ານປຸງລາດນ້ອຍ ແລະ ບ້ານໂຮມສຸກ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ.

ການຍຸບຕົວຂອງດິນ ມີລັກສະນະລຽນເປັນແຖວຕາມແນວຊື່ ແລະ ກະຈາຍໄປເປັນບໍລິເວນກວ້າງ ເຮັດໃຫ້ເກີດເປັນຂຸມ, ເປັນຮູ ທີ່ນ້ອຍ-ໃຫຍ່ ແຕກຕ່າງກັນໄປ ເຊິ່ງມີຈໍານວນທັງໝົດ 7 ຈຸດ, ລວມມີ 25 ຂຸມ,ມີເສັ້ນຜ່າໃຈກາງຂອງຂຸມ ປະມານ 1 – 7 ແມັດ ແລະ ມີຄວາມເລີກປະມານ 1 – 6 ແມັດ ແລະ ບາງຂຸມກໍ່ມີນໍ້າອອກບໍ່.

ສ່ວນຄວາມເສຍຫາຍໃນເບື້ືອງຕົ້ນ ແມ່ນມີເນື້ອທີ່ນາປະມານ 0,48 ເຮັກຕາ ແລະ ມີເສັ້ນທາງເສຍຫາຍ 1 ຈຸດ ມີເສັ້ນຜ່າໃຈກາງ 5,5 ແມັດ ແລະ ມີຄວາມເລີກ 3,8 ແມັດ.ສັນນິຖານສາເຫດ ໃນເບື້ອງຕົ້ນຂອງທີມງານ ແມ່ນເກີດຈາກຫຼາຍກໍລະນີ ເປັນຕົ້ນແມ່ນ: ຍ້ອນການເກີດແຜ່ນດິນໄຫວ ທີ່ມີຄວາມແຮງ 0,1 – 0,5 ຮິກເຕີ ໃນຄວາມເລີກໃຕ້ດິນ 1.500 – 2.000 ແມັດ, ຍ້ອນຮອຍເລື່ອນເກົ່າໃນຫຼາຍປີທີຜ່ານມາ ແລະ ຍ້ອນນໍ້າໃຕ້ດິນບົກແຫ້ງ, ໜ້າດິນມີການເບາະບາງ ເຮັດໃຫ້ດິນບໍ່ສາມາດຮັບນໍ້າໜັກໃນເວລາມີຝົນຕົກໄດ້ ຈຶ່ງເຮັດໃຫ້ດິນຊຸດຕົວລົງ.


ຕໍ່ກັບເຫດການດັງກ່າວ ຂະແໜງການກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານໄດ້ ນໍາພາປະຊາຊົນ ເຮັດເຄື່ອງໝາຍອັນຕະລາຍ ແລະ ລ້ອມຮົ້ວອ້ອມບໍລິເວນດິນຍຸບດັງກ່າວໄວ້ ແລະ ເກັບກໍາຂໍ້ມູນລະອຽດລາຍງານຕໍ່ຂັ້ນເທິງ ເພື່ອສຳຫຼວດ ແລະ ການວິໄຈ ຫາສາເຫດທີ່ແທ້ຈິງ ໃນຄັ້ງຕໍ່ໄປ.


ຂ່າວຈາກໜັງສືພິມແຂວງບໍ່ແກ້ວ