ພົບສົບ ໄຫຼນໍ້າຂອງມາຄ້າງຢູ່ ບ້ານຫ້ວຍມອນ ເມືອງຫ້ວຍຊາຍ ປະກາດຫາພີ່ນ້ອງ

719

ໃນຕອນເຊົ້າຂອງວັນ 31 ພຶດສະພາ 2021 ປະຊາຊົນໄດ້ພົບເຫັນ ສົບເສຍຊີິວິດໄຫຼນໍ້າຂອງມາ ຄ້າງຢູ່ສຸມຜັກຕົບ ຢູ່ເຂດບ້ານຫ້ວຍມອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງບໍ່ມີໃຜຮູ້ຈັກວ່າສົບດັ່ງກ່າວໄຫຼມາຈາກໃສ, ຜູ້ກ່ຽວຊື່ຫຍັງ, ຢູ່ບ້ານໃດ.

ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ພາກັນນຳເອົາສົບຂຶ້ນມາ ແລະ ທຳການສອບສວນ ສືບສວນ ຫາຍາດພີ່ນ້ອງ.