ເຈົ້າແຂວງເຊກອງ ລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງດາກຈຶງ

353

ໃນລະຫວ່າງວັນທີ 27-28 ພຶດສະພາ 2021 ນີ້ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ໄດ້ລົງເຄື່ອນໄຫວຊີ້ນໍາ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງດາກຈຶງ ໂດຍມີທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ, ພ້ອມດ້ວຍຄະນະພັກ-ຄະນະນໍາຂອງເມືອງເຂົ້າຮ່ວມ.

ທ່ານ ໄລສວນ ມິດສຸວັນ ກໍໄດ້ລາຍງານວ່າ: ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ພະ ນັກງານການນໍາຫຼັກແຫຼ່ງໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການໄດ້ເປັນເຈົ້ານໍາພາ-ຊີ້ນໍາປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ເມືອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຂົງເຂດວຽກງານຕ່າງໆຂອງເມືອງໄດ້ຮັບການພັດທະ ນາດີຂຶ້ນ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ, ການຜະລິດກະສິກໍາເປັນສິນຄ້າ ແລະການແກ້ໄຂຄວາມທຸກຍາກຂອງປະຊາຊົນນັບມື້ດີຂຶ້ນເປັນກ້າວໆ.

ໃນໂອກາດດັ່ງກ່າວ ທ່ານ ເຫຼັກໄຫຼ ສີວິໄລ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະໃຫ້ທິດຊີ້ນໍາຕໍ່ການນໍາພາ ໂດຍເນັ້ນໃຫ້ບັນດາສະຫາຍຄະນະພັກບຄະນະນໍາຂອງເມືອງ ສືບຕໍ່ຍົກລະດັບຂີດຄວາມສາມາດການນໍາພາ-ຊີ້ນໍາວຽກງານຮອບດ້ານເປັນຕົ້ນການສ້າງຄວາມເຂັ້ມແຂງຄວາມເປັນແບບຢ່າງຂອງພະນັກງານການນໍາ, ພະນັກງານຄຸ້ມຄອງທຸກຂັ້ນ, ຍົກສູງຫົວ ຄິດປະດິດສ້າງດ້ານວຽກງານວິຊາສະເພາະຕິດພັນກັບການນໍາໃຊ້ເຕັກນິກວິຊາການ ແລະວິທະຍາສາດເຂົ້າຊ່ວຍ; ຍູ້ແຮງການຜະລິດເປັນສິນຄ້າໃຫ້ມີຫຼາກຫຼາຍ, ເຮັດໃຫ້ມີສະບຽງອາຫານໄວ້ບໍລິໂພກພຽງພໍ ແລະຂາຍເປັນສິນຄ້າສ້າງລາຍໄດ້ໃຫ້ແກ່ຄອບຄົວປະຊາຊົນ; ແທ້ເຮັດແທ້ທໍາຈິງ, ສ້າງຄວາມເຊື່ອໝັ້ນໃນໝູ່ມະຫາຊົນຂອງພັກ ແລະໃຫ້ໃກ້ຊິດຕິແທດຊ່ວຍເຫຼືອປະຊາຊົນ; ຮີບຮ້ອນຈັດຕັ້ງກອງປະຊຸມເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກແຂວງ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ແລະເອກະສານສໍາຄັນອື່ນໆ ແນໃສ່ໃຫ້ພະນັກງານການນໍາ, ພະນັກງານວິຊາການ, ສະມາຊິກພັກໃນທົ່ວເມືອງຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະພ້ອມກັນກໍານົດແຜນງານ, ໂຄງການ ແລະກິດຈະກໍາປະຕິບັດທີ່ແທດເໝາະກັບທ່າແຮງບົ່ມຊ້ອນຕົວຈິງຂອງເມືອງ ເພຶ່ອເຮັດໃຫ້ການປະຕິບັດມະຕິດັ່ງກ່າວ ບັນລຸຜົນສໍາເລັດຕາມລະດັບຄາດໝາຍ.ໃນໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງດາກຈຶງຄັ້ງນີ້ ທ່ານເຈົ້າແຂວງເຊກອງພ້ອມຄະນະຍັງໄດ້ໄປພົບປະໂອ້ລົມຄະນະພັກ-ອົງການປົກຄອງບ້ານ ແລະປະຊາຊົນກຸ່ມບ້ານຊຽງຫຼວງ, ບ້ານມັງຫາ, ບ້ານດາກຢຣັງ, ພ້ອມກັບມອບແນວພັນພືດ, ເບ້ຍໄມ້ ແລະຢ້ຽມຢາມສວນປູກພືດຂອງປະຊາຊົນຕື່ມອີກ.