ເຈົ້າໜ້າທີ່ ແຂວງສະຫວັນນະເຂດ ກັກຕົວຜູ້ຖືກຫາ 2 ຄົນພ້ອມຂອງກາງ 99 ມັດ

1043

ໃນເວລາປະມານ 14 ໂມງ ຂອງວັນທີ 25 ພຶດສະພາ 2021 ທີ່ຜ່ານມາ, ທາງເຈົ້າຫນ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງສະຫວັນນະເຂດ ໄດ້ນຳເອົາກຳລັງວິຊາສະເພາະ ເຂົ້າຈັບກຸມເປົ້າໝາຍ ຄ້າ-ຂາຍ ຢາເສບຕິດ, ຢູ່ທີ່ຂອບເຂດ ບ້ານ ຫຼັກ 35 ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ 2 ຄົນ ຄື: ທ້າວ ສຸກສາຄອນ ( ໂຕ້) ສັນຊາດ ລາວ ອາຍຸ 35 ປີ ອາຊີບ ເຮັດນາ (ນ້ອງເຂີຍ) ແລະ ນາງ ສີຝອງ ກົມມະເສັງ ສັນຊາດ ລາວ ອາຍຸ 39 ປີ ອາຊີບ ເຮັດນາ (ປ້າ) ທັງສອງຢູ່ບ້ານ ໂພສີແກ້ວ ເມືອງໄຊພູທອງ ແຂວງສະຫວັນນະເຂດ.

ພ້ອມຢຶດຂອງກາງຢາບ້າ ຈຳນວນ 99 ມັດ ເທົ່າກັບ 198,000 ເມັດ, ລົດກະບະ 1 ຄັນ, ຍີຫໍ້ ມິດຊຸບີຊິໄທຕັ້ນ ສີປອນ ໝາຍເລກທະບຽນ ກຈ 6197 ສະຫວັນນະເຂດ, ລົດເກັງ 1 ຄັນ, ຍີ່ຫໍ້ ອີເເລັນຕ້າ ສີດໍາ ໝາຍເລກທະບຽນ ກກ 9726 ວຽງຈັນ ແລະ ໂທລະສັບ 2 ໜ່ວຍ, ຕໍ່ກັບຄະດີດັ່ງກ່າວ, ແມ່ນຢູ່ໃນຂັ້ນຕອນສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອນຳຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດຳເນີນຄະດີ ຕາມລະບຽບກົດໝາຍຕໍ່ໄປ.