ຕະຫລາດລາວ-ອົດຊີ ເຕັມທີ່ປ້ອງກັນໂຄວິດ ໃຫ້ແພດໝໍລົງເກັບຕົວຢ່າງນຳຊາວຄ້າຂາຍກັນໄວ້ແຕ່ຕົ້ນ

520

ໃນວັນທີ 30ພຶດສະພານີ້ ຕະຫຼາດລາວ-ອົດຊີ ໄດ້ມີທີມແພດຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ລົງໄປກວດເກັບຕົວຢ່າງຂອງພໍ່ຄ້າ ແມ່ຄ້າ ເພື່ອກວດຫາເຊື້ອໂຄວິດ-19 ເນື່ອງຈາກມີກໍລະນີ້ຜູ້ຕິດເຊື້ອໄດ້ໄປຈັບຈ່າຍຊື້ຂາຍສິນຄ້າໃນຕະຫລາດແຫ່ງນີ້ ທັງນີ້ກໍເພື່ອຄວາມປອດໄພຂອງພໍ່ຄ້າຊາວຂາຍ ແລະ ສ້າງຄວາມຫມັັ້ນໃຈໃຫ້ແກ່ ພໍ່ແມ່ປະຊາຊົນ ທີ່ຈະໄປຕະຫລາດເພື່ອຈັບຈ່າຍຊື້ຂາຍສິນຄ້າ ແລະ ເຄື່ອງອຸປະໂພກບໍລິໂພກຕ່າງໆ

ທ່ານ ສົມຍົດ ຄຳປະເສີດ ຮອງຫົວຫນ້າຈັດສັນຕະຫລາດລາວ-ອົດຊີ ໄດ້ໃຫ້ຮູ້ວ່າ: ໃນວັນທີ 30ພຶດສະພານີ້ ທາງຕະຫລາດລາວ-ອົດຊີ ໄດ້ມີຫນ່ວຍງານຂອງຄະນະສະກິດ ແລະ ແພດຫມໍລົງມາກວດຫາເຊື້ອໂຄວິດ-19 ໃຫ້ພໍ່ຄ້າຊາວຂາຍພາຍໃນຕະຫລາດ ໃນນັ້ນມີຜູ້ມາຮ່ວມກວດເຊື້ອເຊື້ອທັງຫມົດປະມານ 400-500 ຄົນ ເພື່ອໃຫ້ໄດ້ກວດ 90% ຂອງແມ່ຄ້າທີ່ຢູ່ໃນຕະຫລາດສ້າງຄວາມຫມັ້ນໃຈໃຫ້ຜູ້ຈະມາໃຊ້ບໍລິການຈັບຈ່າຍຊື້ເຄື່ອງຂອງຢູ່ຕະຫຼາດແຫ່ງນີ້.

ຄວບຄູ່ກັບການມາກວດຫາເຊື້ອໃຫ້ຊາວຄ້າຂາຍແລ້ວ ໃນຕະຫຼາດອົດຊີຍັງມີລະບົບປ້ອງກັນໃຫ້ຜູ້ມາໃຊ້ບໍລິການໄດ້ຮ່ວມຈັດຕັ້ງປະຕິບັດຢ່າງເຂັ້ມງວດ ບໍ່ວ່າຈະເປັນການກວດວັດແທກອຸນຫະພູມ, ການຕັ້ງຈຸດກວດພາຍໃນ, ມີຈຸດລ້າງມືດ້ວຍເຈວພາຍໃນອາຄານ ແຕ່ລະຈຸດໄດ້ມີການກຳນົດ ຂອບເຂດໄລຍະຫ່າງ ໃຫ້ແມ່ຄ້າຕາມທິດທາງການຮັກສາໄລຍະຫ່າງທາງສັງຄົມ ແຕ່ທັ້ງນີ້ເຮົາຈະຜ່ານວິກິດນີ້ໄປໄດ້ກໍ່ຕໍ່ເມື່ອທຸກຄົນໃຫ້ການຮ່ວມມືປະຕິບັດມາດຕະການປ້ອງກັນນີ້ຮ່ວມກັນ.ທ້າຍນີ້ ຖ້າຫາກລູກຄ້າຄົນໃດ ບໍສະດວກທີ່ວ່າຈະອອກມາຈັບຈ່າຍຊື້ເຄື່ອງອຸປະໂພກບໍລິໂພກດ້ວຍຕົນເອງ ທາງຕະຫລາດກໍໄດ້ມີບໍລິການຈັດສົ່ງເຖິງທີ່ ຜູ້ໃດສົນໃຈພຽງກົດສັ່ງທາງອອນລາຍເພຈເພສບຸກ ຕະຫລາດສົດລາວ-ອົດຊີ ຫນອງແຕ່ງ ( Lao Aussie fresh Market )

ພໍ່ຄ້າ ແລະ ແມ່ຄ້າ ຕະຫລາດລາວ-ອົດຊີ ໄດ້ໃຫ້ສຳພາດວ່າ: ແມ່ ນຸດ ແສນສະທິດ ອາຍຸ 44ປີ ແມ່ຄ້າຕະຫລາດລາວ-ອົດຊີ ໃຫ້ຮູ້ວ່າ ວິທີໃນການປ້ອງກັນຕົນເອງກໍຄື ໃສ່ຜ້າປິດປາກດັງ ແລະ ໃສ່ຫນ້າກາກ ລ້າງມືໃສ່ເຈວຂ້າເຊື້ອທຸກໆຄັ້ງທີ່ມີລູກຄ້າມາຊື້ເຄື່ອງ ໂດຍສະເພາະເວລາຈ່າຍເງິນທຸກຄັ້ງແມ່ນຈະໃຊ້ເຈວລາງມືທຸກຄັ້ງ ແລະ ໃຊ້ນໍ້າລ້າງມືດ້ວຍສະບູ ໃນມື້ນີ້ທີ່ໄດ້ເຫັນທີມແພດໄດ້ມາກວດຫາເຊື້ອທີ່ຕະຫລາດລາວ-ອົດຊີ ແມ່ເອງແມ່ນກຽມພ້ອມມາກວດ ຖືວ່າເປັນການປ້ອງກັນໄວ້ເພາະເຮົາກໍຢ້ານ ຖ້າມີ ຫລື ບໍ່ຮູ້ກໍຕ້ອງມາກວດໃຫ້ຮູ້ເພື່ອຄວາມສະບາຍໃຈ ຫລັງຈາກທີ່ຮູ້ວ່າມີຄົນຕິດເຊື້ອໄດ້ມາທີ່ຕະຫລາດລາວອົດຊີ ແມ່ນຢ້ານຫລາຍຈົນໄດ້ປິດຮ້ານເປັນອາທິດ ຢ້ານເຊື້ອກະຈາຍແຜ່ອອກໄປ ຖືກໃຜກໍຢ້ານສຳລັບພະຍາດໂຕນີ້ ແລະ ເຂັ້ມງວດກັບຕົນເອງຫລາຍຂຶ້ນ ເວລາມີຄົນມາຊື້ເຄື່ອງກໍໃຫ້ຮັກສາໄລຍະຫ່າງໄກໆ ແລະ ໃຫ້ນຳເງິນວາງໄວ້ກະຕ່າສີດສະເປຂາເຊື້ອກ່ອນຈຶ່ງນຳເງິນມາໃສ່ໂຕ

ແມ່ລັດສະຫມີ ສະໄກ ອາຍຸ 55ປີ ອາຊີບແມ່ຄ້າຕະຫລາດລາວ-ອົດຊີໄດ້ໃຫ້ຮູ້ຕື່ມວ່າ: ຕົນເປັນແມ່ຄ້າຂາຍເຄື່ອງຢູ່ທີ່ຕະຫລາດແຫ່ງນີ້ ໄດ້6-7ປີແລ້ວ ໃນຕອນທຳອິດຫລັງຈາກທີ່ຮູ້ວ່າມີຄົນຕິດເຊື້ອໂຄວິດໄດ້ມາຊື້ສິນຄ້າໃນຕະຫລາດກໍຮູ້ສືກຢ້ານ ແຕ່ກໍໄດ້ມີການປ້ອງກັນໂຕເອງ ດ້ວຍການໃສ່ຜ້າປິດປາກ ຫມັ່ນລ້າງມືດ້ວຍເຈວ ແລະ ພົ່ນນໍ້າຢາຂ້າເຊື້ອທີ່ມີທາດເຫລົ້າ ເວລາຂາຍເຄື່ອງໄປກໍສີດສະເປຂ້າເຊື້ອຢູ່ເລື້ອຍໆ ນອກຈາກນີ້ກໍປ້ອງກັນຕົນເອງ ດ້ວຍການຢູ່ຫ່າງໆຈາກລູກຄ້າ ແລະ ຝາກເຖິງພໍ່ແມ່ພີ່ນ້ອງເວລາມາຕະຫລາດກໍຢາກໃຫ້ໃສ່ຜ້າປິດປາກດັງພະຍາຍາມຢ່າລືມໄລຍະຫ່າງລະຫວ່າງບຸກຄົນ.

ພໍ່ ທອນ ພິລາມຸກ ອາຍຸ47ປີ ພໍ່ຄ້າຕະຫລາດລາວ-ອົດຊີ ໄດ້ໃຫ້ຮູ້ວ່າ: ໃນເວລາມາຂາຍເຄື່ອງແຕ່ລະມື້ ແມ່ນໄດ້ພົກພາເຈວລ້າງມື ແລະ ໃສ່ຜ້າປິດປາກດັງໃຫ້ເປັນປົກກະຕິ ແລະ ເມື່ອຮູ້ວ່າມີຄົນຕິດເຊື້ອໄດ້ມາຈັບຈ່າຍຊື້ຂາຍສິນຄ້າກໍຮູ້ສຶກຢ້ານເລີຍຕ້ອງໄດ້ປ້ອງກັນໃຫ້ເຂັ້ມງວດຂຶ້ນປະຕິບັດຕາມທີ່ຄະນະສະເພາະກິດໄດ້ແນະນຳ ສຳລັບການລົງມາກວດຂອງທີມແພດໝໍໃນຊຸດນີ້ຕົນກໍຮູ້ສຶກດີໃຈ ທີ່ແພດໄດ້ເອົາໃຈໃສ່ມາຫາເຖິງທີ່ ແລະ ຊົມເຊີຍທາງຕະຫລາດລາວ-ອົດຊີທີ່ໄດ້ມີມາດຕະການເຂັ້ມງວດດີ ຖ້າບໍ່ດັ່ງນັ້ນພໍ່ປະຊາຊົນຈະຕິດຫລາຍຂຶ້ນ ຂໍຝາກເຖິງປະຊາຊົນຜູ້ຈະມາຊື້ສິນຄ້າ ປັດຈຸບັນອຸປະກອນປ້ອງກັນຕົນເອງບໍ່ຄວນລະເລີຍ ແລະ ຕ້ອງເຮັດໃຫ້ເປັນນິໄສ.