ເຟຣນຊ໌ ໂອເພັນ ເພີ່ມຄວາມມັນຈັບ 3 ຕົວເຕັງແຊັມຮ່ວມສາຍດຽວກັນ

468

ການແຂ່ງຂັນເທັນນິສແກຣນສະແລັມລາຍການ ເຟຣນຊ໌ ໂອເພັນ ທີ່ປະເທດຝຣັ່ງ 2021 ກຽມມັນກັນແຕ່ເລີ່ມຕົ້ນເມື່ອຝ່າຍຈັດການແຂ່ງຂັນ ຈັບເອົາ 3 ນັກເທັນນິສຕົວເຕັງແຊັມຢູ່ຮ່ວມສາຍດຽວກັນປະກອບດ້ວຍ ໂນວັກ ໂຈໂຄວິຊ ນັກເທັນນິສມື 1 ຂອງໂລກທັງເປັນເຕັງ 1, ຣາຟາເອລ ນາດາລ ເຕັງ 3 ແລະ ໂຣເຈີ ເຟເດີເຣີ ມືວາງອັນດັບ 8.

ລາຍການດັ່ງກ່າວເປີດສາກຂຶ້ນໃນວັນທີ 30 ພຶດສະພາ ແລະ ຈະດໍາເນີນເປັນໄລຍະເວລາ ເກືອບ 2 ອາທິດ ທີ່ນະຄອນຫຼວງປາຣີສ ປະເທດຝຣັ່ງ.

ໃນນັ້ນຝ່າຍຈັດການແຂ່ງຂັນໄດ້ວາງ ໂຈໂຄວິຊ ໃຫ້ເປັນນັກເທັນນິສມືວາງອັນດັບ 1 ຂອງລາຍການ, ມືວາງອັນດັບ 2 ເປັນ ດານິລ ເມດເວເດຟ ຈາກຣັດເຊຍ ແລະ ນາດາລ ເປັນມືວາງອັນດັບ 3, ສ່ວນ ເຟີເດີເຣີ ເປັນມືວາງອັນດັບ 9 ເຮັດໃຫ້ ໂຈໂຄວິຊ, ນາດາລ ແລະ ເຟເດີເຣີ ຈະຢູ່ໃນສາຍດຽວກັນໝົດ ແລະ ກໍມີໂອກາດທີ່ 2 ໃນ 3 ຈະໄປຕັດສິນກັນເອງໃນຮອບຕັດເຊືອກ ຖ້າຫາກໄປໄດ້ຕາມນັດ.