ການປະຊຸມຫາລືອຸດສາຫະກໍາ 5G ອາຊີ-ປາຊີຟິກ ເຜີຍແຜ່ຄຸນຄ່າລະບົບນິເວດສໍາລັບອຸດສາຫະກໍາ 4.0

338

ກອງປະຊຸມປຶກສາຫາລືອຸດສາຫະກໍາ 5G ອາຊີປາຊີຟິກໄດ້ຈັດຂຶ້ນດ້ວຍຮູບແບບອອນລາຍໃນວັນພະຫັດອາທິດທີ່ຜ່ານມາ ພາຍໃຕ້ຫົວຂໍ້ “ 5G ສ້າງແຮງຈູງໃຈມູນຄ່າໃໝ່ເລັ່ງອຸດສາຫະກຳ 4.0 ” ໂດຍຮຽກຮ້ອງໃຫ້ມີຄວາມຮ່ວມມືດ້ານລະບົບນິເວດ ແລະ ນະວັດຕະກໍາຮ່ວມກັນ ເພື່ອສະໜັບສະໜູນການຫັນປ່ຽນອຸດສາຫະກໍາສູ່ດິຈິຕອນ.

ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ຮ່ວມເປັນເຈົ້າພາບໃນເວທີປຶກສາຫາລືດັ່ງກ່າວ, ມີຜູ້ລົງທະບຽນເຂົ້າຮ່ວມຫຼາຍກວ່າ 800 ຄົນ ຈາກຫຼາຍກວ່າ 30 ປະເທດ ເຊິ່ງເປັນຕົວແທນຂອງລັດຖະບານ, ຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ, ສະຖາບັນການສຶກສາ, ນັກວິຊາການໄອຊີທີ ແລະ ພາກສ່ວນຜູ້ປະກອບການອຸດສາຫະກຳອື່ນໆທົ່ວພາກພື້ນອາຊີປາຊີຟິກ.

ການປຶກສາຫາລືຄັ້ງນີ້ໄດ້ເຊື້ອເຊີນບັນດາພັນທະມິດດ້ານເຕັກໂນໂລຊີ ແລະ ຜູ້ປະກອບການອຸດສາຫະກຳ ໃຫ້ຮ່ວມແລກປ່ຽນ ແລະ ຄົ້ນຄວ້າກ່ຽວກັບວິທີການພັດທະນາລະບົບນິເວດ 5G ແບບຍືນຍົງ ເພື່ອເປັນການປະກອບສ່ວນສ້າງຄຸນຄ່າ ແລະ ທຸລະກິດທີ່ສູງຂຶ້ນໃນພາກພື້ນອາຊີປາຊີຟິກ. ຜູ້ຮ່ວມໃນການປຶກສາຫາລືແມ່ນມາຈາກອຸດສາຫະກຳທີ່ແຕກຕ່າງກັນ ແລະ ປະເທດຕ່າງໆຈາກຈີນ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ ແລະ ໄທ.

5G ຈະປະຕິວັດເສດຖະກິດໂລກ, ກຳນົດຮູບແບບການເຕີບ ໃຫຍ່ທາງທຸລະກິດ – ການຄ້າ ແລະ ການເລັ່ງການບໍລິການດ້ານດິຈິຕອນ. ທ່ານ Dennis Xiao ປະທານກໍາມະການພະແນກເຄືອຂ່າຍທຸລະກິດຜູ້ໃຫ້ບໍລິການພາກພື້ນອາຊີປາຊີຟິກ ບໍລິສັດ ຫົວເຫວີຍ ກ່າວຄຳປາໄສ “ ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງເອົາຊະນະ, 5G ບໍ່ພຽງແຕ່ຕ້ອງການມີນັກປະດິດສ້າງເທົ່ານັ້ນ, ແຕ່ຍັງຕ້ອງການຜູ້ປະຕິບັດງານທີ່ກ້າຫານ ເພື່ອການຂັບເຄື່ອນ ແລະ ພັດທະນາ. ສາມາດເອົາໂຮງໝໍສິລິລາດ ຢູ່ປະເທດໄທ ມາຍົກເປັນຕົວຢ່າງ ເຊິ່ງພວກເຂົາກຳລັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຫັນປ່ຽນຂະບວນການແບບເກົ່າ, ແຕ່ສຸດທ້າຍໂຮງໝໍກໍໄດ້ເລີ່ມນໍາໃຊ້ບໍລິການ 5G ສຳລັບການກວດຄົນເຈັບທີ່ອາໄສຢູ່ເຂດຫ່າງໄກ, ລົດສຸກເສີນທີ່ມີການເຊື່ອມຕໍ່ ແລະ ພາຫະນະການແພດທີ່ບໍ່ມີຄົນຂັບ ເພື່ອການໃຫ້ບໍລິການຢາທີ່ມີຄຸນນະພາບສູງຂຶ້ນແກ່ຜູ້ປ່ວຍຂອງພວກເຂົາ ”.

May be an image of 2 people

ທ່ານ Dustin Kehoe ຜູ້ອຳນວຍການຂອງ Global Data ໜ່ວຍບໍລິການ APAC & ME ໄດ້ກ່າວໃນເວທີປຶກສາຫາລືດັ່ງກ່າວວ່າ ຫຼາຍກວ່າ 15.000 ບໍລິສັດ ໃນອາຊຽນກຳລັງໃຊ້ຈ່າຍເງິນຈໍານວນຫຼາຍກວ່າ 246 ຕື້ໂດລາສະຫະລັດ ສຳລັບການຫັນເປັນໄອຊີທີໃນປັດຈຸບັນ, ອຸດສາຫະກຳກຳລັງເລີ່ມນຳໃຊ້ 5G ເຂົ້າໃນການຜະລິດ, ນໍ້າມັນ ແລະ ແກ໊ສ, ສາທາລະນະສຸກ ແລະ ອື່ນໆ ໂດຍອີງໃສ່ຂົງເຂດນັ້ນໆ, ບັນດາປະເທດອາຊຽນມີ ຄວາມມຸ່ງໝັ້ນທີ່ຈະຂະຫຍາຍກຳລັງຄົນໃນຂະແໜງອຸດສາຫະກຳຜ່ານການຝຶກທັກສະ ແລະ ເຕັກໂນໂລຊີທີ່ຫຼາກຫຼາຍ.

ທ່ານ Daisy Zhu ຮອງປະທານບໍລິສັດ ຝ່າຍການຕະຫຼາດໄຮ້ສາຍ ກ່າວວ່າ “ 5GtoB ຈະສ້າງປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ເສດຖະກິດໂລກ ແລະ ຫົວເຫວີຍໄດ້ນໍາສະເໜີເຄືອຂ່າຍເປົ້າໝາຍ 1+N 5G ເພື່ອຕອບສະໜອງຄວາມຕ້ອງການການເບິ່ງເຫັນ, ການຄວບຄຸມໄລຍະໄກ ແລະ ການກໍານົດຕໍາແໜ່ງຂອງເຄື່ອງຈັກ ”. ຫຼັງຈາກນັ້ນ, ກໍໄດ້ແບ່ງປັນຕົວຢ່າງກ່ຽວກັບລະບົບອັດຕະໂນມັດໃນການຜະລິດ, ສະໜາມບິນ ແລະ ທ່າເຮືອຂົນສົ່ງ ເຊິ່ງສະແດງໃຫ້ເຫັນເຖິງບົດບາດຂອງ 5G ໃນການຕອບສະໜອງທີ່ຫຼາຍຂຶ້ນກວ່າເກົ່າ.

ກອງປະຊຸມໄດ້ກວມເອົາສອງຄະນະ ປະກອບມີບັນດາຄະນະກຳມະການຈາກມະຫາວິທະຍາໄລ, ທີ່ປຶກສາລັດຖະບານ ແລະ ຜູ້ປະກອບການດ້ານໂທລະຄົມມະນາຄົມໄດ້ມີຄວາມເຫັນເປັນເອກະພາບກັນກ່ຽວກັບມາດຕະຖານອຸດສາຫະກຳ, ນະໂຍບາຍສາທາລະນະ ແລະ ລະບຽບການທີ່ມີຜົນປະໂຫຍດທາງດ້ານເສດຖະກິດ ເພື່ອນຳໃຊ້ເຂົ້າໃນການສ້າງການເຕີບໂຕ, ປັບປຸງຄຸນນະພາບ ແລະ ເພີ່ມປະສິດທິຜົນສູງສຸດໃນສາຍຜະລິດຕະພັນ.

ຄະນະທີ 2 ໄດ້ປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ໂອກາດຂອງການຮ່ວມມືດ້ານລະບົບນິເວດ 5G. ຫົວເຫວີຍ ແລະ ຜູ້ປະກອບການໄດ້ສ້າງຂອບການຮ່ວມມືພື້ນຖານໂຄງລ່າງຫຼາຍດ້ານ ໃນໄລຍະຫຼາຍປີທີ່ຜ່ານມາ ເຊິ່ງສາມາດຊ່ວຍໃນການສ້າງລະບົບນິເວດໃນທ້ອງຖິ່ນທີ່ໄວກວ່າເກົ່າ. ບາດກ້າວຕໍ່ໄປແມ່ນການຄົ້ນຄວ້າການນຳໃຊ້ທຸລະກິດທີ່ເປັນໄປໄດ້ຫຼາຍຂຶ້ນເພື່ອສ້າງມູນຄ່າການຄ້າໃໝ່ ຮ່ວມກັບຜູ້ປະດິດສ້າງ ແລະ ຜູ້ໃຫ້ບໍລິການ ເພື່ອນໍາສະເໜີວິທີການແກ້ໄຂອຸດສາຫະກຳແບບ 5G ເພື່ອເລັ່ງການຫັນເປັນດິຈິຕອນອຸດສາຫະກຳ.

ການປັບໃຊ້ 5G ທົ່ວອາຊີປາຊີຟິກໄດ້ປູທາງໄປສູ່ນະວັດຕະກໍາໃໝ່ໃນຂະແໜງອຸດສາຫະກຳແນວຕັ້ງ. ການສືບຕໍ່ລົງທຶນ ແລະ ການຮ່ວມມືດ້ານໄອຊີທີຈະຊ່ວຍໃຫ້ທຸລະກິດໃນພາກພື້ນດີຂຶ້ນ, ເລັ່ງການຫັນເປັນດິຈິຕອນອຸດສາຫະກຳ ແລະພັດທະນາລະບົບນິເວດໃນທ້ອງຖິ່ນທີ່ຈຳເປັນ ເພື່ອສ້າງແຮງບັນດານໃຈ, ໃຫ້ຄຸນຄ່າໃໝ່ ແລະ ການເລັ່ງອຸດສາຫະກຳ 4.0.