ຊາວຈີນສຸດເສົ້າກັບການຈາກໄປຂອງ ທ່ານ ຢວນລົງຜິງ ຜູ້ບຸກເບີກແນວພັນເຂົ້າປະສົມແຫ່ງຊາດ

558

ເວລາ 13 ໂມງ 7 ນາທີຂອງວັນທີ 22 ພຶດສະພາປີ 2021, ທ່ານຢວນລົງຜິງ, ຫົວໜ້າສູນຄົ້ນຄວ້າໂຄງການເຕັກນິກເຂົ້ານາພັນປະສົມແຫ່ງຊາດຈີນ, ຜູ້ໄດ້ຮັບ “ຫຼຽນໄຊແຫ່ງຊາດ ສປ ຈີນ” ໄດ້ເຖິງແກ່ມໍລະນະກຳຢູ່ນະຄອນສາງຊ່າແຂວງຫູນານ ສປ ຈີນ, ລວມອາຍຸໄດ້ 91 ປີ.


ທ່ານຢວນລົງຜິງເປັນຜູ້ບຸກເບີກຄົ້ນຄວ້າແລະພັດທະນາເຂົ້ານາພັນປະສົມຂອງຈີນ. ທ່ານເປັນຜູ້ປະກອບສ່ວນອັນໃຫຍ່ຫຼວງທີ່ມີຕໍ່ປະເທດຈີນກໍຄືມວນມະນຸດ, ຍັງເປັນຜູ້ປະກອບສ່ວນຢ່າງລົ້ນເຫຼືອບໍ່ສະເພາະແຕ່ຄວາມໝັ້ນຄົງດ້ານສະບຽງອາຫານຢ່າງດຽວ. ຄວາມພະຍາຍາມຢ່າງບໍ່ລົດລະຂອງທ່ານຕະຫຼອດຊີວິດ, ໄດ້ສົ່ງຜົນດີໃຫ້ກັບສັນຕິພາບຂອງໂລກແລະການພັດທະນາຂອງມວນມະນຸດທີ່ບໍ່ມີວັນຈະຫຼົງລືມໄດ້.


ປະຊາກອນຈີນກວ່າ 60% ໄດ້ຖືເຂົ້ານາເປັນອາຫານຫຼັກ, ຖ້າວ່າຜົນຜະລິດເຂົ້ານາບໍ່ພຽງພໍ, ກໍຈະກາຍເປັນປັດໄຈທີ່ສົ່ງຜົນກະທົບຢ່າງໜັກໜ່ວງທີ່ສຸດຕໍ່ໂລກ. ຂະນະທີ່ເຂົ້ານາພັນປະສົມໄດ້ຊ່ວຍແກ້ໄຂບັນຫາດັ່ງກ່າວຢ່າງແນ່ນອນ: ພາຍຫຼັງແນວພັນເຂົ້ານາພັນປະສົມລຸ້ນທຳອິດໄດ້ຄົ້ນຄວ້າອອກມາເມື່ອປີ 1974, ມາຮອດປັດຈຸບັນກໍເປັນເວລາຫຼາຍກວ່າ 40 ປີ, ທ່ານຢວນລົງຜິງໄດ້ຄົ້ນຄວ້າ “ເຂົ້ານາພັນປະສົມຊຸບເບີ” ຫຼາຍລຸ້ນ, ຜົນຜະລິດສູງກວ່າເຂົ້ານາພື້ນເມືອງທຳມະດາຫຼາຍກວ່າ 20%, ເນື້ອທີ່ປູກເຂົ້ານາພັນປະສົມກໍມີຫຼາຍກວ່າ 16 ລ້ານເຮັກຕາຕໍ່ປີ, ຜົນຜະລິດເຂົ້ານາທີ່ເພີ່ມຂຶ້ນທຸກປີກໍສາມາດເຮັດໃຫ້ປະຊາກອນຈີນຫຼາຍກວ່າ 80 ລ້ານຄົນກຸ້ມກິນ, ໄດ້ປະກອບສ່ວນອັນໃຫຍ່ຫຼວງເພື່ອບໍ່ໃຫ້ເກີດມີວິກິດການປະຊາກອນແລະສາມາດຮັກສາຄວາມໝັ້ນຄົງຂອງປະເທດຈີນ.


ໃນຂະນະດຽວກັນການສະໜອງສະບຽງອາຫານຢູ່ພາຍໃນຈີນໃຫ້ດີຂຶ້ນຢ່າງຫຼວງຫຼາຍ ແລະຫຼຸດຄວາມສ່ຽງຂອງຈີນດ້ານສະບຽງອາຫານນັ້ນ, ທ່ານຢວງລົງຜິງ ກໍໄດ້ຕັ້ງໜ້າຊຸກຍູ້ໃຫ້ເຂົ້ານາພັນປະສົມສ້າງຜົນປະໂຫຍດໃຫ້ແກ່ແຫ່ງຕ່າງໆຂອງໂລກ. ໂດຍຜ່ານການເປີດຊຸດຝຶກອົບຮົມສາກົນກ່ຽວກັບເຂົ້ານາພັນປະສົມ, ທ່ານຢວນລົງຜິງ ໄດ້ອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານເຂົ້ານາພັນປະສົມຫຼາຍກວ່າ 14 ພັນຄົນຈາກປະເທດກຳລັງພັດທະນາກວ່າ 80 ປະເທດ, ເຮັດໃຫ້ເຕັກນິກປູກເຂົ້ານາພັນປະສົມໄດ້ຖືກເຜີຍແຜ່ຢູ່ຫຼາຍປະເທດໃນໂລກ.

ປັດຈຸບັນ, ການທົດລອງປູກເຂົ້ານາພັນປະສົມໄດ້ຮັບຜົນສຳເລັດຢູ່ຫຼາຍປະເທດໃນອາຊີຕາເວັນອອກສຽງໃຕ້, ອາຊີໃຕ້, ອາຟຣິກາແລະປະເທດອື່ນໆ. ຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ເນື້ອທີ່ປູກເຂົ້ານາພັນປະສົມຢູ່ຕ່າງປະເທດໄດ້ບັນລຸເຖິງ 7 ລ້ານເຮັກຕາ, ຜົນຜະລິດສະເລ່ຍຢ່າງຕ່ຳແມ່ນໄດ້ສູງກວ່າແນວພັນທ້ອງຖິ່ນຫຼາຍກວ່າ 20%.


ໃນໄລຍະຢ້ຽມຢາມປະເທດຈີນເມື່ອເດືອນກັນຍາປີ 2013 , ທ່ານຈູມມາລີ ໄຊຍະສອນ ອະດີດປະທານປະເທດລາວພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມສູນຄົ້ນຄວ້າເຂົ້ານາພັນປະສົມຫູນານປະເທດຈີນເປັນການສະເພາະ, ແລະໄດ້ພົບປະສົນທະນາກັບທ່ານຢວນລົງຜິງ. ໃນເວລາໄດ້ຮັບຟັງການແນະນຳຈາກທ່ານຢວນລົງຜິງວ່າຜົນຜະລິດຂອງຊູເປີເຂົ້ານາພັນປະສົມໄດ້ຮັບຄວາມຄືບໜ້າຢ່າງໃຫຍ່ຫຼວງ, ທ່ານຈຸມມະລີ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ທ່ານຢວນລົງຜິງ, ແລະໄດ້ເຊື້ອເຊີນທ່ານຢວນລົງຜິງໄປຢ້ຽມຢາມປະເທດລາວເພື່ອຊ່ວຍເຫຼືອການຜະລິດດ້ານກະສິກຳຂອງລາວ, ເພື່ອຊຸກຍູ້ແລະເຜີຍແຜ່ການປູກເຂົ້ານາພັນປະສົມຢູ່ປະເທດລາວແລະຊ່ວຍໃຫ້ຜົນຜະລິດດ້ານກະສິກຳຂອງລາວມີປະລິມານຫຼາຍກວ່າເກົ່າ.


ຕາມຜົນການສະຖິຕິຂອງອົງການສະຫະປະຊາຊາດ, ຮອດປີ 2018, ໃນທົ່ວໂລກຍັງມີຄົນອຶດຫິວປະມານ 820 ລ້ານຄົນ, ຖ້າວ່າເຂົ້ານາພັນປະສົມສາມາດປູກຢູ່ທົ່ງນາເຄິ່ງໜຶ່ງຂອງທົ່ວໂລກ, ກໍຈະສາມາດເຮັດໃຫ້ປະຊາກອນ 500 ລ້ານຄົນປາສະຈາກຄວາມອຶດຫິວ, ນີ້ຈະແມ່ນຄວາມອັດສະຈັນແທ້ໆ! ເຂົ້ານາພັນປະສົມໄດ້ສ້າງຜົນດີຢ່າງໃຫຍ່ຫຼວງໃຫ້ກັບທົ່ວໂລກ, ທ່ານຢວນລົງຜິງ ນັກວິທະຍາສາດຜູ້ຍິ່ງໃຫຍ່ຂອງຈີນທ່ານນີ້, ຈະຖືກຈາລຶກໄວ້ໃນຄວາມຊົງຈຳຂອງຄົນທັງຫຼາຍຈົນເທົ່າໃດໆ.