ແຂວງອຸດົມໄຊ ປະກາດແຕ່ງຕັ້ງ ທ່ານ ສົມບູນ ມະນີ ເປັນຫົວຫນ້າພະແນກເຕັກໂນໂລຊີ ແລະ ການສື່ສານ

572

ພິທີປະກາດແຕ່ງຕັ້ງ ຫົວຫນ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ຈັດຂຶ້ນ ຕອນບ່າຍ ວັນທີ 21 ພຶດສະພານີ້ ທີ່ຫ້ອງປະຊຸມຂອງພະແນກ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ.

ການປະກາດແຕ່ງຕັ້ງຫົວໜ້າພະແນກຜູ້ໃໝ່ນີ້ ກໍເພື່ອເປັນການປັບປຸງລະບົບກົງຈັກການຈັດຕັ້ງ ຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄວາມສົມບູນ, ຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບຫລັກການ ສະນັ້ນ ເຈົ້າແຂວງແຂວງອຸດົມໄຊ ຈຶ່ງໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ທ່ານ ສົມບູນ ມະນີ ເປັນຫົວຫນ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແລະ ບົ່ງຕົວແຕ່ງຕັ້ງ ໃຫ້ເປັນ ເລຂາຫນ່ວຍພັກ ທັງເປັນ ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ. ການປະກາດແຕ່ງຕັ້ງເນື່ອງຈາກຫົວຫນ້າພະແນກຜູ້ເກົ່າ ໄດ້ຍົກຍ້າຍໄປຮັບຫນ້າທີ່ໃຫມ່.

ໃນພິທີ ທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ ໄດ້ໃຫ້ກຽດໂອ້ລົມແລະໃຫ້ທິດຊີ້ນໍາ ບາງບັນຫາ ໂດຍສະເພາະແມ່ນເນັ້ນຫນັກໃຫ້ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນຫົວຫນ້າພະແນກຜູ້ໃຫມ່ ຈົ່ງເອົາໃຈໃສ່ສຶກສາຄົ້ນຄວ້າ, ເຊື່ອມຊຶມແນວທາງຂອງພັກ, ລະບຽບກົດຫມາຍຂອງລັດ ລວມທັງພາລະ, ບົດບາດ, ສິດ,ຫນ້າທີ່ຄວາມຮັບຜິດຊອບຂອງການເປັນຜູ້ນຳ

ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ – ລັດຖະກອນ ພາຍໃນພະແນກ ເຕັກໂນໂລຊີ ແລະ ການສື່ສານ ເພີ່ມທະວີຄວາມສາມັກຄີ ແລະ ເປັນຈິດຫນຶ່ງໃຈດຽວກັນ ໃນການຈັດຕັ້ງປະຕິບັດວຽກງານ ຂອງຕົນໃຫ້ມີຜົນສຳເລັດ.