ທ່ານ ບຸນມີ ພິມມະສອນ ໄດ້ຮັບເລືອກເປັນປະທານສະພາປະຊາຊົນແຂວງຄຳມ່ວນຊຸດທີII

922

ກອງປະຊຸມຄັ້ງປະຖົມມະລຶກສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ 21 ພຶດສະພາ 2021 ທີ່ສະໂມສອນໃຫຍ່ຫຼັກ 4 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາການນຳຂອງແຂວງ, ການນຳອາວຸໂສບຳນານ, ຫົວໜ້າພະແນກການ, ເຈົ້າເມືອງ, ອົງການຈັດຕັ້ງ, ກົມກອງຕ່າງໆອ້ອມຂ້າງແຂວງ ຕະຫຼອດເຖິງສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ່ 12 ແຂວງຄຳມ່ວນ ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໂດຍກອງປະຊຸມແມ່ນໄດ້ມີການກຳນົດຈຳກັດ ຜູ້ແທນເຂົ້າຮ່ວມ ແລະ ປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດເຊັ່ນ: ການວັດແທກອຸນຫະພູມ, ໃສ່ຜ້າປິດ ປາກ-ດັງ, ເຈວລ້າງມື ແລະ ການຮັກສາໄລຍະຫ່າງ.


ໃນວາລະກອງປະຊຸມແມ່ນໄດ້ຮັບຟັງການລາຍງານຜົນສຳເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນແຂວງ ແລະ ພິຈາລະນາ, ຮັບຮອງເອົາບັນຫາສຳຄັນຕ່າງໆຂອງແຂວງເປັນຕົ້ນ: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານ 05 ປີ (2016-2020), ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 05 ປີ (2021-2025) ຂອງແຂວງຄຳມ່ວນ, ຮັບຮອງເອົາທິດທາງແຜນການເຄື່ອນໄຫວວຽກງານ 05 ປີຕໍ່ໜ້າ (2021-2025) ຂອງສະພາປະຊາຊົນແຂວງ ຊຸດທີ II, ພິຈາລະນາ ແລະ ຮັບຮອງເອົາ ມະຕິຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II.

ໃນກອງປະຊຸມຄັ້ງນີ້ຍັງໄດ້ຮັບຮອງເອົາການເລືອກຕັ້ງປະທານ, ຮອງປະທານ, ກຳມະການຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ II ປະກອບມີ: ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ເປັນປະທານສະພາປະຊາຊົນແຂວງ, ທ່ານ ນາງ ບັງອອນ ໄຊຍະສິດ ຄະນະປະຈຳພັກແຂວງ ແລະ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ເປັນຮອງປະທານສະພາ ປະຊາຊົນແຂວງ ຊຸດທີ II ແລະ ເລືອກກຳມະການຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ II ຈຳນວນ 04 ທ່ານຄື: ທ່ານ ຄຳສຸກ ວັນທະວົງສາ, ທ່ານ ນາງສາທິດ ຈັນສີ, ທ່ານ ສະເຫຼີມສັກ ແກ້ວຈັນທະລາ ແລະ ທ່ານ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ.

ພ້ອມດຽວກັນກອງປະຊຸມກໍໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບກົງຈັກຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ປະກອບມີ: ຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ, ຄະນະກຳມະການວັດທະນະທຳ-ສັງຄົມ, ບັນດາເຜົ່າ ແລະ ຄະນະເລຂາທິການສະພາປະຊາຊົນແຂວງ.

ພ້ອມນັ້ນຍັງໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງອົງການປົກຄອງແຂວງ ປະກອບມີ: ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ ເປັນເຈົ້າແຂວງຄຳມ່ວນ, ທ່ານ ແກ້ວອຸດອນ ບຸດສິງຂອນ ຄະນະປະຈຳພັກແຂວງ ແລະ ທ່ານ ສົມສະອາດ ອຸ່ນສີດາ ກຳມະການພັກແຂວງ ເປັນຮອງເຈົ້າແຂວງຄຳມ່ວນ.

ນອກນີ້ຍັງໄດ້ ພິຈາລະນາ ແລະ ຮັບຮອງເອົາບັນດາຫົວໜ້າພະແນກການ, ອົງການທຽບເທົ່າຕ່າງໆຂັ້ນແຂວງ, ຮັບຮອງເອົາຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານສານປະຊາຊົນແຂວງ ແລະ ຫົວໜ້າພະແນກ ຍຸຕິທຳແຂວງ ປະກອບມີ: ທ່ານ ຄຳແດງ ສີບຸນເຮືອງ ເປັນຫົວໜ້າອົງການໄອຍາການປະຊາຊົນແຂວງ, ທ່ານ ພິມພອນ ສຸລິວົງສາ ເປັນປະທານສານປະຊາຊົນແຂວງຄຳມ່ວນ ແລະ ທ່ານ ວິໄຊ ແກ້ວດວງດີ ເປັນຫົວໜ້າພະແນກຍຸຕິທຳແຂວງ.