ສ່ອງ 4 ຫ້ອງແຖວ ແລະ ເຂດສ່ຽງ ທີ່ຜູ້ຕິດເຊື້ອມີປະຫວັດເດີນທາງໄປ

961

ຈາກຕົວເລກມີຜູ້ຕິດເຊື້ອ ຈຳນວນ 19 ຄົນ ໃນວັນທີ 23 ພຶດສະພາ 2021 ໃນນັ້ນຢູ່ນະຄອນຫຼວງວຽງຈັນ 4 ຄົນ; ຢູ່ສະຫວັນນະເຂດ 5 ຄົນ(ນຳເຂົ້າ), ຈຳປາສັກ 5 ຄົນ (ນຳເຂົ້າ)ແລະ ແຂວງຄຳມ່ວນ 5 ຄົນ(ນຳເຂົ້າ).

ທ່ານ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ສະເພາະຈຳນວນ 4 ຄົນທີ່ຕິດເຊື້ອນັ້ນ ມີປະຫວັດການເດີນທາງໄປສະຖານທີ່ຕ່າງໆເຊັ່ນ: ຫ້ອງແຖວບ້ານໂນນຫວາຍ ໜ່ວຍ 34 ຮ່ອມ 7 ເມືອງໄຊເສດຖາ (ຜູ້ຕິດເຊື້ອອາໄສຢູ່)
ຫ້ອງແຖວບ້ານທາດຫຼວງໃຕ້ ຮ່ອມຫຼັງທາດ (ຜູ້ຕິດເຊື້ອໄປຫຼິ້ນ ວັນທີ 16/5)
ຫ້ອງແຖວບ້ານເມືອງນ້ອຍ, ຮ່ອມ 5 ຫຼັງໂຮງຮຽນກົດໝາຍ ເມືອງໄຊເສດຖາ (ຜູ້ຕິດເຊື້ອໄປຫຼິ້ນ ວັນທີ 17-18/5)
ຫ້ອງແຖວບ້ານດົງຄຳຊ້າງ ຕິດກັບຮ່ອມ 10 ເສັ່້ນທາງໃຫ່ຍໂຮງຮຽນການເງິນດົງຄຳຊ້າງ ເມືອງ ໄຊເສດຖາ (ຜູ້ຕິດເຊື້ອໄປຫຼິ້ນ ວັນທີ 19/5)

ທັງໝົດຄົນເຈັບຕິດເຊື້ອໃໝ່ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນ ປະຫວັດການເຄື່ອນໄຫວໃນໄລຍະເວລາ 14 ວັນທີ່ຜ່ານມາ ວ່າບຸກຄົນໃດເປັນຜູ້ສໍາຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນ ຕາມຄຳແນະນຳຂອງຄະນະສະເພາະກິດກຳນົດໄວ້.

ເພື່ອຫຼຸດຜ່ອນ ແລະ ສະກັດກັ້ນ ການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກແຕ່ລະໄລຍະຢ່າງເຄັ່ງຄັດ. ສໍາລັບ ການແບ່ງເຂດ ທີ່ຖືກກໍານົດໄວ້ເປັນເຂດແດງ (ເຂດທີ່ມີການຕິດເຊື້ອ) ຫຼື ເຂດເຫຼືອງ (ເຂດທີ່ມີຄວາມສ່ຽງ) ແມ່ນຫ້າມບຸກຄົນເດີນທາງເຂົ້າ-ອອກ ທ້ອງຖິ່ນ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດ້ວຍເງຶື່ອນໄຂ ແລະ ເຫດຜົນທີ່ຈຳເປັນ ເຊັ່ນ: ການຂົນສົ່ງສິນຄ້າ, ສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກຊີນ ແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເກັບກຳຂໍ້ມູນຢ່າງຮັດກຸມ.


ສຳລັບ ຜູ້ທີ່ສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ບຸກຄົນທີ່ເດີນທາງໄປໃນເຂດທີ່ມີຄວາມສ່ຽງນັ້ນ ໃຫ້ເອົາໃຈໃສ່ໄປກວດຊອກຫາເຊື້ອຕາມສະຖານທີ່ກຳນົດໄວ້ ເຖິງວ່າຜົນກວດຈະເປັນລົບ ຫຼື ຍັງຢູ່ໃນໄລຍະລໍຖ້າຜົນກວດຢູ່ນັ້ນ ກໍ່ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນ ພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ຈົນຄົບ 14 ວັນ.

ສະໜັບສະໜູນໂດຍ: