ມື້ນີ້ 23 ພຶດສະພາ 2021 ລາວ ປິ່ນປົວຜູ້ຕິດເຊື້ອຫາຍດີ 49 ຄົນ ແລະ ມີຜູ້ຕິດເຊື້ອ +19 ຄົນ

713

ສປປລາວ ກວດພົບຜູ້ຕິດເຊື້ອເພີ່ມ 19 ຄົນ, ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 4 ຄົນ, ຢູ່ສະຫວັນນະເຂດ 5 ຄົນ, ຈຳປາສັກ 5 ຄົນ ແລະ ແຂວງຄຳມ່ວນ 5 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 1.801 ຄົນ, ເສຍຊີວິດສະສົມ 2 ຄົນ.

ໃນວັນທີ 23 ພຶດສະພາ 2021 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະສະເພາະກິດ ນວ, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ:ວັນທີ 22 ພຶດສະພາ 2021 ໄດ້ເກັບຕົວຢ່າງໄປກວດຫາເຊື້ອທັງໝົດ 1.631 ກໍລະນີ ພົບຜູ້ຕິດເຊື້ອ 19 ຄົນ, ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 4 ຄົນ; ຢູ່ສະຫວັນນະເຂດ 5 ຄົນ(ນໍາເຂົ້າ), ຈຳປາສັກ 5 ຄົນ(ນຳເຂົ້) ແລະ ແຂວງຄຳມ່ວນ 5 ຄົນ(ນຳເຂົ້າ), ເຮັດໃຫ້ມາຮອດວັນທີ 23 ພຶດສະພາ 2021 ຕົວເລກສະສົມຜູ້ຕິດເຊື້ອໃນລາວ ມີທັງໝົດ 1.801 ຄົນ, ເສຍຊີວິດສະສົມ 2 ຄົນ, ປິ່ນປົວຫາຍດີທັງໝົດ 1.074 ຄົນ(ໃນນີ້ປິ່ນປົວຫາຍດີໃໝ່ 49 ຄົນ), ກຳລັງປິ່ນປົວ725ຄົນ.


ພ້ອມນີ້ຍັງມີຜູ້້ເດີນທາງເຂົ້າມາ ສປປ ລາວ ຕາມທີ່ຄະນະສະເພາະກິດອະນຸຍາດ ມີຈຳນວນ 2.761 ຄົນ ທຸກຄົນໄດ້ຜ່ານການກວດຫາເຊື້ອ ແລະ ຈຳກັດບໍລິເວນ. ພ້ອມນີ້ກໍ່ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຈົ່ງໃຫ້ການຮ່ວມມື ບໍ່ຈຳເປັນບໍ່ຄວນອອກຈາກເຮືອນ, ຫາກຈະໄປຂໍໃຫ້ໄປພຽງຕະຫຼາດເທົ່ານັ້ນ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອນຳໄປສູ່ຄົນໃນຄອບຄົວທ່ານ ແລະ ຂໍໃຫ້ສັງຄົມຢ່າລັງກຽດຜູ້ຕິດເຊື້ອທີ່ປິ່ນປົວຫາຍດີແລ້ວ.

ລາຍລະອຽດ ແລະ ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປມີດັ່ງນີ້
ຫ້ອງແຖວບ້ານໂນນຫວາຍ ໜ່ວຍ 34 ຮ່ອມ 7 ເມືອງໄຊເສດຖາ (ຜູ້ຕິດເຊື້ອອາໄສຢູ່)
ຫ້ອງແຖວບ້ານທາດຫຼວງໃຕ້ ຮ່ອມຫຼັງທາດ (ຜູ້ຕິດເຊື້ອໄປຫຼິ້ນ ວັນທີ 16/5)
ຫ້ອງແຖວບ້ານເມືອງນ້ອຍ, ຮ່ອມ 5 ຫຼັງໂຮງຮຽນກົດໝາຍ ເມືອງໄຊເສດຖາ (ຜູ້ຕິດເຊື້ອໄປຫຼິ້ນ ວັນທີ 17-18/5)
ຫ້ອງແຖວບ້ານດົງຄຳຊ້າງ ຕິດກັບຮ່ອມ 10 ເສັ່້ນທາງໃຫ່ຍໂຮງຮຽນການເງິນດົງຄຳຊ້າງ ເມືອງ ໄຊເສດຖາ (ຜູ້ຕິດເຊື້ອໄປຫຼິ້ນ ວັນທີ 19/5)

ເພື່ອຫຼຸດຜ່ອນ ແລະ ສະກັດກັ້ນ ການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກແຕ່ລະໄລຍະຢ່າງເຄັ່ງຄັດ. ສໍາລັບ ການແບ່ງເຂດ ທີ່ຖືກກໍານົດໄວ້ເປັນເຂດແດງ (ເຂດທີ່ມີການຕິດເຊື້ອ) ຫຼື ເຂດເຫຼືອງ (ເຂດທີ່ມີຄວາມສ່ຽງ) ແມ່ນຫ້າມບຸກຄົນເດີນທາງເຂົ້າ-ອອກ ທ້ອງຖິ່ນ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດ້ວຍເງຶື່ອນໄຂ ແລະ ເຫດຜົນທີ່ຈຳເປັນ ເຊັ່ນ: ການຂົນສົ່ງສິນຄ້າ, ສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກຊີນ ແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເກັບກຳຂໍ້ມູນຢ່າງຮັດກຸມ.