ລັດຖະບານ ເລັ່ງຮ່າງຍຸດທະສາດການພັດທະນາພະລັງງານແຫ່ງຊາດ ເຮັດໃຫ້ລະບົບພະລັງງານໃຫ້ມີຄວາມໝັ້ນຄົງ, ສ້າງລາຍຮັບ ແລະ ຂັບເຄື່ອນເສດຖະກິດ

584

ລັດຖະບານ ເລັ່ງຮ່າງຍຸດທະສາດການພັດທະນາພະລັງງານແຫ່ງຊາດ ເຮັດໃຫ້ລະບົບພະລັງງານໃຫ້ມີຄວາມໝັ້ນຄົງ, ສ້າງລາຍຮັບ ແລະ ຂັບເຄື່ອນເສດຖະກິດ. ຜ່ານການພິຈາລະນາໃນກອງປະຊຸມລັດຖະບານປະຈຳເດືອນ ພຶດສະພາ 2021 ໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳໄປຮຽບຮຽງ ແລະ ປັບປຸງຄືນ ຕາມຄຳເຫັນ ຂອງສະມາຊິກລັດຖະບານ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດ ສະພາ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ແລະ ໄດ້ອັດລົງ ໃນຕອນແລງວັນທີ 21 ພຶດສະພາ 2021 ໂດຍໄດ້ດຳເນີນຜ່ານລະບົບກອງປະຊຸມທາງໄກ ແລະ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່9ບັນດາເອກະສານສຳຄັນ.

ສະເພາະເອກະສານທີ 8 ແມ່ນຮ່າງຍຸດທະສາດການພັດທະນາພະລັງງານແຫ່ງຊາດ, ຈຸດປະສົງຂອງຮ່າງຍຸດທະສາດດັ່ງກ່າວ ແມ່ນເພື່ອວາງແຜນພັດທະນາພະລັງງານໄລຍະຍາວ ກໍ່ຄືການນຳໃຊ້ທ່າແຮງບົ່ມຊ່ອນຂອງປະເທດ ບວກກັບທ່າແຮງຂອງຍຸກສະໄໝ ໃຫ້ເກີດປະໂຫຍດສູງສຸດ, ເຮັດໃຫ້ລະບົບພະລັງງານໃຫ້ມີຄວາມໝັ້ນຄົງ, ມີຄວາມພ້ອມໃນການສະໜອງ ໃຫ້ພຽງພໍ ຕໍ່ຄວາມຕ້ອງການພາຍໃນ ແລະ ສົ່ງອອກຕ່າງປະເທດ, ສ້າງລາຍຮັບ ແລະ ຂັບເຄື່ອນເສດຖະກິດໃຫ້ຂະຫຍາຍຕົວບົນພື້ນຖານການພັດທະນາລະບົບພະລັງງານ ໃຫ້ມີສະຖຽນລະພາບ, ມີຄວາມໜ້າເຊື່ອຖື, ໝັ້ນຄົງ ແລະ ຜູ້ຊົມໃຊ້ສາມາດເຂົ້າເຖິງດ້ວຍລາຄາທີ່ເໝາະສົມ ແລະ ເປັນທໍາ; ແກ້ໄຂບັນຫາຄົງຄ້າງ ໃນການພັດທະນາພະລັງງານ ໄລຍະຜ່ານມາ.

ໃນຕໍ່ໜ້າ ແມ່ນເນັ້ນໜັກໃສ່ການພັດທະນາແຫຼ່ງຜະລິດພະລັງງານ ທີ່ມີຄຸນນະພາບ, ຕົ້ນທຶນຕໍ່າ, ຜົນຜະລິດສູງ ແລະ ການຜະລິດມີຄວາມສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ທັງພາຍໃນ ແລະ ການສົ່ງອອກຕ່າງປະເທດ.

ຜ່ານການພິຈາລະນາ, ກອງປະຊຸມ ໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳໄປຮຽບຮຽງ ແລະ ປັບປຸງຄືນ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການນຳນົດແຜນ ໃຫ້ກົມກຽວກັບແຜນພັດທະນາດ້ານຕ່າງໆ ຂອງ ສປປ ລາວ, ໄປຕາມທິດຫັນສູ່ກຸ້ມຕົນເອງ ທາງພະລັງງານ ເປັນກ້າວໆ, ນຳໃຊ້ທ່າແຮງພະລັງງານດ້ານຕ່າງໆ ໃຫ້ເກີດປະໂຫຍດ ແລະ ມີປະສິດທິຜົນ, ມີຄວາມໝັ້ນຄົງ, ສາມາດແກ້ໄຂບັນຫາສາຍສົ່ງ, ຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ.

ນອກນັ້ນ ກໍຖອດຖອນເອົາບົດຮຽນ ຈາກໂຄງການພັດທະນາທີ່ດີເດັ່ນ ໄລຍະຜ່ານມາ ເພື່ອນຳມາປັບປຸງແຜນດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ, ສອດຄ່ອງກັບແຜນການພັດທະນາໄລຍະຍາວ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ. ພາຍຫຼັງປັບປຸງສໍາເລັດແລ້ວ, ໃຫ້ສະເໜີທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາ ເພື່ອພິຈາລະນາ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ແລະ ປະກາດໃຊ້ຕາມລະບຽບການ.

ສະໜັບສະໜູນຂ່າວໂດຍ: