ແຮງງານ ທີ່ໄປເຮັດວຽກຢູ່ເມືອງຕົ້ນເຜິ້ງ ຫຼັ່ງໄຫຼມາລໍຖ້າຢູ່ບໍລິເວນປ້ອມຕຳຫຼວດກວດກາຄົນເຂົ້າ – ອອກເມືອງຈຸດນໍ້າເກິ່ງ ເພື່ອກັບຄືນພູມລຳເນົາ

1203

ໜັງສືພິມບໍ່ແກ້ວ Bokeo Newspaper ລາຍງານໃນວັນທີ21 ພຶດສະພານີ້ວ່າ: ເນື່ອງຈາກເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງມີການແຜ່ລະບາດ ຂອງພະຍາດ ໂຄວິດ – 19 ເຊິ່ງໄດ້ສົ່ງຜົນຕໍ່ເສດຖະກິດ ຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງ ລວມທັງຄົນຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດທີ່ເຂົ້າມາ ດຳເນີນທຸລະກິດ ປະກອບອາຊີບ ທຳມາຫາກິນຢູ່ພາຍໃນເມືອງ ຕົ້ນເຜິ້ງ ໂດຍສະເພາະແມ່ນຊາວຜູ້ແຮງງານທີ່ມາຈາກຕ່າງເມືອງ, ຕ່າງແຂວງ ມາອອກແຮງງານຢູ່ບັນດາ, ໂຮງງານ ແລະ ບໍລິສັດສວນໝາກຖົ່ວເຫຼືອງ ຂອງຄົນຕ່າງປະເທດ.

ຍ້ອນສະພາບການດັ່ງກ່າວ ພາຍຫຼັງຜູ້ອອກແຮງງານທີ່ຕົກຄ້າງຢູ່ບັນດາບໍລິສັດພາຍໃນເມືຶອງສ່ວນໃຫຍ່ ໄດ້ຮັບເງິນຄ່າຈ້າງອອກແຮງງານນໍາບັນດາເຈົ້າຂອງບໍລິສັດແລ້ວ ຈຶ່ງໄດ້ພາກັນຫຼັ່ງໄຫຼກັບທ້ອງຖິ່ນລຳເນົາຂອງຕົນເອງ.

ໂດຍສະເພາະ ແມ່ນໃນລະຫວ່າງ ວັນທີ 20-21 ພຶດສະພາ 2021 ນີ້ ໄດ້ມີຜູ້ອອກແຮງງານຈໍານວນຫຼາຍພັນຄົນຫຼັ່ງໄຫຼກັນເຂົ້າມາລໍຖ້າຢູ່ບໍລິເວນປ້ອມຕຳຫຼວດກວດກາຄົນເຂົ້າ – ອອກເມືອງຈຸດນໍ້າເກິ່ງ ເພຶ່ອລໍຖ້າການປະສານງານ ລະຫວ່າງ ອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງເມືອງຕົນກັບອົງການປົກຄອງເມືອງ ຕົ້ນເຜິ້ງ ເພື່ອປະກອບເອກການສານຮັບຮອງເອົາແຮງງານທີ່ຕົກຄ້າງກັບທ້ອງຖິ່ນໃຜລາວ ຈຶ່ງເຮັດໃຫ້ບັນຍາກາດຢູ່ເຂດດັ່ງກ່າວມີຄວາມແອອັດໄປດ້ວຍຜູ້ຄົນທີ່ລໍຖ້າກັບທ້ອງຖິ່ນ.

ຍ້ອນບັນຍາກາດດັ່ງກ່າວ ດ້ວຍຄວາມເປັນຫ່ວງເປັນໄຍ ຈຶ່ງຂໍໃຫ້ພີ່ນ້ອງຊາວຜູ້ອອກແຮງງານທີ່ຈະມາລໍຖ້າກັບຄືນທ້ອງຖິ່ນຂອງຕົນ ປະຕິບັດມາດຕະການປ້ອງກັນການແຜ່ລະບາດ ຂອງພະຍາດ ໂຄວິດ – 19 ດ້ວຍການຮັກສາໄລຍະຫ່າງເທົ່າທີ່ຈະເຮັດໄດ້, ໃສ່ຜ້າອັດປາກ – ດັງ ເພື່ອຄວາມປອດໄພຈາກພະຍາດ ໂຄວິດ – 19 ແລະ ຂໍໃຫ້ພີ່ນ້ອງຊາວຜູ້ອອກແຮງງານທຸກຄົນເດີນທາງກັບທ້ອງຖິ່ນຂອງຕົນດ້ວຍຄວາມປອດໄພ.