ຂ່າວດີວັນນີ້ ປິ່ນປົວຫາຍດີ 60ຄົນ, ສ່ວນການຕິດເຊື້ອໃໝ່ ມີ 12 ຄົນ

588

ຄະນະສະເພາະກິດ ລາຍງານ ສປປລາວພົບກໍລະນີຕິດເຊື້ອໃໝ່12 ຄົນ ເຮັດໃຫ້ຕົວເລກຕິດເຊື້ອສະສົມເພີ່ມເປັນ1.763 ຄົນ; ສ່ວນການປິ່ນປົວດີໃໝ່ມີ 60 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອຍັງນອນປິ່ນປົວມີ 961 ຄົນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ21 ພຶດສະພາ 2021ວ່າ: ວັນທີ 20 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1.815 ຕົວຢ່າງ ພົບຜູ້ຕິດເຊື້ອ 12 ຄົນ, ໃນນີ້ ນະຄອນຫຼວງວຽງຈັນກວດ 1.059 ຕົວຢ່າງ ພົບເຊື້ອ 4 ຄົນ ເຊິ່ງເປັນການຕິດເຊື້ອໃນຊຸມຊົນ; ສະຫວັນນະເຂດກວດ 64 ຕົວຢ່າງ ພົບເຊື້ອ 5 ຄົນ ແມ່ນ ການຕິດເຊື້ອນໍາເຂົ້າຈາກຕ່າງປະເທດ; ຈຳປາສັກ ກວດ 212 ຕົວຢ່າງ ພົບເຊື້ອ 2 ຄົນ ແມ່ນການຕິດເຊື້ອນໍາເຂົ້າ; ອຸດົມໄຊ ກວດ 61 ຕົວຢ່າງ ພົບເຊື້ອ 1 ຄົນ ເຊິງກໍາລັງສອບຖາມປະຫວັດຢ່າງລະອຽດ.

ມາຮອດປະຈຸບັນຈໍານວນຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດແມ່ນ 1.763 ຄົນ, ບໍ່ມີເສຍຊີວີດໃໝ່ເພີ່ມ, ຕົວເລກເສຍຊິວິດສະສົມຍັງຢູ່ທີ່ 2 ຄົນ, ປີ່ນປົວຫາຍດີ 800 ຄົນ(ປິ່ນປົວດີໃໝ່60ຄົນ) ແລະ ກຳລັງປີ່ນປົວ 961 ຄົນ.

ຄົນເຈັບຕິດເຊື້ອໃໝ່ ຈາກ ນະຄອນຫຼວງ 4 ຄົນ (ທັງ 4 ຄົນ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ເກົ່າທີ່ມີການຕິດເຊື້ອໃນຊຸມຊົນ); ສໍາລັບ ແຂວງຈໍາປາສັກ 2 ຄົນ ແລະ ແຂວງສະຫວັນນະເຂດ 5 ຄົນແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ. ສຳລັບແຂວງອຸດົມໄຊ 1 ຄົນ ແມ່ນຄົນເຈັບທີ່ຕິດເຊື້ອໃໝ່ທີ່ບໍ່ໄດ້ເດີນທາງໄປໃສ ລາຍລະອຽດທີມງານກຳລັງສອບສວນ.

ຮອດປັດຈຸບັນ ການລະບາດເຂົ້າສູ່ບັນດາຫ້ອງການສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ ຍ້ອນວ່າບັນດາຜູ້ສຳຜັດໃກ້ສິດກັບຜູ້ຕິດເຊື້ອພາຍຫຼັງເກັບຕົວຢ່າງແລ້ວຍັງສືບຕໍ່ໄປເຄື່ອນໄຫວດຳລົງຊີວີດແບບປົກກະຕິໃນສະຖານທີ່ຕ່າງໆ ລວມທັງໄປເຮັດວຽກ ໂດຍບໍ່ປະຕິບັດການຈຳກັດຕົນເອງຢ່າງເຂັ້ມງວດ ຈີ່ີງເຮັດໃຫ້ການລະບາດໃນຄັ້ງນີ້ແຜ່ເປັນວົງກວ້າງໂດຍສະເພາະໃນນະຄອນຫຼວງວຽງຈັນ.


ຕໍ່ບັນຫາສະພາບການດັ່ງກ່າວນີ້ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ບຸກຄົນທີເດີນທາງໄປໃນເຂດທີ່ມີຄວາມສ່ຽງ ໃຫ້ເອົາໃຈໃສ່ໄປກວດຊອກຫາເຊື້ອ ເຖິງວ່າຜົນກວດຈະອອກມາເປັນລົບ ຫຼື ຍັງລໍຖ້າຜົນກວດຢູ່ນັ້ນກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນ ພ້ອມທັງປະຕິບັດມາດຕະການຢ່າງເຄັ່ງຄັດ ຈົນກວ່າຈະຄົບ 14 ວັນ