ແຂວງ ໄຊຍະບູລີ ຈະປັບປຸງກົງຈັກການຈັດຕັ້ງ ກໍານົດຕໍາແໜ່ງງານ ແລະ ບຸກຄະລາກອນ ພາຍໃນດ່ານຊາຍແດນ

806

ໃນຕອນເຊົ້າຂອງວັນທີ 21 ພຶດສະພາ  ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ກຽມຄວາມພ້ອມໃນການ ປັບປຸງກົງຈັກການຈັດຕັ້ງ, ການກໍານົດຕໍາແໜ່ງງານ ແລະ ບຸກຄະລາກອນ ພາຍໃນດ່ານຊາຍແດນສາກົນ ແລະ ດ່ານຊາຍແດນ ປະເພນີ.

ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີ ຄະນະຈັດຕັ້ງແຂວງ, ພະແນກ ພາຍໃນ, ກອງຄຸ້ມຄອງພາສີ 3, ຫ້ອງວ່າການແຂວງ, ປກສ ແລະ ຫົວໜ້າຂະແໜງຈັດຕັ້ງ-ກວດກາພາຍໃນພະແນກການທີ່ກ່ຽວຂ້າງເຂົ້າຮ່ວມ.

ທ່ານ ສີລິວັດທະນາ ສົມພັນ ຫົວໜ້າພະແນກ ພາຍໃນແຂວງ ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງທ່ານເຈົ້າແຂວງ, ສະບັບເລກທີ 672/ຈຂ.ຊຍ, ລົງວັນທີ 19 ພຶດສະພາ 2021 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າ-ປັບປຸງກົງຈັກການຈັດຕັ້ງ, ການກໍານົດຕໍາແໜ່ງງານ ແລະ ບຸກຄະລາກອນ ພາຍໃນດ່ານຊາຍແດນສາກົນ ແລະ ດ່ານຊາຍແດນ ປະເພນີຕ່າງໆໃນຂອບເຂດແຂວງ ໄຊຍະບູລີ, ໂດຍໄດ້ແຕ່ງຕັ້ງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ ເປັນຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ພ້ອມດ້ວຍຄະນະອີກຈໍານວນໜຶ່ງ.

ຈາກນັ້ນກອງປະຊຸມກໍ່ໄດ້ປຶກສາຫາລືກັນເພື່ອວາງແຜນ ແລະ ກໍານົດຕາງຕະລາງ, ວັນ-ເວລາເພື່ອຈະລົງປັບປຸງກັງຈັກການຈັດຕັ້ງດັ່ງກ່າວ, ໂດຍໄດ້ກໍານົດໂຄງປະກອບກົງຈັກຂອງດ່ານຊາຍແດນເປັນ 4 ໜ່ວຍງານຄື: ໜ່ວຍງານບໍລິຫານ, ຈັດຕັ້ງ ແລະ ກວດກາ, ໜ່ວຍງານ ກວດຄົນເຂົ້າ-ອອກເມືອງ, ໜ່ວຍງານ ພາສີ ແລະ ໜ່ວຍງານ ກັກກັນພືດ-ສັດ, ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່, ພ້ອມດຽວກັນກໍ່ໄດ້ແບ່ງອອກເປັນ 2 ທີມງານ ແລະ ຈະໄດ້ເລີ່ມລົງເຮັດວຽກຕົວຈິງໃນທ້າຍເດືອນພຶດສະພານີ້ເປັນຕົ້ນໄປ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ