ສະຫວັນນະເຂດ ມີຜູ້ຕິດເຊື້ອ 5 ຄົນ ອອກໂຮງໝໍກັບບ້ານເຮືອນ ແຕ່ຍັງຕ້ອງກັກຕົວຢູ່ເຮືອນອີກ 14 ວັນ

430

ສູນປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 (ວິທະຍາໄລວິທະຍາສາດສຸຂະພາບ) ຂອງແຂວງສະຫວັນນະເຂດ ໄດ້ຈັດພິທີສົ່ງຜູ້ປ່ວຍທີ່ໄດ້ຮັບການປິ່ນປົວດີຈາກພະຍາດໂຄວິດ-19 (ຜົນກວດເປັນລົບ)ໃຫ້ກັບຄືນໄປກັກຕົວຕໍ່ຢູ່ບ້ານເຮືອນຂອງໃຜລາວເປັນໄລຍະເວລາ 14 ວັນ ເພື່ອຕິດດຕາມອາການ ກ່ອນຈະໃຊ້ຊີວິດແບບປົກກະຕິ. ໃຫ້ກຽດເຂົ້າຮ່ວມໃນພິທີສົ່ງຜູ້ໄດ້ຮັບການປິ່ນປົວດີຈາກພະຍາດໂຄວິດ-19 ໃນຄັ້ງນີ້ມີ ທ່ານ ປອ.ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ, ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ອຳນວຍການໂຮງໝໍແຂວງສະຫວັນນະເຂດ ພ້ອມດ້ວຍຄະນະແພດຜູ້ປິ່ນປົວ, ນາຍບ້ານທັງ 5 ບ້ານ ແລະພໍ່ແມ່ຍາດພີ່ນ້ອງຂອງຜູ້ປ່ວຍທີ່ໄດ້ຮັບການປິ່ນປົວດີໃນຄັ້ງນີ້ກໍ່ໄດ້ເຂົ້າຮ່ວມ.


ຜູ້ທີ່ໄດ້ຮັບການປິ່ນປົວດີຈາກພະຍາດໂຄວິດ-19 ໃນງວດນີ້ມີຈຳນວນ 5 ຄົນ, ຍິງ 4 ຄົນ, ຊາຍ 1 ຄົນ, ທັງໝົດໄດ້ເຂົ້າໂຮງໝໍພ້ອມກັນໃນວັນທີ 26 ເມສາ 2021 ແລະໄດ້ອອກໂຮງໝໍໃນວັນທີ 17 ພຶດສະພາ 2021, ລວມວັນປິ່ນປົວ 21 ວັນ, ຜ່ານການປິ່ນປົວໃນໄລຍະໜຶ່ງແມ່ນໄດ້ທຳການກວດຫາເຊື້ອໂຄວິດ-19 ຈຳນວນ 2 ຄັ້ງ ເຊິ່ງເຫັນວ່າຜົນກວດເປັນລົບ. ດັ່ງນັ້ນ ຈິ່ງສາມາດສົ່ງຜູ້ໄດ້ຮັບການປິ່ນປົວດີແລ້ວກັບໄປກັກຕົວຕື່ມອີກ(ຢູ່ຫ້ອງແຍກປ່ຽວໃນເຮືອນໃຜລາວ)ເປັນເວລາ 14 ວັນເພື່ອຕິດຕາມອາການຕື່ມອີກ. ຜູ້ໄດ້ຮັບການປີ່ນປົວພະຍາດໂຄວິດ-19ໃຫ້ຫາຍດີໃນຄັ້ງນີ້ແມ່ນປະຊາຊົນບ້ານສະພານໃຕ້, ບ້ານສຸນັນທາ, ບ້ານໂພນສະຫວ່າງໃຕ້, ບ້ານນາເລົ່າ ແລະບ້ານ ວຽງສະຫວັນ ເຊິ່ງທັງ 5 ບ້ານນີ້ແມ່ນຂຶ້ນກັບນະຄອນໄກສອນ ພົມວິການ ແຂວງສະຫວັນນະເຂດ.