17 ພຶດສະພາ  ແຂວງຈຳປາສັກ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 3 ຄົນ ເປັນກໍລະນີນຳເຂົ້າ, ປິ່ນປົວດີອີກ 11ຄົນ 

905

ວັນທີ17 ພຶດສະພາ  ຄະນະສະເພາະກິດແຂວງຈຳປາສັກ ຖະແຫຼງແຂວງຈຳປາສັກພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 3 ຄົນ ເປັນກໍລະນີນຳເຂົ້າ, ປິ່ນປົວດີອີກ 11ຄົນ. ເຮັດໃຫ້ມາຮອດມື້ຶ້ນີ້ເປັນເວລາ10ມື້ທີ່ແຂວງຈຳປາສັກ ບໍພົບກໍລະນີຕີດເຊື້ອໃນຊຸມຊົນ.

Champasak RADIO Station100,7 Mhz ລາຍງານວ່າ:ໃນຕອນເຊົ້າວັນທີ 17 ພຶດສະພາ 2021 ທີ່ພະແນກສາທາລະນະສຸກແຂວງຈໍາປາສັກ, ທ່ານ ດຣ ນາງ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອໍານວຍການ ໂຮງໝໍແຂວງຈໍາປາສັກ ຜູ້ຮັບຜິດຊອບສູນປິ່ນປົວໂຄວິດ-19 ຢູ່ໂຮງໝໍພາກສະໜາມ ຕ່າງໜ້າຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນວ່າ: ໃນວັນທີ17 ພຶດສະພາ ແຂວງຈໍາປາສັກມີຜູ້ຕິດເຊື້ອໃໝ່ 3 ຄົນ ເປັນແຮງງານລາວເຂົ້າມາຈາກປະເທດເພື່ອນບ້ານທັງໝົດ ໃນນັ້ນມີ ປະຊາຊົນບ້ານເຊລະບໍາ ເມືອງຊະນະສົມບູນ 1 ຄົນ, ບ້ານທາງຄົບເມືອງຈໍາປາສັກ 1 ຄົນ ແລະ ບ້ານຝັ່ງແດງ ເມືອງໂພນທອງ 1 ຄົນ.


ມາຮອດມື້ນີ້ ເປັນເວລາ 10 ວັນແລ້ວບໍ່ມີການຕິດເຊື້ອຢູ່ໃນຊຸມຊົນ. ສ່ວນການປິ່ນປົວໄດ້ມີຜູ້ປິ່ນດີ ແລະອອກໂຮງໝໍວັນທີ 17 ພຶດສະພາຕື່ມຈໍານວນ 11 ຄົນ ລວມຕົວເລກສະສົມປິ່ນປົວດີ ແລະ ອອກໂຮງໝໍແລ້ວທັງໝົດ 82 ຄົນ.


ສໍາລັບການປິ່ນປົວຜູ່ຕິດເຊື້ອ ສ່ວນຫຼາຍແມ່ນມີອາການເບົາບາງ ຊຶ່ງປົວຢູ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ສ່ວນຜູ້ທີ່ມີອາການປານກາງມີ 2 ຄົນແມ່ນຍັງສືບຕໍ່ປິ່ນປົວຢູ່ໂຮງໝໍເມືອງໂພນທອງ ,ໃນນັ້ນ 1 ກໍລະນີມີອາການໜ້າເປັນຫ່ວງ ຊຶ່ງແມ່ນເພດຍິງທີ່ຖືພາໄດ້ 5 ເດືອນ ເຊິ່ງແພດໝໍ ແລະຊ່ຽວຊານຫວຽດນາມໄດ້ສຸມໃສ່ໃນການປິ່ນປົວຢ່າງໃກ້ຊິດ.


ທ່ານ ດຣ ນາງ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອໍານວຍການໂຮງໝໍແຂວງຈໍາປາສັກຍັງໄດ້ກ່າວວ່າ ສະພາບການປິນປົວ ຄົນທີ່ມີອາການເບົາບາງ ໝາຍຄວາມວ່າຜູ້ຕິດເຊື້ອບໍ່ມີອາການຫຍັງ ແມ່ນປິ່ນປົວທີ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້, ແລະການປິ່ນປົວກໍມີຄວາມສະດວກ. ສ່ວນ 2 ຄົນອາການປານກາງ ປົວຢູ່ໂຮງໝໍເມືອງໂພນທອງ ໃນນັ້ນ 1 ຄົນທີອາການເລີ່ມໜັກແມ່ນໃຫ້ກິນຢາຕ້ານໄວຣັດ,ໃສ່ອົກຊີ ແລະ ຢູ່ໃນຄວາມດູແລຂອງແພດໝໍຢ່າງເອົາໃຈໃສ່.

ສະໜັບສະໜູນຂ່າວໂດຍ: