16 ພຶດສະພາ ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ-19 ອີກ 7 ຄົນ(ກໍລະນີນຳເຂົ້າ) ລວມ9ມື້ແລ້ວບໍ່ມີການຕິດເຊື້ອໃນຊຸມຊົນ

801

16 ພຶດສະພາ 2021 ແຂວງຈຳປາສັກ ລາຍງານມີຜູ້ຕິດເຊື້ອໂຄວິດ-19 ອີກ 7 ຄົນ  (ທັງໝົດເປັນກໍລະນີນຳເຂົ້າ) ເຊິ່ງເປັນມື້ທີ9 ແລ້ວ ທີ່ບໍ່ພົບກໍລະນີຕິດເຊື້ອໃນຊຸມຊົນ ລວມຕົວເລກຜູ້ຕິດເຊື້ອສະສົມທັງໝົດ 258 ກໍລະນີ.ສຳລັບຜູ້ປິ່ນປົວດີໃໝ່ມີ 18 ຄົນ ລວມຕົວເລກສະສົມປິ່ນປົວດີ ແລະ ອອກໂຮງໝໍແລ້ວທັງໝົດ 71 ຄົນ.

ຕາມການລາຍງານຂອງChampasak RADIO Station100,7 Mhzໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 16 ພຶດສະພາ 2021 ທີ່ພະແນກສາທາລະນະສຸກແຂວງຈໍາປາສັກ, ຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໂດຍການຖະແຫຼງຂອງ ທ່ານ ດຣ ນາງ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອໍານວຍການ ໂຮງໝໍແຂວງຈໍາປາສັກ,ຜູ້ຮັບຜິດຊອບສູນປິ່ນປົວໂຄວິດ-19 ຢູ່ໂຮງໝໍພາກສະໜາມ.

ທ່ານກ່າວວ່າ: ໃນວັນທີ16 ພຶດສະພາ ແຂວງຈໍາປາສັກມີຜູ້ຕິດເຊື້ອໃໝ່ 7 ຄົນ ເປັນແຮງງານລາວເຂົ້າມາຈາກປະເທດເພື່ອນບ້ານທັງໝົດ ໃນນັ້ນມີ ຄົນ ບ້ານຝັ່ງແດງ 2 ຄົນ,ບ້ານທ່າຫຼວງ ແລະ ບ້ານໂພນທອງ ບ້ານລະ 1 ຄົນ,ບ້ານລົບປາກດີເມືອງໂຂງ 2 ຄົນ ໃນນັ້ນເດັກອາຍຸ 4 ປີ 1 ຄົນ, ຈາກນີ້ຍັງມີບ້ານດອນກອງເມືອງຈໍາປາສັກ 1 ຄົນ .


ມາຮອດມື້ນີ້ ເປັນເວລາ9ວັນແລ້ວບໍ່ມີການຕິດເຊື້ອຢູ່ໃນຊຸມຊົນມາຕິດເຊື້ອໃໝ່. ສ່ວນການປິ່ນປົວໄດ້ມີຜູ້ປິ່ນດີ ແລະອອກໂຮງໝໍວັນທີ 16 ພຶດສະພາຈໍານວນ 18 ຄົນ ລວມຕົວເລກສະສົມປິ່ນປົວດີ ແລະອອກໂຮງໝໍແລ້ວທັງໝົດ 71 ຄົນ.


ສໍາລັບການປິ່ນປົວຜູ້ຕິດເຊື້ອ ສ່ວນຫຼາຍແມ່ນມີອາການເບົາບາງ ຊຶ່ງປົວຢູ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ສ່ວນຜູ້ທີ່ມີອາການປານກາງມີ 2 ຄົນແມ່ນຍັງສືບຕໍ່ປິ່ນປົວຢູ່ໂຮງໝໍເມືອງໂພນທອງ. ຖ້າອາການບໍ່ດີຂຶ້ນຈະໄດ້ນໍາສົ່ງໄປປິ່ນປົວຢູ່ໂຮງໝໍບໍລິເວນ 106 ກອງທັບ(ຊຶ່ງທາງຄະນະສະເພາະກິດໄດ້ຈັດເປັນບ່ອນປີ່ນປົວພະຍາດໂຄວິດ-19 ທີ່ມີອາການໜັກ.


ທ່ານ ດຣ ນາງ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອໍານວຍການໂຮງໝໍແຂວງຈໍາປາສັກຍັງໄດ້ແນະນໍາໃຫ້ທຸກພາກສ່ວນໃນສັງຄົມ ສືບຕໍ່ປະຕິບັດມາດຕະການເຝົ້າາລະວັງປ້ອງກັນຢ່າງເຂັ້ມງວດ ເຊັ່ນ:ຈໍາກັດບໍລິເວນຕົນເອງບໍເດີນທາງໄປໃນເຂດລະບາດ,ຮັກສາໄລຍະຫ່າງທາງສັງຄົມ,ໃສ່ຜ້າປິດປາກ-ດັງ,ໝັ່ນລ້າງມືດ້ວຍເຈວ ແລະທາດເຫຼົ້າເປັນປະຈໍາ ແລະບໍ່ປະໝາດຈິ່ງຈະປອດໄພຈາກການຕິດເຊື້ອພະຍາດໂຄວິດ -19.


ຂ່າວ: ເກດສະໜາ ແກ້ວສຸວັນນະແສງ