ແຂວງໄຊຍະບູລີ ອອກມາດຕະການຜ່ອນຜັນ4 ຂໍ້ ອະນຸຍາດໃຫ້ບຸກຄົນ ແລະ ພາຫະນະທຸກປະເພດໄປມາ ລະຫວ່າງເມືອງຕໍ່ເມືອງ ພາຍໃນແຂວງ

2180

ແຂວງອະນຸຍາດໃຫ້ບຸກຄົນ ແລະ ພາຫະນະທຸກປະເພດໄປ-ມາ ລະຫວ່າງເມືອງຕໍ່ເມືອງພາຍໃນແຂວງ, ຍົກເລີກການຕັ້ງດ່ານກວດກາລະຫວ່າງເມືອງ ຫາ ເມືອງ ພາຍໃນແຂວງ. ແຕ່ຍັງສືບຕໍ່ປີດການເຂົ້າ-ອອກ ແຂວງໄຊຍະບູລີ, ຖ້າມີຄວາມຈໍາເປັນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ;

ຫ້ອງວ່າການແຂວງໄຊຍະບູລີ ໄດ້ອອກແຈ້ງການ ລົງວັນທີ14ພຶດສະພາ 2021 ເຖິງທ່ານ ຫົວຫນ້າພະແນກການ, ອົງການ, ກົມກອງ, ຫ້ອງການອ້ອມຂ້າງແຂວງ ແລະທ່ານ ເຈົ້າເມືອງ 1 ເມືອງໃນທົ່ວແຂວງ; ເລື່ອງ: ການສືບຕໍ່ປະຕິບັດຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021;  ຄໍາສັ່ງ ສະບັບເລກທີ 083/ຈຂ.ຊຍ ແລະ ສະບັບເລກທີ 087/ຈຂ.ຊຍ ລົງວັນທີ25ພຶດສະພາ 2021;

ອີງງຕາມ ການຕົກລົງເຫັນດີເປັນເອກະພາບໃນກອງປະຊຸມຄະນະປະຈໍາພັກແຂວງ ຄັ້ງວັນທີ 13 ພຶດສະພາ 2021. ຫົວຫນ້າຫ້ອງວ່າການແຂວງໄຊຍະບູລີ ຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານ ດັ່ງນີ້: ຜ່ານ ການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ2021, ຄໍາສັ່ງຂອງທ່ານ ເຈົ້າແຂວງ ສະບັບເລກທີ 083/ຈຂ.ຊຍ ລົງວັນທີ 22 ເມສາ 2021 ແລະ ສະບັບເລກທີ 087/ຈຂ.ຊຍ ລົງວັນທີ 25 ເມສາ 2021 ເຫັນວ່າທຸກພາກສ່ວນ ລວມທັງຂອງພາກລັດ, ພາກທຸລະກິດ ແລະ ສັງຄົມ ລ້ວນແຕ່ໄດ້ປະຕິບັດຫນ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ບໍ່ຮູ້ອິດຮູ້ເມື່ອຍ, ໃນນີ້ລວມທັງການ ຊີ້ນໍາບັນຊາຂອງອົງການປົກຄອງແຂວງ, ອົງການປົກຄອງເມືອງ, ຄະນະສະເພາະກິດທຸກຂັ້ນ, ການປະຕິບັດ ຫນ້າທີ່ວິຊາສະເພາະຂອງກໍາລັງປະກອບອາວຸດ ແລະ ພະນັກ ງານແພດຫມໍທຸກຂັ້ນ ເຮັດໃຫ້ສາມາດຄວບຄຸມ ການແຜ່ລະບາດໄດ້ໃນລະດັບດີ.

ການປະເມີນຂອງຄະນະສະເພາະກິດຂັ້ນສູນກາງ ກໍ່ຄືຄະນະສະເພາະກິດຂັ້ນ ແຂວງ ເຖິງວ່າຢູ່ແຂວງໄຊຍະບຸລີພວກເຮົາ ຈະມີຜູ້ຕິດເຊື້ອພຽງ 03 ກໍລະນີ ກໍ່ບໍ່ຄວນປະຫມາດ ແລະ ສິ່ງທີ່ ເປັນຄວາມສ່ຽງກວ່ານັ້ນ ແມ່ນຍັງມີການລັກລອບເຂົ້າເມືອງແບບບໍ່ຖືກຕ້ອງຕາມລະບຽບກົດຫມາຍ ຂອງ ແຮງງານລາວທີ່ກັບມາຈາກຕ່າງປະເທດ ແລະ ບັນດາແຂວງທີ່ຢູ່ອ້ອມຂ້າງພວກເຮົາຈໍານວນຫນຶ່ງຍັງມີກໍລະນີ ຜູ້ຕິດເຊື້ອຈໍານວນຫຼາຍ, ສະນັ້ນ ຈຶ່ງຈະໄດ້ເອົາໃຈໃສ່ປະຕິບັດບັນດາມາດຕະການຈັດຕັ້ງປະຕິບັດ ໃນ ລະຫວ່າງວັນທີ 16-22 ພຶດສະພາ 2021 ດັ່ງນີ້:


1. ໃຫ້ເອົາໃຈໃສ່ສືບຕໍ່ປະຕິບັດຕາມຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍລົງວັນທີ 21 ເມສາ 2020; ຄໍາສັ່ງສະບັບເລກທີ 083/ຈຂ.ຊຍ ລົງວັນທີ 22 ເມສາ 2021; ແຈ້ງການຂອງຫ້ອງ ວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 406/ຫສນຍ ລົງວັນທີ 26 ເມສາ 2021; ຄໍາສັ່ງຂອງ ທ່ານເຈົ້າແຂວງ ສະບັບເລກທີ 087/ຈຂ.ຊຍ ລົງວັນທີ 25 ເມສາ 2021, ແຈ້ງການຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 462/ຫສນຍ, ລົງວັນທີ 05 ພຶດສະພາ 2021 ແລະ ແຈ້ງການ ຕ່າງໆຂອງຄະນະສະເພາະກິດຂັ້ນແຂວງຢ່າງເຂັ້ມງວດ.

2. ໃຫ້ສືບຕໍ່ປະຕິບັດມາດຕະການຢ່າງເຂັ້ມງວດ ດັ່ງນີ້: 1) ສືບຕໍ່ປີດການເຂົ້າ-ອອກ ແຂວງໄຊຍະບູລີ, ຖ້າມີຄວາມຈໍາເປັນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ; ສ່ວນການຂົນສົ່ງສິນຄ້າທີ່ຈໍາເປັນ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນ ແຂວງ; 2) ສືບຕໍ່ປີດການເຂົ້າ-ອອກດ່ານສາກົນ ແລະ ດ່ານປະເພນີ, ດ່ານທ້ອງຖິ່ນຂອງຄົນ ແລະ ສິນຄ້າທີ່ບໍ່ຈໍາ ເປັນ, ຍົກເວັ້ນລົດຂົນສົ່ງສິນຄ້າທີ່ມີຄວາມຈໍາເປັນໃນການດໍາລົງຊີວິດຂອງປະຊາຊົນເຊັ່ນ: ນໍ້າມັນເຊື້ອໄຟ, ເຄື່ອງຈັກ, ເຄື່ອງກໍ່ສ້າງ ແລະ ອຸປະກອນຮັບໃຊ້ໃນໂຄງການລົງທຶນພາຍໃນແຂວງ ແລະ ການສົ່ງອອກສິນຄ້າ ຜະລິດຕະພັນກະສິກໍາແມ່ນສາມາດສົ່ງອອກ ແລະ ນໍາເຂົ້າໄດ້ ແຕ່ໃຫ້ປະຕິບັດຕາມມາດຕະການປ້ອງກັນທີ່ ທາງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ.


3) ສືບຕໍ່ປີດການຮຽນ-ການສອນຂອງໂຮງຮຽນຊັ້ນຕ່າງໆ ຈົນຮອດວັນທີ 22 ພຶດສະພາ 2021; 4) ສືບຕໍ່ປີດຮ້ານກິນດື່ມ, ຮ້ານຄາລາໂອເກະ,ຮ້ານນວດ ແລະ ຮ້ານບັນເທິງ ຈົນກວ່າຈະມີຄໍາສັ່ງເຂົ້າສູ່ ສະພາວະປົກກະຕິ; 5) ຫ້າມຈັດກິດຈະກໍາ, ງານໂຮມຊຸມນຸມຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກ່ວາ 20 ຄົນ ເປັນຕົ້ນງານບຸນ ປະເພນີ, ກິດຈະກໍາທາງສາສະຫນາ, ງານດອງ ແລະ ງານລ້ຽງສ້າງສັນຕ່າງໆ, ກໍລະນີຈໍາເປັນຕ້ອງຈັດກິດຈະກໍາ ຫຼື ໂຮມຊຸມນຸມ ທີ່ໄດ້ຮັບອະນຸຍາດ ມີຜູ້ເຂົ້າຮ່ວມເກີນກ່ວາ 20 ຄົນ ນັ້ນ ເປັນຕົ້ນແມ່ນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດມາດຕະການປ້ອງກັນ ຕາມການແນະນໍາຂອງຄະນະສະເພາະກິດ ເຊັ່ນ: ມີການກວດອຸນຫະພູມ, ແຕ່ລະຄົນຢູ່ຫ່າງກັນຢ່າງຫນ້ອຍ 2 ແມັດ, ໃສ່ຜ້າປິດປາກ-ດັ່ງ, ລ້າງມືໃສ່ສະບູ ຫຼື ນໍ້າຂ້າເຊື້ອຢ່າງເຂັ້ມງວດ.

3. ໃຫ້ປະຕິບັດມາດຕະການຜ່ອນຜັນດັ່ງນີ້: ອະນຸຍາດໃຫ້ບຸກຄົນ ແລະ ພາຫະນະທຸກປະເພດໄປ-ມາ ລະຫວ່າງເມືອງຕໍ່ເມືອງ ພາຍໃນແຂວງ. ຍົກເລີກການຕັ້ງດ່ານກວດກາລະຫວ່າງເມືອງ ຫາ ເມືອງ ພາຍໃນແຂວງ; ອະນຸຍາດການມາປະຈໍາການຂອງພະນັກງານລັດຖະກອນຕາມປົກກະຕິໄດ້ເລີ່ມແຕ່ວັນທີ 17 ພືດສະພາເປັນຕົ້ນໄປ ແລະ ອະນຸຍາດໃຫ້ມີການປະຊຸມ ດ້ານຈໍານວນຄົນ ແມ່ນອີງໃສ່ສະຖານທີ່ ບໍ່ໃຫ້ແອອັດ, ແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນ ແລະ ຮັກສາໄລຍະຫ່າງຢ່າງເຂັ້ມງວດ; ອະນຸຍາດໃຫ້ເປີດຮ້ານອາຫານ ທີ່ບໍ່ມີການພົວພັນກັບການດື່ມ-ບັນເທິງ; ການຫຼິ້ນກິລາກາງແຈ້ງ ແລະ ກີລາໃນຮົ່ມໄດ້, ແຕ່ບໍ່ແມ່ນສະຖານທີ່ແອອັດ.


ມອບໃຫ້ຄະນະສະເພາະກິດ, ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ບັນດາເມືອງ ພາຍໃນແຂວງ ສືບຕໍ່ປະຕິບັດຕາມການມອບຫມາຍຄວາມຮັບຜິດຊອບທີ່ໄດ້ກໍານົດໄວ້ໃນ ຄໍາສັ່ງຂອງທ່ານເຈົ້າແຂວງ ສະບັບເລກທີ 083/ຈຂ.ຊຍ  ລົງວັນທີ 22 ເມສາ 2021 ແລະ ສະບັບເລກທີ 097/ຈຂ.ຊຍ ລົງວັນທີ 25 ເມສາ 2021. ພ້ອມກັນນັ້ນກໍ່ໃຫ້ເອົາໃຈໃສ່ຕື່ມບາງວຽກງານຈຸດສຸມ ດັ່ງນີ້:
1) ພະແນກສາທາລະນະສຸກແຂວງ ສືບຕໍ່ເລັ່ງລັດຊອກຫາຜູ້ຕິດເຊື້ອ, ຜູ້ສໍາຜັດໃກ້ຊິດ ແລະ ຜູ້ທີ່ມີຄວາມສ່ຽງ ເພື່ອມາກວດຫາເຊື້ອໃຫ້ຫມົດ, ສຸມໃສ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີໂດຍໄວ; ສືບຕໍ່ສັກວັກຊິນກັນພະຍາດໃຫ້ກຸ່ມເປົ້າຫມາຍ ແລະ ປະຊາຊົນທົ່ວໄປ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້.

2) ຄະນະສະເພາະກິດ ສົມທົບກັບອົງການປົກຄອງແຂວງ, ອົງການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ກໍ່ສ້າງ ແລະ ປັບປຸງຫ້ອງວິເຄາະ, ປັບປຸງສະຖານທີ່ສູນຈໍາກັດບໍລິເວນ, ສະຖານທີ່ປິ່ນປົວຜູ້ຕິດເຊື້ອໃຫ້ໄດ້ ມາດຕະຖານດີຂື້ນກວ່າເກົ່າ ຮັບປະກັນ ບໍ່ໃຫ້ແຜ່ເຊື້ອຢູ່ໃນສະຖານທີ່ດັ່ງກ່າວ;ສືບຕໍ່ຮ່ວມືກັບທຸກພາກສ່ວນໃນທົ່ວສັງຄົມ ເພື່ອຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ໄດ້ດີ;ສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ບັນດາເມືອງ ເພື່ອສືບຕໍ່ໂຄສະນາເຜີແຜ່ ເຖິງຜົນຮ້າຍຂອງພະຍາດດັ່ງກ່າວ, ມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ໃຫ້ສັງຄົມຮັບຊາບຢ່າງທົ່ວ ເຖິງ ແລະ ເປັນປົກກະຕິ, ພ້ອມທັງຕິດຕາມ, ກວດກາ ການປະຕິບັດມາດຕະການຕ່າງໆ ທີ່ວາງອອກໃຫ້ມີປະສິດທິຜົນ;ອໍານວຍຄວາມສະດວກໃຫ້ແກ່ການຈໍລະຈອນສິນຄ້າ, ການດໍາເນີນກິດຈະການຕ່າງໆ, ການທໍາມາຫາກິ່ນ ແລະ ການຜະລິດກະສິກໍາຂອງປະຊາຊົນ ເພື່ອຕອບສະຫນອງດ້ານສະບຽງອາຫານ ໃຫ້ພຽງພໍໃນແຕ່ລະວັນ.

5. ໃຫ້ຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ ສືບຕໍ່ປະເມີນສະພາບການເປັນແຕ່ລະໄລຍະເພື່ອລາຍ ງານຕໍ່ກອງປະຊຸມຄະນະປະຈໍາພັກແຂວງຄົ້ນຄວ້າຜ່ອນຜັນ ຕາມຄວາມເຫມາະສົມ, ພ້ອມທັງເຜີຍແຜ່ໃຫ້ ສັງຄົມໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ ແລະ ເຂັ້ມງວດຕື່ມອີກ.
6. ໃຫ້ຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລະດົມທຶນ ແລະ ຮັບເອົາການຊ່ວຍເຫຼືອຈາກທຸກພາກສ່ວນໃນສັງຄົມ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິ ບັດວຽກງານປ້ອງ ກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ສະໜັບສະໜູນໂດຍ:


,