ເດັກຈົບໃໝ່ຕ້ອງອ່ານ! 5ອຸປະສັກໃນການເຮັດວຽກທີ່ຄວນຮູ້

1124

ອຸປະສັກໃນການເຮັດວຽກເປັນສິ່ງໜຶ່ງທີ່ນັກສຶກສາຈົບໃໝ່ ເຊິ່ງຍັງບໍ່ມີປະສົບການໃນການເຮັດວຽກຄວນຮູ້ໄວ້ ເມື່ອເຂົ້າເຮັດວຽກແລ້ວ ອຸປະສັກທີ່ຈະພົບພໍ້ຢູ່ສະເໝີມີຫຍັງແດ່ ມື້ນີ້ຜູ້ຂຽນໄດ້ຮິບໂຮມມາ 5ຂໍ້ ໃຫ້ພະນັກງານນ້ອງໃໝ່ກຽມຕົວຮັບມືໄວ້ກ່ອນ.

1 ຂາດຄວາມພ້ອມໃນການເຮັດວຽກ

ບາງຄົນເຮັດວຽກແລ້ວ ແຕ່ຍັງເຮັດຕົວເປັນເດັກນ້ອຍ ເຮັດວຽກແບບເດັກນ້ອຍ ບໍ່ມີຄວາມຮັບຜິດຊອບຫຼາຍພໍ ເມື່ອທ່ານກ້າວເຂົ້າສູ່ໂລກຂອງການເຮັດວຽກ ທ່ານຄວນບອກຕົວເອງວ່າຕອນນີ້ເປັນຜູ້ໃຫຍ່ແລ້ວ ບໍ່ແມ່ນເດັກນ້ອຍອີກຕໍ່ໄປ ຈະຕ້ອງຮັບຜິດຊອບວຽກທີ່ໄດ້ຮັບມອບໝາຍຢ່າງເຕັມຄວາມສາມາດ ຢ່າລືມວ່າທ່ານຕ້ອງພິສູດໃຫ້ນາຍຈ້າງເຫັນວ່າທ່ານມີຄວາມສາມາດຫຼາຍພໍທີ່ຜ່ານການທົດລອງວຽກໄປໄດ້.

2 ບໍ່ມີຄວາມຊໍານານໃນວຽກທີ່ເຮັດ

ເນື່ອງຈາກບາງຄົນຫາກໍ່ຮຽນຈົບ ແລະ ວຽກທີ່ໄດ້ຮັບມັກເປັນສິ່ງແປກໃໝ່ ບໍ່ເຄີຍເຮັດ, ບໍ່ເຄີຍຮຽນມາກ່ອນ ເລື່ອງຄວາມຊໍານານຈຶ່ງເປັນອຸປະສັກຢ່າງໜຶ່ງ ບາງຄັ້ງຜູ້ທີ່ເຂົ້າເຮັດວຽກໃໝ່ ອາດຮູ້ສຶກວ່າວຽກນີ້ຍາກເກີນໄປສໍາລັບຕົນເອງ ແຕ່ເມື່ອຮຽນຮູ້ໄປໄລຍະໜຶ່ງ ກໍຈະຮູ້ສຶກລື້ງເຄີຍກັບມັນເອງ ແລະ ສາມາດເຮັດໄດ້ຢ່າງສະບາຍໃຈຂຶ້ນ.

3 ຂາດກໍາລັງໃຈ

ເວລາທີ່ພົບກັບວຽກຍາກ ບາງຄັ້ງທ່ານອາດຮູ້ສຶກທໍ້ຖອຍ ແລະ ໝົດກໍາລັງໃຈ ຈົນຄິດວ່າຕົນເອງບໍ່ມີຄວາມສາມາດ ທ່ານບໍ່ອາດເຮັດໃຫ້ມັນສໍາເລັດໄດ້ແບບທີ່ນາຍຈ້າງຕ້ອງການ. ຫາກຄວາມຮູ້ສຶກນີ້ເກີດຂຶ້ນ ທ່ານຄວນຈະເພີ່ມຄວາມໝັ້ນໃຈໃຫ້ຕົນເອງໃຫ້ເຕັມ ແລະ ໝັ່ນຕື່ມມັນຢູ່ເລື້ອຍໆ ຢ່າປ່ອຍໃຫ້ຄວາມຮູ້ສຶກຂາດກໍາລັງໃຈມາບັ່ນທອນຕົນເອງ ເພາະຫາກນາຍຈ້າງຄິດວ່າທ່ານເຮັດບໍ່ໄດ້ ເຂົາຄົງບໍ່ໃຫ້ທ່ານເຮັດວຽກນີ້ແນ່ນອນ.

4 ທີມງານບໍ່ເປັນທີມງານ

ການເຮັດວຽກເປັນທີມຄືການລວມຕົວຂອງຄົນຫຼາຍຄົນ ຈຶ່ງຕ້ອງມີການປັບຕົວໃຫ້ທຸກໆຄົນ ສາມາດເຮັດວຽກຮ່ວມກັນໄດ້ຢ່າງລາບລື່ນ ແຕ່ກໍອາດມີຫຼາຍຄັ້ງທີ່ຄົນໃນທີມເຮັດວຽກນໍາກັນບາງຄົນເຮັດຊ້າເກີນໄປ ບາງຄົນເຮັດໄວເກີນໄປ ຄວນຈະຕ້ອງມີການທໍາຄວາມເຂົ້າໃຈວ່າຈະເຮັດວຽກຮ່ວມກັນແນວໃດ ຈຶ່ງຈະເຮັດໃຫ້ທີມຂອງຕົນປະສົບຄວາມສໍາເລັດ.

5 ຂາດມະນຸດສໍາພັນທີ່ດີ

ຄົນທີ່ເປັນພະນັກງານໃໝ່ ແນ່ນອນຈະຕ້ອງເປັນຝ່າຍທີ່ເຂົ້າຫາຄົນອື່ນ ເພື່ອແນະນໍາຕົວທ່ານໃຫ້ຜູ້ອື່ນຮູ້ຈັກ ແລະ ຂໍຄໍາແນະນໍາຈາກພວກເຂົາ ເມື່ອເວລາຜ່ານໄປໄລຍະໜຶ່ງທ່ານກໍຈະມີໝູ່ຫຼາຍຂຶ້ນ ທີ່ເຂົາສາມາດໃຫ້ຄໍາແນະນໍາ ແລະ ຊ່ວຍເຫຼືອທ່ານໃນເລື່ອງຕ່າງໆໄດ້ ແຕ່ສິ່ງທີ່ເປັນບັນຫາຄື ພະນັກງານໃໝ່ບາງຄົນບໍ່ມີມະນຸດສໍາພັນທີ່ດີກັບຜູ້ອື່ນ ບໍ່ວ່າຈະຍ້ອນຄວາມຂີ້ອາຍ ເວົ້າໜ້ອຍ ຫຼື ໝັ້ນໃຈໃນຕົວເອງຫຼາຍເກີນໄປຈົນບໍ່ສົນໃຈຜູ້ອື່ນ ຄິດວ່າຕົນເອງສາມາດຢູ່ຄົນດຽວໄດ້ ເຮັດວຽກຄົນດຽວໄດ້ ຈຶ່ງເຮັດໂຕບໍ່ໜ້າຮັກ ແລະ ໃນທີ່ສຸດກໍຈະຖືກຖິ້ມໃຫ້ໂດດດ່ຽວຈາກເພື່ອນຮ່ວມງານ.

ໃນທາງກົງກັນຂ້າມ ຄົນທີ່ຮູ້ຈັກເຂົ້າຫາຜູ້ອື່ນ ມີນິໄສລ່າເລີງ ເຂົ້າກັບຄົນງ່າຍ ມັກຈະເປັນທີ່ຮັກຂອງຄົນໃນບ່ອນເຮັດວຽກ ເມື່ອຕ້ອງການຄວາມຊ່ວຍເຫຼືອໃດໆ ກໍຈະມີແຕ່ຄົນຍິນດີໃຫ້ຄວາມຊ່ວຍເຫຼືອ.

ໂດຍ: ເອຢິບ

ທີ່ມາ: https://th.jobsdb.com/th-th/articles/