IF ຜິດວິທີ ຫຼຸດນຳ້ຫນັກບໍ່ໄດ້ແຖມສ່ຽງເປັນພະຍາດ

778

Intermittent Fasting ຫລື IF ເປັນວິທີຫຼຸດນຳ້ຫນັກທີ່ກຳລັງເປັນທີ່ນິຍົມ ໃນກຸ່ມຄົນລຸ້ນໃຫມ່ ເພາະເປັນການເລີ່ມຕົ້ນຄວບຄຸມອາຫານຢ່າງງ່າຍໆ ໂດຍການຄວບຄຸມແຄລໍລີ ແລະ ຈຳກັດເວລາ ໃນການຮັບປະທານອາຫານ ໂດຍມີຫລາກຫລາຍວິທີໃນການປະຕິບັດ ແຕ່ວິທີທີ່ໄດ້ຮັບຄວາມນິຍົມກໍຄື ຈຳກັດເວລາຮັບປະທານອາຫານ ແລະ ງົດອາຫານ 16 ຊົ່ວໂມງ ຍົກຕົວຢ່າງງ່າຍໆຄື: ເຮົາສາມາດຮັບປະທານອາຫານໄດ້ເວລາ 6:00-14:00 ໂມງ ໂດຍຫລັງຈາກ 14:00 ໂມງ ເປັນຊ່ວງງົດອາຫານ ດື່ມໄດ້ພຽງນຳ້ລ້າ ຫລື ກາເຟ, ຊາ ທີ່ບໍ່ໃສ່ນຳ້ຕານ

ຂໍ້ດີຂອງການ IF ຫລື ອົດອາຫານ  ທີ່ໃຫ້ຂໍ້ດີຫລາຍກວ່າຫຼຸດນຳ້ຫນັກ ແຕ່ວິທີ IF ອາດເຮັດໃຫ້ຫລາຍຄົນເຈັບປ່ວຍ ຈົນຕ້ອງຮ້ອງຫາຫມໍໄດ້ ຫາກເຮັດບໍ່ຖືກວິທີ

  • ບັນຫາທີ່ອາດເກີດຂຶ້ນໄດ້ຫາກ IF ບໍ່ຖືກວິທີ

⁃         ອົດອາຫານຫລາຍເກີນໄປ ຈົນສ່ຽງຂາດສານອາຫານ

⁃         ຮັບປະທານອາຫານຫລາຍເກີນໄປ ເພາະຕ້ອງຟ້າວກ່ອນເຖິງຊ່ວງເວລາງົດອາຫານ

⁃         ເລືອກເວລາໃນການກິນ ແລະ ງົດການກິນຜິດເວລາອາດສ່ຽງໂລກທີ່ກ່ຽວກັບລຳໄສ້

⁃         ການນອນເດິກ ໃນກຸ່ມຄົນທີ່ເຂົ້ານອນເດິກມີຄວາມສ່ຽງໃນຄວາມຕຸ້ຍງ່າຍຢູ່ແລ້ວເນື່ອງຈາກລະບົບຮໍໂມນທີ່ສ້ອມແຊມຮ່າງກາຍ ແລະ ລະບົບຄວາມອີ່ມໃນຮ່າງກາຍຈະແປປ່ວນ ເຮັດໃຫ້ຄົນນອນເດິກບໍ່ສາມາດງົດອາຫານໄດ້ ຕ້ອງກິນອາຫານຫວານ ແລະ ນຳໄປສູ່ຄວາມຕຸ້ຍ.

⁃       ອອກກຳລັງກາຍ ເນື່ອງຈາກການຫລຸດຄວາມຕຸ້ຍ ບໍ່ແມ່ນພຽງແຕ່ການຄວບຄຸມແຄລໍລີ ແຕ່ຍັງລວມເຖິງການສ້າງລະບົບຄວາມເຜົາຜານທີ່ຖາວອນຂຶ້ນນຳ ໃນສ່ວນນີ້ຄືການສ້າງກ້າມເນື້ອ ເພື່ອບໍ່ໃຫ້ເກີດຜົນພວງຂຶ້ນພາຍຫລັງ

⁃         ຍັງຕິດຫວານ ຄືຖ້າຫາກເຮັດ IF ແລ້ວຍັງຕິດກິນອາຫານ ຫລື ຂະຫນົມຫວານໆຢູ່ ອາດສ່ຽງຕິດຫວານ ເຊິ່ງຖ້າງົດອາຫານຈະເຮັດໃຫ້ເກີດອາການຢາກນຳ້ຕານ ຫລື ອາດຈະກິນຂອງຫວານໆຫລາຍກວ່າເກົ່າ

  • ປະໂຫຍຂອງ IF

ການເຮັດ IF ມີປະໂຫຍດ ໃຫ້ກັບຮ່າງກາຍຫລາຍໆດ້ານນອກຈາກ ຫຼຸດນຳ້ຫນັກ ດັ່ງນີ້:

⁃         ອະນຸມູນອິດສະຫລະໃນຮ່າງກາຍຫລຸດລົງ

⁃         ການອັກເສບເຊື່ອງຊ້ອນໃນຮ່າງກາຍຫລຸດລົງ

⁃         ອ່ອນກວ່າໄວ ເປັນຜົນມາຈາກອະນຸມູນອິດສະຫລະ ແລະ ການອັກເສບໃນຮ່າງກາຍຫລຸດລົງ

⁃         ຮ່າງກາຍຕອບສະຫນອງຕໍ່ອິນຊູລິນໄດ້ດີຫລາຍຂຶ້ນ ຖ້າຮ່າງກາຍຫາກຕໍ່ຕ້ານອິນຊູລິນ ອາດສ່ຽງເປັນໂລກເບົາຫວານ

⁃         ຊ່ວຍເຮັດໃຫ້ຢີນທີ່ດີ ບາງໂຕ ສະແດງອອກໄດ້ດີຂຶ້ນ ໂດຍສະເພາະສານທີ່ຊ່ວຍສົ່ງເສີມການເຮັດວຽກຂອງສະຫມອງ ເຮັດໃຫ້ເຮົາສະຫລາດຂຶ້ນ ແລະ ຄວາມຈື່ຈຳດີຂຶ້ນ

⁃         ຫລຸດຄວາມສ່ຽງໃນການເປັນໂລກຕຸ້ຍ, ໂລກເບົາຫວານ ແລະ ຫົວໃຈ

  • ເຮັດ IF ແນວໃດໃຫ້ຖືກວິທີ?
  1. ຕັ້ງເວລາໃນການກິນ ແລະ ງົດອາຫານໃຫ້ເປັນໄປຕາມໂມງຂອງຊີວິດ ຄື ຖ້າເລືອກສູດກິນ 8 ຊົ່ວໂມງ ງົດອາຫານ 16 ຊົ່ວໂມງ ບໍ່ຄວນເລືອກຊ່ວງກິນອາຫານຕອນເດິກ ຄວນເລືອກກິນອາຫານ 8 ຊົ່ວໂມງ ໃນເວລາທີ່ໃຊ້ຊີວິດປົກກະຕິເຊັ່ນ: ຕອນເຊົ້າ, ສວຍ ແລະ ແລງ
  2. ໃນຊ່ວງທີ່ກິນອາຫານໄດ້ຄວນກິນອາຫານໃຫ້ພຽງພໍ ແຕ່ເນັ້ນອາຫານ ໂປຣຕິນສູງໄຂມັນຕໍ່າ ຜັກຫມາກໄມ້ຕ່າງໆ ໃຫ້ສານອາຫານຄົບຖ້ວນລວມເຖິງ ຄາໂບໄຮເດດ ທີ່ຍັງຕ້ອງກິນຢູ່ ແຕ່ເລືອກຄາໂບໄຮເດດ ຈາກ ເຂົ້າກ່ອງ, ຂະຫນົມປັງ
  3. ບໍ່ຫລຸດປະລິມານອາຫານລົງຫລາຍຈົນເກີນໄປ ຈົນກາຍເປັນການອົດອາຫານທັງຕອນທີ່ກິນອາຫານໄດ້
  4. ຊ່ວງງົດອາຫານຍັງສາມາດຮັບປະທານອາຫານທີ່ບໍ່ໃຫ້ພະລັງງານ ຫລື ໃຫ້ພະລັງງານຕຳ່ຫລາຍໆເຊັ່ນ: ນຳ້ລ້າ, ກາເຟດຳ ແຕ່ບໍ່ຄວນດື່ມເຄື່ອງດື່ມທີ່ມີສານໃຫ້ຄວາມຫວານແທນນຳ້ຕານ
  5. ອອກກຳລັງກາຍຢ່າງເຫມາະສົມ ມື້ລະ 30 ນາທີ-1 ຊົ່ວໂມງ ອາທິດລະ 3-5 ຄັ້ງ ພຽງແຕ່ທ່ານ ປະຕິບັດຕາມຄຳແນະນຳຂ້າງເທິງນັ້ນ ທ່ານກໍ່ສາມາດເຮັດ IF ໄດ້ຖືກວິທີ ແລະ ໄດ້ຜົນດີຕໍ່ສຸຂະພາບແລ້ວ         ຂໍ້ມູນຈາກ:sanook.com