ກຽມຈັດຕັ້ງປະຕິບັດການຮ່ວມມືຍຸດທະສາດ ຮ່ວມກັນກໍ່ສ້າງຕົວເມືອງອັດສະລິຍະ (ສະມາດຊີຕີ້)

1865

ເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນ (ລາວ) ແລະ ບໍລິສັດ China Mobile International (ສິງກາໂປ) ໄດ້ຕົກລົງຮ່ວມມືກັນໃນການກໍ່ສ້າງຕົວເມືອງອັດສະລິຍະໃນນະຄອນຫຼວງວຽງຈັນ.

ເພື່ອຮ່ວມຊຸກຍູ້ຜັກດັນຂະບວນການຫັນປ່ຽນເປັນດີຈີຕອນຂອງບັນດາຂະແໜງອຸດສາຫະກໍາ, ວິສາຫະກິດ, ການບໍລິການສາທາລະນະ ແລະ ຂະແໜງການອື່ນໆ ໃນເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນ ເອີ້ນຫຍໍ້ວ່າ: “ເຂດພັດທະນາໄຊເຊດຖາ” ພ້ອມທັງສົ່ງເສີມການພັດທະນາຂະແໜງອຸດສາຫະກໍາດີຈີຕອນຢູ່ປະເທດລາວ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ໃນວັນທີ 10 ພຶດສະພາ 2021 ບໍລິສັດ ຮ່ວມທຶນ ລາວ-ຈີນ ຈຳກັດ ເອີ້ນຫຍໍ້ວ່າ: “ຮ່ວມທຶນ ລາວ-ຈີນ (LCC) ” ແລະ ບໍລິສັດ China Mobile International (ຕໍ່ໄປນີ້ໄດ້ເອີ້ນວ່າ “China Mobile International”) ໄດ້ເຊັນສັນຍາຮ່ວມມືຍຸດທະສາດ ດ້ວຍຮູບແບບ cloud. ອໍານວຍການ ບໍລິສັດ ຮ່ວມທືນລາວຈີນ ແລະ ອໍານວຍການ ບໍລິສັດ China United Investment (ເຂດອາຊີປາຊີຟິກ) , ໄດ້ເປັນຕົວແທນຕາງໜ້າໃຫ້ສອງຝ່າຍ ກ່າວມີຄໍາເຫັນ ແລະ ລົງນາມເຊັນສັນຍາ.

ບໍລິສັດຮ່ວມທຶນລາວ-ຈີນແມ່ນໄດ້ຮັບການຮ່ວມສ້າງຕັ້ງຂຶ້ນໃນປີ 2010 ໂດຍແມ່ນການຮ່ວມມື ລະຫວ່າງ ກຸ່ມບໍລິສັດ ລົງທຶນ ແລະ ກໍ່ສ້າງ ແຂວງຢູນນານຫຸ້ນສ່ວນຈໍາກັດ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ, ບໍລິສັດເຮັດໜ້າທີ່ຮັບຜິດຊອບວຽກງານທັງໝົດທີ່ກ່ຽວກັບການລົງທຶນກໍ່ສ້າງ ແລະ ການບໍລິຫານເຂດພັດທະນາໄຊເຊດຖາ.

ເຂດພັດທະນາໄຊເຊດຖາ ເປັນໂຄງການຮ່ວມມືລະດັບຊາດລະຫວ່າງສອງລັດຖະບານລາວ-ຈີນ, ທັງເປັນເຂດເສດຖະກິດລະດັບຊາດຂອງ ສປປ ລາວ ແລະ ຍັງເປັນເຂດຮ່ວມມືການຄ້າຕ່າງປະເທດລະດັບຊາດຂອງຈີນແຫ່ງດຽວໃນ ສປປ ລາວ, ພ້ອມທັງໄດ້ຖືກບັນຈຸເຂົ້າໃນ “ແຜນການປະຕິບັດງານຄູ່ຮ່ວມຊະຕາກໍາລາວ-ຈີນ ”.

ໃນປັດຈຸບັນ, ເຂດພັດທະນາເປັນເວທີສໍາຄັນໃນການເປີດກວ້າງໃຫ້ພາຍນອກ, ດຶງດູດການລົງທຶນຕ່າງປະເທດ ແລະ ກະຕຸ້ນການພັດທະນາເສດຖະກິດ ຂອງປະເທດລາວ ແລະ ກໍຍັງແມ່ນພາກສ່ວນອົງປະກອບທີ່ສໍາຄັນຂອງເສດຖະກິດນະຄອນຫຼວງວຽງຈັນ ສປປ ລາວ.

China Mobile International ແມ່ນບໍລິສັດລູກທີ່ຂຶ້ນເປັນກໍາມະສິດທັງໝົດຂອງ China Mobile, ເປັນໜ່ວຍງານຮັບຜິດຊອບແບບຊ່ຽວຊານໃນການດໍາເນີນທຸລະກິດສາກົນຂອງ China Mobile. ໃນປັດຈຸບັນ China Mobile International ແມ່ນມີໜ່ວຍງານສະໜັບສະໜູນການພັດທະນາທຸລະກິດໃນທົ່ວໂລກ ທັງໝົດ 37 ໜ່ວຍງານ, ຄອບຄອງຊັບພະຍາກອນສາຍເຄເບີນທາງທະເລ ແລະ ທາງບົກຫຼາຍກວ່າ 70 ເສັ້ນ, ແບນວິດ ( bandwidth) ການສົ່ງໄຟຟ້າລວມໄດ້ເກີນ 97 T, ຈຳນວນຈຸດທັງໝົດຂອງ PoP ແມ່ນມີເຖິງ 180 ຈຸດ. ໃນຊຸມປີທີ່ຜ່ານມາ, China Mobile International ໄດ້ຂະຫຍາຍທຸລະກິດຢູ່ເຂດອາຊີຕາເວັນອອກສຽງໃຕ້, ເພື່ອຮັບປະກັນເລື່ອງລະບົບຂໍ້ມູນຂ່າວສານໃຫ້ບັນດາວິສາຫະກິດໃນບັນດາປະເທດແລວທາງຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃຫ້ມີຄວາມໜ້າເຊື່ອຖື ແລະ ວ່ອງໄວທັນໃຈ, ຍົກລະດັບຄວາມສາມາດດ້ານການສະໜອງຂໍ້ມູນ ຂອງບັນດາວິສາຫະກິດຈີນທີ່ກໍາລັງດໍາເນີນການພັດທະນາຢູ່ໃນຕະຫຼາດສາກົນ, ຊ່ວຍວິສາຫະກິດສົ່ງເສີມການຫັນເປັນດີຈີຕອນ; ສຳລັບວິສາຫະກິດຈີນທີ່ຈະ “ໄປໃນທົ່ວໂລກ” ນັ້ນ ແມ່ນການສະໜັບສະໜູນໃນດ້ານຂໍ້ມູນຂ່າວສານ ແລະ ການສື່ສານທີ່ມີປະສິດທິຜົນທີ່ຫຼາຍກວ່າເກົ່າ, ອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການຂະໜາດໃຫຍ່ຂອງຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ”.

อาจเป็นรูปภาพของ 1 คน, กำลังยืน และข้อความ

ການເຊັນສັນຍາຮ່ວມມືຍຸດທະສາດຂອງສອງຝ່າຍ, ແມ່ນເປັນຂີດໝາຍທີ່ສໍາຄັນໃນການລິເລີ່ມການຮ່ວມມືແບບຮອບດ້ານຢ່າງເປັນທາງການລະຫວ່າງ ເຂດພັດທະນາໄຊເຊດຖາ ແລະ China Mobile International. ດ້ວຍຄວາມສາມາດໃນການເຊື່ອມຕໍ່ເຄືອຂ່າຍຂໍ້ມູນພື້ນຖານ ແລະ ຄວາມສາມາດຂອງເວທີການໃຫ້ບໍລິການທີ່ມີຄວາມຢືດຍຢູ່ນ ແລະ ຄວບຄຸມຂອງ China Mobile International, ເຊິ່ງຈະຊ່ວຍກໍ່ສ້າງພື້ນຖານໂຄງລ່າງດ້ານດີຈີຕອນ ແລະ ກໍ່ສ້າງເມືອງສະມາດຊີຕີ້ໃນເຂດພັດທະນາໄຊເຊດຖາ, ຫຼຸດຜ່ອນຕົ້ນທຶນໃນການບໍລິຫານດໍາເນີນງານ, ຍົກລະດັບຄວາມສາມາດໃນການບໍລິການຂອງເຂດພັດທະນາ, ສົ່ງເສີມການພັດທະນາແບບຍາວນານໃນອະນາຄົດຂອງເຂດພັດທະນາໄຊເຊດຖາ.

ທັງສອງຝ່າຍຈະນໍາເອົາສິ່ງເຫຼົ່ານີ້ເພື່ອໃຊ້ເປັນໂອກາດ, ນໍາໃຊ້ຄວາມໄດ້ປຽບຂອງຊັບພະຍາກອນທຸກປະເພດ, ນໍາເອົາເຂດພັດທະນາໄຊເຊດຖາ ມາເປັນເວທີຂອງຊັບພະຍາກອນກວມລວມ ແລະ ເວທີການນໍາໃຊ້ໃນຮູບແບບຂອງການຄ້າ, ສົ່ງເສີມການພັດທະນາອຸດສາຫະກໍາດິຈີຕອນໃນລາວ, ຊຸກຍູ້ສົ່ງເສີມການປ່ຽນແປງເສດຖະກິດດິຈີຕອນຂອງລາວ ແລະ ການຮ່ວມມືຕົວຈິງລະຫວ່າງລາວ – ຈີນໃນຂົງເຂດເສດຖະກິດດີຈີຕອນ.

ທີ່ມາຂອງຂໍ້ມູນ: ບໍລິສັດຮ່ວມທຶນລາວ-ຈີນ ຈໍາກັດ