ຮຽນຮູ້ກົດໝາຍກິລາ-ກາຍຍະກໍາ ສະບັບປັບປຸງ ມາດຕາ 20-22

892

ມາຮູ້ຈັກກົດຫມາຍ ວ່າດ້ວຍກິລາ-ກາຍຍະກໍາ (ສະບັບປັບປຸງ); ມື້ນີ້ຈະນຳສະເໜີໃຫ້ຮູ້ ພາກທີ 2 ກິລາ-ກາຍຍະກໍາ ມາດຕາ 20-22 ມີດັ່ງນີ້:

ມາດຕາ 20 (ປັບປຸງ) ພະລະສຶກສາ ແລະ ກິລາ-ກາຍຍະກໍາ ໃນສະຖານການສຶກສາ

ພະລະສຶກສາ ແລະ ກິລາ-ກາຍຍະກໍາ ໃນສະຖານການສຶກສາ ແມ່ນ ວິຊາຮຽນຫນຶ່ງ ໃນຫຼັກສູດການສຶກສາ ແນໃສ່ເຮັດໃຫ້ຜູ້ຮຽນມີຄວາມຮູ້, ຄວາມສາມາດພື້ນຖານ ກ່ຽວກັບກິລາ-ກາຍຍະກໍາ ໂດຍຜ່ານບົດຮຽນການເຄື່ອນໄຫວດັ່ງກ່າວ ເພື່ອເປັນການສົ່ງເສີມສຸຂະພາບ, ຄວາມສາມັກຄີ, ຄວາມມ່ວນຊື່ນ, ລະບຽບວິໄນ, ຜູ້ທີ່ມີພອນສະຫວັນດ້ານກິລາ-ກາຍຍະກໍາ ທັງເປັນການປະກອບສ່ວນປະຕິບັດການສຶກ ສາຮອບດ້ານ.

ມາດຕາ 21 (ປັບປຸງ) ສິດ ແລະ ຫນ້າທີ່ ຂອງສະຖານການສຶກສາ

ສະຖານການສຶກສາ ທັງພາກລັດ ແລະ ເອກະຊົນ ມີສິດ ແລະ ຫນ້າທີ່ ດັ່ງນີ້:

1. ປະຕິບັດຕາມຫຼັກສຸດ, ໂຄງການ ກ່ຽວກັບພະລະສຶກສາ ແລະ ກິລາ-ກາຍຍະກໍາ;

2. ຄຸ້ມຄອງ, ນໍາໃຊ້ ໂຄງລ່າງພື້ນຖານ, ວັດຖຸປະກອນ ກ່ຽວກັບພະລະສຶກສາ ແລະ ກິລາ ກາຍຍະກໍາ ໃຫ້ມີປະສິດທິຜົນ;

3. ຈັດຕັ້ງໃຫ້ນັກຮຽນ, ນັກສຶກສາ ໄດ້ເຂົ້າຮ່ວມການເຄື່ອນໄຫວກິລາ-ກາຍຍະກໍາ ໃນສະ ຖານການສຶກສາ ແລະ ສັງຄົມ ຢ່າງເປັນປົກກະຕິ;

4. ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ສອນ ແລະ ຜູ້ຮຽນ ໃນເວລາເຄື່ອນໄຫວພະລະສຶກສາ ແລະ ກິລາ-ກາຍຍະກໍາ;

5. ສົ່ງເສີມນັກຮຽນ, ນັກສຶກສາ ຜູ້ມີພອນສະຫວັນທາງດ້ານກິລາ-ກາຍຍະກໍາ ເພື່ອໃຫ້ໄດ້ ເຂົ້າຮ່ວມໃນຂະບວນການກິລາ-ກາຍຍະກໍາ ທັງຮັບປະກັນການສຶກສາຮ່ໍາຮຽນ ຂອງນັກຮຽນ, ນັກສຶກສານັ້ນ;

6. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.

ມາດຕາ 22 (ປັບປຸງ), ສິດ ແລະ ຫນ້າທີ່ ຂອງຄູພະລະສຶກສາ

ຄູພະລະສຶກສາ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:

1. ປະຕິບັດການສິດສອນວິຊາພະລະສຶກສາ ແລະ ກິລາ-ກາຍຍະກໍາ ໃຫ້ຖືກຕ້ອງຕາມ ຫຼັກສຸດ;

2. ຈັດຕັ້ງການເຄື່ອນໄຫວກິລາ-ກາຍຍະກໍາ ໃນສະຖານການສຶກສາ ຢ່າງເປັນປົກກະຕິ;

3. ສົ່ງເສີມ, ບໍາລຸງນັກຮຽນ, ນັກສຶກສາ ເປັນຕົ້ນ ຜູ້ທີ່ມີພອນສະຫວັນດ້ານກິລາ-ກາຍຍະ ກໍາ ໃຫ້ສາມາດເຄື່ອນໄຫວເລີ່ມມາແຕ່ເຍົາໄວ;

4. ຮັບປະກັນຄວາມປອດໄພ ໃຫ້ແກ່ນັກຮຽນ, ນັກສຶກສາ ໃນການເຄື່ອນໄຫວພະລະສຶກ ສາ ແລະ ກິລາ-ກາຍຍະກໍາ;

5. ໄດ້ຮັບນະໂຍບາຍອື່ນ ຕາມລະບຽບການ; 6. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.

ຂອບໃຈຮູບຈາກ: ງານແຂ່ງຂັນກີລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ