ກະຊວງ ຮສສ ວາງນະໂຍບາຍ ຊ່ວຍເຫຼືອແຮງງານທີ່ຕົກງານ ແລະ ຍັງອອກແຮງງານ ໃນຊ່ວງໂຄວິດລະບາດ

814

ໃນວັນທີ 12 ພຶດສະພາ 2021 ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະມາຖະແຫຼງຂ່າວກ່ຽວກັບ ນະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂຜົນກະທົບຈາກການລະບາດພະຍາດ ໂຄວິດ-19 ຂອງຂະແໜງ ແຮງງານ ແລະ ສະຫວັດດີການສັງຄົມ ວ່າ: ເພື່ອປະຕິບັດຕາມຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ນັ້ນ, ກະຊວງພວກເຮົາໄດ້ພ້ອມກັນຄົ້ນຄ້ວາຢ່າງເປັນເຈົ້າການ ໂດຍອີງໃສ່ລະບຽບການ ແລະ ເງື່ອນໄຂທີ່ຈຳເປັນຕ່າງໆເພື່ອກຳນົດນະໂຍບາຍກໍຄືມາດຕະການໃນການຊຸກຍູ້ ຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບຍ້ອນການແຜ່ລະບາດຂອງພະຍາດໂກວິດ 19 ຊຶ່ງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພວກເຮົາໄດ້ອອກແຈ້ງການຈຳນວນໜຶ່ງ ຂ້າພະເຈົ້າຂໍສັງເຂບເນື້ອໃນຕົ້ນຕໍຂອງແຕ່ລະແຈ້ງການ ດັ່ງນີ້:

1. ອອກແຈ້ງການ ສະບັບເລກທີ 1377/ຮສສ, ລົງວັນທີ 29 ເມສາ 2021 ເຖິງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງວຽງຈັນ, ສູນບໍລິການຈັດຫາງານ, ວິສາຫະກິດບໍລິການຈັດຫາງານ ແລະ ຜູ້ອອກແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ກ່ຽວກັບການຕິດຕາມ ແລະ ເກັບກຳຂໍ້ມູນຜູ້ອອກແຮງງານລາວທີ່ກັບມາຈາກປະເທດໄທ ເນື່ອງຈາກການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ເພື່ອພ້ອມກັນຈັດຕັ້ງປະຕິບັດ ດັ່ງນີ້:- ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງວຽງຈັນ ປະສານໄປຍັງສູນກັກກັນແຕ່ລະແຫ່ງພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອເກັບກຳຂໍ້ມູນຂອງຜູ້ອອກແຮງງານລາວທີ່ກັບຈາກຕ່າງປະເທດ ແລ້ວລາຍງານໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊາບຢ່າງເປັນປົກກະຕິ;- ສູນບໍລີການຈັດຫາງານ ແລະ ວິສາຫະກິດບໍລິການຈັດຫາງານ ຕິດຕາມ ແລະ ເກັບກຳຂໍ້ມູນຈຳນວນຜູ້ອອກແຮງງານລາວທີ່ຍັງຄ້າງຢູ່ຕ່າງປະເທດ ທີ່ຖືກຈັດສົ່ງພາຍໃຕ້ຄວາມຮັບຜິດຊອບຂອງຕົນ ເພື່ອກະກຽມໃຫ້ການຊ່ວຍເຫຼືອຜູ້ອອກແຮງງານ ຢ່າງທັນການ;- ໃຫ້ມີການປະຊາສໍາພັນ ແລະ ປະສານງານໄປຍັງຄອບຄົວຂອງຜູ້ອອກແຮງງານ ເພື່ອແນະນໍາ ແລະ ຊຸກຍູ້ຜູ້ອອກແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ແຕ່ຍັງບໍ່ທັນສິ້ນສຸດສັນຍາ ຫຼື ບໍ່ຖືກເລີກຈ້າງງານ ໃຫ້ສຶບຕໍ່ເຮັດວຽກນຳຜູ້ໃຊ້ແຮງງານ ໂດຍບໍ່ໃຫ້ເຄື່ອນຍ້າຍໃນຊ່ວງເວລານີ້. ສຳລັບຜູ້ອອກແຮງງານທີ່ສິ້ນສຸດສັນຍາ ຫຼື ຖືກເລີກຈ້າງ ທີ່ມີຈຸດປະສົງກັບຄືນປະເທດ ກໍ່ໃຫ້ເດີນທາງກັບຄືນປະເທດ ໂດຍຜ່ານຊ່ອງທາງທີ່ຖືກຕ້ອງຕາມກົດໝາຍ.

2. ອອກແຈ້ງການ ສະບັບເລກທີ 1531/ຮສສ, ລົງວັນທີ 5 ພຶດສະພາ 2021 ເຖິງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອເກັບກຳຂໍ້ມູນແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນທຸກຍາກ ເນື້ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19. ໄດ້ແຈ້ງໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ-ນະຄອນຫລວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນອຳນາດຂອງແຂວງ, ນະຄອນ, ເມືອງ ແລະ ບ້ານ ເພື່ອເກັບກຳຂໍ້ມູນຜູ້ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ 19 ໂດຍສະເພາະແມ່ນແຮງງານນອກລະບົບປະກັນສັງຄົມ, ປະຊາຊົນທຸກຍາກ ແລະສົ່ງມາໃຫ້ກະຊວງ ຮສສ ບໍ່ໃຫ້ກາຍ ວັນທີ 15 ພຶດສະພາ 2021. ການເກັບກຳຂໍ້ມູນນີ້ ແມ່ນເລັ່ງໃສ່ ຜູ້ທີ່ກະທົບໜັກ ເປັນຕົ້ນແມ່ນ: ຜູ້ທີ່ຢຸດວຽກ, ຜູ້ຫຍຸ້ງຍາກຂາດເຂີນທີ່ພັກອາໃສ ອາຫານການກິນ ໃນຕົວເມືອງໃຫຍ່ແລະເຂດທີ່ມີການລະບາດຂອງພະຍາດກ່ອນ.

3. ໄດ້ອອກແຈ້ງການ ສະບັບເລກທີ 1532/ຮສສ, ລົງວັນທີ 5 ພຶດສະພາ 2021 ເຖິງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງວຽງຈັນ, ຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ໃນຂອບເຂດທົ່ວປະເທດ :
– ໃຫ້ຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການໃນຂອບເຂດທົ່ວປະເທດ ເປັນເຈົ້າການເຜີຍແຜ່ ແລະ ເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ບັນດາແຈ້ງການ ແລະ ລະບຽບການທີ່ກ່ຽວຂ້ອງທີ່ລັດຖະບານວາງອອກໃນແຕ່ລະໄລຍະ ຢ່າງເຂັ້ມງວດ ໂດຍໃຫ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດຕໍ່ມາດຕະການປ້ອງກັນ ເຊັ່ນ: ຕ້ອງກວດວັດແທກອຸນຫະພູມພະນັກງານ, ກໍາມະກອນ ທຸກຄັ້ງກ່ອນເຂົ້າເຮັດວຽກ; ສະໜອງຜ້າອັດປາກ-ດັງໃຫ້ພະນັກງານໂດຍບໍ່ໄດ້ເສຍຄ່າ; ມີບ່ອນລ້າງມືດ້ວຍນໍ້າສະອາດ, ມີສະບູ ຫຼື ເຈວລ້າງມື ໃຫ້ຖືກຕາມຫຼັກການອະນາໄມ; ຕ້ອງຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ຢູ່ໃນສະຖານທີ່ເຮັດວຽກ, ຫ້ອງອາຫານ ແລະ ບ່ອນພັກເຊົາຂອງພະນັກງານ ພ້ອມທັງໃຫ້ຈັດຕັ້ງການຜັດປ່ຽນການມາເຮັດວຽກ ເພື່ອຫຼຸດຜ່ອນຄວາມແອອັດ ແລະ ໃນກໍລະນີມີການຮັບສົ່ງຜູ້ອອກແຮງງານມາເຮັດວຽກ ແມ່ນໃຫ້ເພີ່ມຖ້ຽວ ຫຼື ຈໍານວນພາຫະນະຂົນສົ່ງໃຫ້ຫຼາຍຂຶ້ນເພື່ອບໍ່ໃຫ້ແອອັດ;


– ສໍາລັບຫົວໜ່ວຍແຮງງານທີ່ຖືກສັ່ງໂຈະການດໍາເນີນທຸລະກິດຊົ່ວຄາວຈາກຂະແໜງການທີ່ກ່ຽວຂ້ອງ ແມ່ນໃຫ້ພິຈາລະນາຊ່ວຍເຫຼືອຜູ້ອອກແຮງງານຕາມຄວາມສາມາດ ເພື່ອຮັກສາຜູ້ອອກແຮງງານໄວ້ ແລະ ເພື່ອເຮັດໃຫ້ຜູ້ອອກແຮງງານເຫຼົ່ານັ້ນ ໄດ້ສືບຕໍ່ດໍາລົງຊີິວິດໄດ້ໂດຍພື້ນຖານ ພ້ອມດຽວກັນນັ້ນ, ກໍ່ໃຫ້ເກັບກໍາຈໍານວນຜູ້ອອກແຮງງານຜູ້ທີ່ມີຄວາມຈໍາເປັນຕ້ອງໄດ້ຮັບການຊ່ວຍເຫຼືອສະເພາະຖ້າມີ ເພື່ອລາຍງານຫາອົງການລັດຄຸ້ມຄອງແຮງງານ (ພະແນກແຮງງານ ແລະ ສະຫວັດດີການສັງຄົມຂອງແຂວງ ແລະ ນະຄອນຫຼວງວຽງຈັນ) ເພື່ອເປັນຂໍ້ມູນໃນການຊອກຫາວິທີການຊ່ວຍເຫຼືອຕາມຄວາມເປັນຈິງຈາກລັດຖະບານ; ຜູ້ອອກແຮງງານທີ່ເປັນສະມາຊິກຂອງອົງການປະກັນສັງຄົມແຫ່ງຊາດທີ່ໄດ້ຖຶກໃຫ້ພັກວຽກ ຫຼື ເຮັດວຽກຢູ່ໃນຫົວໜ່ວຍແຮງງານທີ່ຕ້ອງໄດ້ຢຸດກິດຈະການ ນັບແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ ຈະໄດ້ຮັບເງິນນະໂຍບາຍອຸດໜູນວ່າງງານ ແຕ່ຕ້ອງມີເງື່ອນໄຂໃນການມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມຢ່າງໜ້ອຍ 6 ເດືອນຂຶ້ນໄປໃນໄລຍະ 12 ເດືອນ ນັບແຕ່ເດືອນ ເມສາ 2021 ຄືນຫລັງ, ໄລຍະໃນການປະຕິບັດອຸດໜູນວ່າງງານ ແມ່ນຈະອີງໃສ່ໄລຍະທີ່ລັດຖະບານປະກາດມາດຕະການເພື່ອຕອບໂຕ້ກັບການແຜ່ລະບາດຂອງເຊື້ອພະຍາດເທົ່ານັ້ນ ຊຶ່ງຈະມີການກຳນົດໃນລະບຽບການສະເພາະຕ່າງຫາກ; ບັນດາຫົວໜ່ວຍແຮງງານທີ່ຍັງເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ຜູ້ອອກແຮງງານ ແມ່ນຍັງຕ້ອງໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມຕາມປົກກະຕິ ແລະ ຖ້າມີຄວາມຫຍຸ້ງຍາກດ້ານການເງິນແມ່ນສາມາດເລື່ອນມອບເງິນສົມທົບໄດ້ແຕ່ຕ້ອງໄດ້ແຈ້ງເປັນລາຍລັກອັກສອນແກ່ອົງການປະກັນສັງຄົມຮັບຊາບ;

ສຳລັບຫົວໜ່ວຍແຮງງານທີ່ໄດ້ຢຸດດໍາເນີນກິດຈະການຊົ່ວຄາວ ແລະ ບໍ່ໄດ້ເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ແກ່ຜູ້ອອກແຮງງານຂອງຕົນ ແມ່ນສາມາດໂຈະການມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມຕາມໄລຍະທີ່ທາງການປະກາດມາດຕະການ ຊຶ່ງໃນໄລຍະການໂຈະມອບເງິນສົມທົບນີ້ ຍັງຈະເກີດສິດການອຸດໜູນປິ່ນປົວສຸຂະພາບ ແລະ ອຸດໜູນໄລຍະສັ້ນຕາມປົກກະຕິ ແຕ່ຈະບໍ່ໄດ້ນັບເຂົ້າເປັນໄລຍະປະກັນຕົນສຳລັບການອຸດໜູນໄລຍະຍາວ; ສໍາລັບຜູ້ປະກັນຕົນພາກສະໝັກໃຈ ແມ່ນອະນຸຍາດໃຫ້ໂຈະການມອບເງິນສົມທົບໃນເດືອນພຶດ ສະພາ 2021, ຊຶ່ງໃນໄລຍະການໂຈະມອບເງິນສົມທົບນີ້ ຜູ້ປະກັນຕົນສະໝັກໃຈຍັງເກີດສິດການອຸດໜູນປະກັນສັງຄົມທຸກປະເພດ ແລະ ນັບເຂົ້າເປັນໄລຍະປະກັນຕົນສຳລັບການອຸດໜູນໄລຍະຍາວຕາມປົກກະຕິ; ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ຫົວໜ່ວຍແຮງງານສືບຕໍ່ປະຕິບັດຕາມກົດໝາຍ, ລະບຽບການດ້ານແຮງງານ ແລະ ສັນຍາແຮງງານທີ່ມີຜົນນຳໃຊ້ຢູ່ ໂດຍບໍ່ໃຫ້ສວຍໃຊ້ຜົນກະທົບດັ່ງກ່າວ ເຮັດສິ່ງທີ່ຂັດຕໍ່ກົດໝາຍ ແລະ ລະບຽບການ ໂດຍສະເພາະບໍ່ໃຫ້ມີການຍົກເລີກສັນຍາແຮງງານກັບຜູ້ອອກແຮງງານທີ່ກຳລັງປະສົບກັບບັນຫາ ໂດຍບໍ່ໄດ້ຮັບການອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານການປຶກສາຫາລືສາມຝ່າຍ.

II. ແຜນວຽກຈຸດສຸມທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ: 1. ສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ອົງການ 3 ຝ່າຍ ລົງຕິດຕາມ, ກວດກາ ແລະ ປະສານສົມທົບກັບຫົວໜ່ວຍແຮງງານ ເພື່ອຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ 19; 2. ສົມທົບກັບພາກສ່ວນກ່ຽວຂ້ອງໃນການເກັບກຳຂໍ້ມູນ ແລະ ຊ່ວຍເຫລືອແຮງງານລາວທີ່ເຮັດວຽກຢູ່ປະເທດຕ່າງປະເທດ ໂດຍສະເພາະແມ່ນປະເທດໄທໃຫ້ສືບຕໍ່ເຮັດວຽກຕາມສັນຍາແຮງງານ ບໍ່ໃຫ້ຫລັ່ງໄຫລກັບຄືນປະເທດ; 3. ສົມທົບກັບພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ-ນະຄອນຫລວງວຽງຈັນ, ສັງ ລວມຂໍ້ມູນ ຜູ້ໄດ້ຮັບຜົນກະທົບ, ເພື່ອກະກຽມ ແລະ ດຳເນີນການຊ່ວຍເຫຼືອ; 4. ສົມທົບກັບອົງການສາກົນ ເປັນຕົ້ນແມ່ນ IOM, ILO ເພື່ອໃຫ້ການຊ່ວຍເຫລືອ ສູນກັກກັນຕ່າງໆ ຕາມເປົ້າໝາຍຂອງໂຄງການ; 5. ປະຕິບັດນະໂຍບາຍອຸດໜູນວ່າງງານ ຕໍ່ຜູ້ອອກແຮງງານ ແລະນະໂຍບານເງິນສົມທົບຂອງຜູ້ໃຊ້ແຮງງານແລະຜູ້ອອກແຮງງານໃນລະບົບປະກັນສັງຄົມ; 6. ດຳເນີນການຊ່ວຍເຫລືອບັນເທົາທຸກ ຜູ້ໄດ້ຮັບຜົນກະທົບ.

ດັ່ງທີ່ຂ້າພະເຈົ້າໄດ້ກ່າວແຕ່ຕົ້ນແລ້ວວ່າ ການລາຍງານຂອງຂ້າພະເຈົ້ານີ້ແມ່ນເປັນການສັງລວມເນື້ອໃນພື້ນຖານຂອງບັນດາແຈ້ງການຂອງກະຊວງ ຮສສ. ຖ້າທ່ານໃດຕ້ອງການຂໍ້ມູນລະອຽດເພີ່ມເຕີມ ສາມາດຕິດຕໍ່ໂດຍກົງເຖິງພາກສ່ວນກ່ຽວຂ້ອງຂອງກະຊວງພວກເຮົາ ຕາມເບີໂທນີ້: ຫ້ອງການກະຊວງ ໂທ: 021 213003; ກົມສັງຄົມສົງເຄາະ ໂທ: 021 213005; ກົມຄຸ້ມຄອງແຮງງານ ໂທ: 021222781; ກົມ ພັດທະນາສີມື ແຮງງານ ແລະ ຈັດຫາງານ ໂທ: 021 213011; ອົງການປະກັນສັງຄົມແຫ່ງຊາດ ໂທ: 1508 ຫລື 020 55489030

ສະໜັບສະໜູນຂ່າວໂດຍ: