ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວດີອີກ 31 ຄົນ ລວມປິ່ວປົວດີທັງໝົດ 328 ຄົນ

739

ທ່ານດຣ.ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຮ່ວມກັບຄະນະ ໄດ້ຖະແຫຼງຂ່າວປະຈຳວັນທີ 12 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ.

ທ່ານດຣ.ນາງ ລັດສະໝີ ວົງຄຳຊາວ ກ່າວວ່າ: ໃນວັນທີ 11 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 4.985 ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 55 ຄົນ(ລວມຕິດເຊື້ອສະສົມ1.417ຄົນ). ໃນນີ້ ແຂວງບໍ່ແກ້ວ 25 ຄົນ, ນະຄອນຫຼວງ 9 ຄົນ ແລະຈໍາ ປາສັກ 21 ຄົນ. ກໍລະນີນຳເຂົ້າ 21 ກໍລະນີ ແມ່ນແຮງງານລາວຢູ່ແຂວງຈໍາປາສັກ ແລະ ກໍລະນີຕິດເຊື້ອພາຍໃນຊຸມຊົນ 34 ຄົນ ແມ່ນພົວພັນກັບຜູ້ຕິດເຊື້ອເກົ່າ.

ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີອີກ 31 ຄົນ (ນະຄອນຫຼວງວຽງຈັນ)  ລວມປິ່ນປົວຫາຍດີທັງໝົດ 328 ຄົນແລະ ຈະໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດ. ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1.088 ຄົນ.

ສຳລັບ ຜູ້ທີ່ຖືກກຳນົດໃຫ້ອອກໂຮງໝໍ ເພື່ອໄປສືບຕໍ່ຕິດຕາມອາການຂອງຕົນຢູ່ເຮືອນ ຕາມຄຳແນະນຳຂອງແພດ ສິ່ງທີ່ທ່ານຄວນປະຕິບັດ ມີຄືດັ່ງນີ້:


ແຍກຕົນເອງອອກຈາກຄົນໃນຄອບຄົວ ເປັນເວລາ 7 ວັນ ແລະ ບໍ່ໃຊ້ສິ່ງຂອງຮ່ວມກັນ
ວັດແທກ ແລະ ບັນທຶກອຸນຫະພູມທຸກວັນ ເຊົ້າ-ແລງ
ຕິດຕາມອາການຂອງຕົນ, ຖ້າຫາກ ຮູ້ສຶກບໍ່ສະບາຍ, ໃຫ້ທ່ານຮີບຮ້ອນໄປພົບແພດຢູ່ສະຖານທີ່ບໍລິການໃກ້ບ້ານທ່ານ.