12 ພຶດສະພາ ສປປລາວ ມີຜູ້ຕິດເຊື້ອເພີ່ມ +55 ຄົນ ປະຈຸບັນສ່ວນຫຼາຍຕິດແບບຄົວຄອບ

611

ໃນວັນທີ 12 ພຶດສະພາ 2021 ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ທ່ານ ດຣ. ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດໃນການໃຫ້ວັກແຊງ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຮ່ວມຖະແຫຼງຂ່າວ ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ:ໃນວັນທີ 11 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 4.985 ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 55 ຄົນຄື: ນະຄອນຫຼວງວຽງຈັນ 9 ຄົນ, ບໍ່ແກ້ວ 25 ຄົນ, ຈຳປາສັກ 21 ຄົນ. ໃນນີ້ກໍລະນີນຳເຂົ້າ 21 ກໍລະນີ ແມ່ນແຮງງານລາວຢູ່ແຂວງຈໍາປາສັກ ແລະ ກໍລະນີຕິດເຊື້ອພາຍໃນຊຸມຊົນ 34 ຄົນ ແມ່ນພົວພັນກັບຜູ້ຕິດເຊື້ອເກົ່າ.

ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີທັງໝົດ 328 ຄົນ(ປິ່ນປົວດີໃໝ່31 ຄົນຢູ່ນະຄອນຫຼວງວຽງຈັນ) ແລະ ຈະໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດ;


ດ້ານທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ໄດ້ກ່າວວ່າ: ມາຮອດປະຈຸບັນ ຕົວເລກສະສົມຜູ້ຕິດເຊື້ອທັງໝົດໃນ ລາວ ມີ 1.417 ຄົນ, ໃນນັ້ນ ເປັນກໍລະນີນຳເຂົ້າ 170 ຄົນ, ສະເລ່ຍກຸ່ມຜູ້ຕິດເຊື້ອ ອາຍຸຕໍ່າກວ່າ 19 ປີ ມີ 25 ຄົນ (ນ້ອຍສຸດ 2 ເດືອນ 1 ຄົນ), ສູງກວ່າ 60 ປີ ມີ 23 ຄົນ ແລະ ສູງກວ່າ 70 ປີ ມີ 6 ຄົນ, ກຸ່ມທີ່ພົບຫຼາຍກວ່າໝູ່ຢູ່ໃນລະຫວ່າງ 20-39 ປີ ກວມເອົາ 71% ຂອງຜູ້ຕິດເຊື້ອທັງໝົດ.

ທ່ານກ່າວຕື່ມວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຜ່ານມາແມ່ນຈະຕິດເປັນຈຸ້ມຢູ່ສະຖານທີ່ບັນເທີງ ແລະ ຊຸມແຊວຕ່າງໆ ແຕ່ປະຈຸບັນຈະຕິດແບບເປັນກຸ່ມເປັນຄອບຄົວເພີ່ມຂຶ້ນ ເຊິ່ງສະແດງອອກຜ່ານມາ 1 ຄອບຄົວ ມີຜູ້ຕິດເຊື້ອພຽງ 2 ຄົນ ແຕ່ປະຈຸບັນ 1 ຄອບຄົວຕິດເຊື້ອສູງເຖິງ 9 ຄົນ ນັ້ນມັນສະແດງອອກເຖິງການບໍ່ເອົາໃຈໃສ່ປະຕິບາດມາດຕະການຈຳກັດຕົວຢ່າງເຄັ່ງຄັດເອງຂອງຜູ້ທີ່ມີຄວາມສ່ຽງ, ການປະຕິບັດມາດຕະການຮັກສາໄລຍະຫ່າງ ຈຶ່ງເຮັດໃຫ້ຜູ້ມີຄວາມສ່ຽງແຜ່ເຊື້ອໄປຫາຄົນໃນຄອບຄົວ.

ຄະນະສະເພາະກິດ ຮຽກຮ້ອງໃຫ້ມີການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້;


ສຳລັບ ທ່ານທີ່ຈະໄປສັກວັກຊີນ, ຖ້າຫາກທ່ານມີພະຍາດປະຈຳໂຕ ຈຳເປັນຕ້ອງໄດ້ກິນຢາ ໃນຊ່ວງໄລຍະເວລາດັ່ງກ່າວ ຂໍໃຫ້ທ່ານພົກພາຢາປະຈຳໂຕຂອງທ່ານໄປນຳ ຕາມຄຳແນະນຳຂອງແພດ. ນອກຈາກນັ້ນ ການຕື່ມຂໍ້ມູນລົງໃນແບບຟອມ ຖ້າຫາກໃນແບບຟອມ ບໍ່ໄດ້ລະບຸພະຍາດປະຈຳໂຕຂອງທ່ານ, ທ່ານສາມາດຕື່ມຂໍ້ມູນເພິ່ມເຕີມໃສ່ໄດ້ ເພື່ອເປັນຂໍ້ມູນໃຫ້ແກ່ແພດໝໍ ໃນການພິຈາະລະນາການສັກວັກຊີນ ໃຫ້ແກ່ທ່ານ.


ບັນຫາສຳຄັນ ຂໍການຮ່ວມມືນຳບັນດາທ່ານ ເມື່ອທ່ານໄປກວດຊອກຫາເຊື້ອ ຂໍໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຢ່າງຈະແຈ້ງ ຊື່, ນາມສະກຸນ, ອາຍຸ, ທີ່ຢູ່ ແລະ ເບີໂທລະສັບຕິດຕໍ່ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕິດຕໍ່ພົວພັນກັບຄືນຫາທ່ານ ໃນເວລາໄດ້ຜົນກວດ, ຖ້າຫາກທ່ານໃດ ຈົງໃຈປົກປິດຂໍ້ມູນ ຫຼື ລົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ;

ສະໜັບສະໜູນຂ່າວໂດຍ: